|
![](/images/spacer.gif) |
(GMT+08:00)
2006-03-17 10:16:08
|
![](/images/shim.gif) |
ທ້າວອ້າຍມາງ ນັກຮ້ອງເຜົ່າຫວາ
cri
Author: mo
ປັດຈຸບັນ, ທ້າວອ້າຍມາງໄດ້ທຸລະກິດຮ້ານບາທີ່ມີສີສັນພິເສດຂອງຊົນເຜົ່າອັນເຂັ້ມຂຸ້ນຫຼາຍຢູ່ປັກກິ່ງ ຊື່ວ່າ"ເມືອງນ້ອຍເອມອນ". ຮ້ານບາຕັ້ງຢູ່ໃນສວນສາທາລະນະແຫ່ງໜຶ່ງຢູ່ພາກເໜືອນະຄອນປັກກິ່ງ, ການຕົບແຕ່ງຢູ່ພາຍໃນຮ້ານແມ່ນທ້າວອ້າຍມາງອອກແບບເອົາເອງ. ມີຮູບແຕ້ມໃສ່ຫີນແລະກອງໄມ້ທີ່ບູຮານເກົ່າແກ່ຂອງເຜົ່າຫວາ, ເກີ້ງໄຟຟ້າໄມ້ໄຜ່ແລະໂຕະທີ່ເຮັດດ້ວຍຕໍໄມ້ທີ່ຄອບຄົວເຜົ່າຫວາມັກໃຊ້, ພ້ອມທັງຮູບທີວທັດຮີດຄອງປະເພນີບ້ານເຜົ່າຫວາ ເປັນຕົ້ນລ້ວນແຕ່ກາຍເປັນເຄື່ອງຕົບແຕ່ງຮ້ານບາ. ສີຕົ້ນຕໍໃນຮ້ານບາແມ່ນສີແດງແລະສີດຳທີ່ເຜົ່າຫວານິຍົມໃຊ້, ບວກກັບສຽງເພງທີ່ມີສີສັນຊົນເຜົ່າອັນເຂັ້ມຂຸ້ນຂອງທ້າວອ້າຍມາງ, ເຮັດໃຫ້ຮ້ານບາກາຍເປັນບ່ອນພັກຜ່ອນຢ່ອນອາລົມໃນທ້າຍສັບປະດາທີ່ຫຼາຍໆຄົນມັກໄປ. ນາງເຢ້ລາຍ ຜູ້ສາວເຜົ່າຫວາທີ່ເຮັດວຽກຢູ່ຮ້ານບາເວົ້າວ່າ:
"ຂ້ອຍຮູ້ສຶກວ່າ, ເນື້ອເພງທີ່ລາວຂຽນນັ້ນ, ສັບໃດປະໂຫຍກໃດກໍເຮັດໃຫ້ພວກເຮົາກະຕຸ້ນໃຈຫຼາຍ, ໄດ້ວາດພາບຊີວິດແທ້ຈິງຂອງພວກເຮົາ. ຟັງເພງຂອງລາວ, ຮູ້ສຶກວ່າເໝືອນດັ່ງຢູ່ໃນທຳມະຊາດ."
ທ້າວອ້າຍມາງເວົ້າວ່າ, ປັດຈຸບັນ, ຊີວິດຂອງລາວມ່ວນຊື່ນຫຼາຍ, ນອກຈາກເຮັດທຸລະກິດຮ້ານບາແລ້ວ, ລາວຍັງອ່ານໜັງສືທີ່ຕົນມັກ, ແຕ່ລະປີ, ເມືອບ້ານເກັບກຳດົນຕີພື້ນເມືອງຈຳນວນໜຶ່ງ, ສືບຕໍ່ດຳເນີນການແຕ່ງເພງພື້ນເມືອງຂອງລາວ:
"ຂ້ອຍໄດ້ຖືເພງພື້ນເມືອງເຜົ່າຫວາເປັນຂໍ້ມູນ, ເຊິ່ງກໍແມ່ນແຫຼ່ງຂອງການແຕ່ງເພງ, ແລະອາດເວົ້າໄດ້ວ່າແມ່ນທາດບຳລຸງຂອງຂ້ອຍ. ເມື່ອສິ່ງເຫຼົ່ານີ້ຖືກເອົາມາວາງຢູ່ໃນສະພາບແວດລ້ອມຊີວິດປັດຈຸບັນຂອງພວກເຮົາ, ກໍຈະປະກົດມີສິ່ງໃໝ່. ພວກເຮົາຖືສິ່ງເຫຼົ່ານີ້ເປັນຮູບການແຕ່ງເພງຊະນິດໃໝ່ຂອງພວກເຮົາ."
ຈາກບ້ານເຜົ່າຫວາມາຮອດນະຄອນຫຼວງປັກກິ່ງ, ປັດຈຸບັນ, ທ້າວອ້າຍມາງໄດ້ດຳລົງຊີວິດຢູ່ນະຄອນປັກກິ່ງ 10 ປີເຕັມໆແລ້ວ. ທ້າວອ້າຍມາງເວົ້າວ່າ, ລາວຈະຢູ່ປັກກິ່ງຕໍ່, ສືບຕໍ່ຮ້ອງເພງໃຫ້ຜູ້ທີ່ນິຍົມເພງຂອງລາວຟັງ. (ຈົບ) 1 2 3
|
|
|