ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 10:16:08    
ທ້າວ​ອ້າຍ​ມາງ ນັກ​ຮ້ອງ​ເຜົ່າ​ຫວາ

cri Author: mo


ໃນ​ຍາມ​ລະດູ​ໜາວ, ປັກ​ກິ່ງ​ໜາວຈັດ. ທ້າວ​ອ້າຍ​ມາງ​ຂີ່​ລົດຖີບ​ມັກ​ໜາວ​ຈົນ​ຕີນ​ມື​ມຶນ. ​ແຕ່​ເພື່ອ​ຊີວິດການ​ເປັນ​ຢູ່, ​ແລະ​ເພື່ອ​​ເຮັດ​ຕາມ​ຄວາມ​ຮຽກຮ້ອງ​ຂອງຮ້ານ​ບາ​ຕ່າງໆ, ທ້າວ​ອ້າຍ​ມາງ​ຈຳ​ເປັນ​ຕ້ອງ​ປ່ຽນ​ວິທີ​ຮ້ອງ​ເພງ​ແບບ​ສະ​ໄໝ​ນິຍົມ ​​ແບບຊົນ​ເຜົ່າ​ແລະ​ແບບ​ອາ​ເມ​ລິ​ກາຢູ່​ເລື້ອຍໆ. ​ມີ​ເທື່ອ​ໜຶ່ງ, ລາວ​ໄດ້ຮ້ອງ​ເພງທີ່​ລາວ​ແຕ່ງ​ເອງດ້ວຍ​ວິທີ​ຂັບຮ້ອງ​ແບບ​ຊົນ​ເຜົ່າ, ພໍດີ​ຜູ້​ຜະລິດ​ທີ່​ມີ​ຊື່​ສຽງຜູ້​ໜຶ່ງ​ໄດ້ຍິນ. ຜູ້​ຜະລິດ​ຜູ້ນີ້ບອກ​ທ້າວ​ອ້າຍ​ມາງ​ວ່າ, ​ເຈົ້າຄວນ​ສະ​ແດງ​​ໃຫ້​ເຫັນຈຸດ​ພິ​ເສດ​ຂອງ​ເຈົ້າທີ່​ເປັນ​ນັກ​ຮ້ອງ​ເຜົ່າ​ຫວາ, ສຸມ​ຈິດ​ສຸມໃຈ​ຮ້ອງ​ເພງ​ພື້ນ​ເມືອງ, ຊອກຫາ​ຄວາມ​ຮູ້ສຶກ​ທີ່ຮ້ອງ​ເພງ​ເທິງຫຼັງຄວາຍ​ໃນ​ໄວ​ເດັກນັ້ນກັບ​ຄືນ​ມາ.

ຄວາມ​ເວົ້າຂອງ​ຜູ້​ຜະລິດຜູ້​ນີ້​ເຮັດ​ໃຫ້​ທ້າວ​ອ້າຍ​ມາງ​ຕື່ນ​ຕົວ. ພາຍຫຼັງກຳນົດ​ທິດ​ຕໍ່​ພາລະກິດ​ຮ້ອງ​ເພງ​ຂອງ​ຕົນຄືນ​ໃໝ່​ແລ້ວ, ທ້າວ​ອ້າຍ​ມາງກໍ​ເລີ່​ມຊອກ​ຫາ​ເພງ​ພື້ນ​ເມືອງຂອງ​ຊົນ​ເຜົ່າ​ຕົນທີ່​​ເຜີຍແຜ່​ມາດົນນານ​ແລ້ວຈຳນວນ​ໜຶ່ງ, ​ແລ້ວ​ຮຽບຮຽງ​ແລະ​ປະດິດ​ຄິດ​ແຕ່ງ​ຄືນ​ໃໝ່, ​ເພີ່ມ​ປັດ​ໃຈ​ທັນ​ສະ​ໄໝ​ບາງ​ຢ່າງ. ​ໃນ​​ໄລຍະ​ນີ້, ທ້າວ​ອ້າຍ​ມາງ​ທີ່​ປ່ຽນ​ມາ​ຮ້ອງ​ເພງ​ພື້ນ​ເມືອງ​ໄດ້​​ຕົກ​ຢູ່​ໃນ​ສະພາບ​ອັດຕະຄັດຂັດ​ສົນດ້ານ​ຊີວິດ​ການ​ເປັນ​ຢູ່, ບໍ່​ມີ​ເງິນ​ກິນ​ເຂົ້າຢູ່​ເລື້ອຍໆ. ລາວ​ເວົ້າວ່າ, ​ເມື່ອ​ຮອດ​ເວລາ​ນີ້, ວິຊາ​ການສະ​ແດງ​ທີ່​ລາວ​ຮຽນ​ນັ້ນກໍ​ໄດ້​ມີ​ບ່ອນ​ໃຊ້​ແລ້ວ:

"ລາງ​ເທື່ອ, ນັກສະ​ແດງ​ຕ້ອງສະ​ແດງ​ເປັນຄົນຂໍທານ, ສັງ​ເກດ​ເບິ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຂໍທານ, ຖ້າ​ເຈົ້າຢາກ​ຢູ່​ປັກ​ກິ່ງ, ​ເຈົ້າກໍ​ຕ້ອງ​ກຽມພ້ອມ​ທົນ​ທຸກ​ທົນ​ຍາກ. ຂໍ້​ດີ​ຂອງການ​ຮຽນ​ວິຊາ​ການສະ​ແດງ​ກໍ​​ແມ່ນ, ​ໃນ​ເວລາ​ເຈົ້າບໍ່​ມີ​ເຂົ້າກິນນັ້ນ, ​ເຈົ້າກໍ​ຮູ້ສຶກ​ວ່າ, ດຽວ​ນີ້, ຂ້ອຍ​ພວມ​ສຳຜັດ​ກັບ​ຊີວິດ, ​ເຮັດ​ແນວ​ນີ້​ເພື່ອ​ປອບ​​ໃຈ​ຕົນ​ເອງ.

ປີ2000, ​ເຖົ້າ​ແກ່​ຂອງ​ສະ​ໂມ​ສອນ​ກິລາ​ກາງ​ແຈ້ງ​ຜູ້​ໜຶ່ງ​ໄດ້​ຍິນ​ສຽງ​ເພງ​ຂອງ​ທ້າວ​ອ້າຍ​ມາງ​​ໂດຍບັງ​ເອີນ. ​ເມື່ອ​​ໄດ້​ຮູ້​ວ່າ​ທ້າວ​ອ້າຍ​ມາງດຳລົງ​ຊີວິດ​ຢູ່​​ເຂດພູ​​ເຂົາ​ແຂວງ​ຢຸນນານ​ມາ​ແຕ່ນ້ອຍ, ​ເຖົ້າ​ແກ່​ຜູ້​ນີ້​ເລີຍ​ຖາມ​ທ້າວ​ອ້າຍ​ມາງ​ວ່າ, ຍິນ​ດີເຂົ້າຮ່ວມ​ສະມາ​ສອນ​ຂອງ​​ເພີ່ນ​ບໍ່? ​​​ເຮັດ​ອາຊີບ​ນຳພາ​ຄະນະ​ກິລາກາງ​ແຈ້ງ, ​ພາ​ສະມາຊິກ​ໄປ​ຜະຈົນ​ໄພ​ຢູ່​ເຂດ​ພູ​​ເຂົາ. ທ້າວ​ອ້າຍ​ມາງ​ທີ່ມີ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ພູ​ເຂົາ​ເລີຍ​ຕົກລົງ​​ເຮັດ​ລອງ​ເບິ່ງ.

ຈາກ​ນັ້ນ, ທ້າວ​ອ້າຍ​ມາງ​ທີ່ພາຍ​ກິດ​ຕາ​ກໍ​ໄດ້​ເຂົ້າສູ່​ຂົງ​ເຂດ​ໃໝ່. ຢູ່​ສະໜາມ​ກາງ​ແຈ້ງ, ທ້າວ​ອ້າຍ​ມາງ​ມັກ​ຮ້ອງ​ເພງ​ໃຫ້​ສະມາຊິກຟັງ​ເລື້ອຍໆ. ສະມາຊິກ​ຜູ້​ໜຶ່ງ​​ໄດ້ວາດ​ພາບ​ສຽງ​ເພງ​ຂອງ​ທ້າວ​ອ້າຍ​ມາງ​ເປັນ​ແນວ​ນີ້ວ່າ: ​ສຽງ​ສົດ​ໄສ​ທັງ​ມີ​ສຽງ​ແຫບໆ, ດັງ​ຫອງ​ທັງ​ມີ​ກຳລັງ, ຄື​ດັ່ງ​ວ່າ​ດັງ​ກ້ອງ​ກັງວານ, ​ເໝືອນ​ດັ່ງ​ນົກ​ບິນ​ໄປມາ​ຢູ່​ໃນູ​ຮ່ອມ​ພູ. ​ເພງ​ຂອງ​ທ້າວ​ອ້າຍ​ມາງ​ຄ່ອຍໆ​ມີ​ຊື່​ມີ​ສຽງ​ຂຶ້ນໃນ​ໝູ່​ຄົນ​ທີ່​ມັກກິລາ​ກາງ​ແຈ້ງ. ປີ 2002, ທ້າວ​ອ້າຍ​ມາງ​ໄດ້​ອັດ​CDສ່ວນ​ຕົວ​ແຜ່ນທຳ​ອິດ, ​ໃນ​ນັ້ນ ​ໄດ້​ມີ​ເພງ 5 ​ເພງ​​ແມ່ນ​ລາວ​ຮຽບ​ຮຽງ​ເອງ​ແລະ​ຮ້ອງ​​ເອງ. ທ້າວ​ອ້າຍ​ມາງ​ຮູ້ສຶກ​ດີ​​ໃຈຫຼາຍ, ​ເພາະວ່າ, ນີ້​ແມ່ນ​ຜົນງານ​ທີ່​ລາວ​ສູ້​ຊົນມາຫຼາຍປີ.
1  2  3