ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 14:50:23    
ພາບ​ວິວທິວ​ທັດອັນ​ສວຍ​ງາມຂອງ​ໜອງ​ສີ່ຫູ​ໃນ​ເດືອນ​ມີນາ

cri Author: da


ດຽວ​ນີ້ ຈີນ​ພວມ​ຢູ່​ໃນ​ລະດູ​ໃບ​ໄມ້​ປົ່ງ,​ໃບ​ໄມ້​ຄ່ອຍໆປ່ຽນ​ເປັນ​ສີຂຽວ,ຕົ້ນຫຍ້າ​​ກໍເລີ່​ມຈະ​ເລີ​ນ​ງອກ​​ເງີຍ​ຢ່າງ​ລັບໆ,ຄົນ​ຈີນ​ມັກ​ໄປ​ທ່ຽວ​ຫຼິ້ນ​ໃນ​ລະດູ​ນີ້.​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວ​ໜອງ​ສີ່​ຫູ,ຫວັງວ່າ ​ແຫຼ່ງທ່ອງ​ທ່ຽວ​ທີ່​ເກົ່າ​ແກ່​ນີ້​ຈະ​ນຳ​ເອົາ​ຄວາມ​ຮູ້ສຶກ​ໃໝ່​ໃຫ້​​​ແກ່​ເພື່ອນ​ມິດ​ຜູ້​ຟັງທັງຫຼາຍ.

ໜອງ​ສີ່​ຫູ​ຕັ້ງຢູ່​ໃນ​ເມືອງ​ຮາງ​ໂຈ່​ວ​ແຂວງ​ເຈີ້ຈ່ຽງພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ແມ່ນ​ເຂດໜອງ​ທິວ​ທັດ​ທີ່​ມີ​ຊື່​ສຽງ,​ທົ່ວ​ເຂດ​ກວມເນື້ອ​ທີ່​ເກືອບ 50 ກິ​ໂລ​ແມັດ​ມົນທົນ,​ໃນ​ນັ້ນ ​ເຂດ​ນ້ຳກວມ​ເນື້ອ​ທີ່ 5,6 ກິ​ໂລ​ແມັດ​ມົນທົນ.​ໃນ​ເດືອນມີນາ​ລະດູບານ​ໃໝ່,​ເມື່ອ​ຍ່າງ​ເລາະ​ຕາມ​ແຄມ​ໜອງ​ສີ່​ຫູ,​​​ເຫັນ​ກິ່ງ​ໄຄ້ສ້ອຍຂຽວ​ອຸ່ມ​ທຸ່ມຢ່າງ​ຕຳຕາ,ດອກກ້ວຍ​ໄມ້ ດອກຊະ​ກຸລະ​ແລະ​ດອກ​ຄາຍທີ່ບານ​ເຮືອງ​ເຮືອ.ລົມ​ພັດ​ຜ່ານ​ໜ້າ​ໜອງ,ພັດ​ຜ່ານ​ໃບ​ໜ້າ,​ເຮັດ​ໃຫ້​ຄົນ​ຮູ້ສຶກ​​ສົດ​ຊື່​ແລະ​ເພີດ​ເພີນ​ໃຈ.


  ຊື່​ຂອງ​ຈຸດ​ທິວ​ທັດ​ຫຼາຍ​ແຫ່ງ​ຂອງ​ໜອງ​ສີ່​ຫູ​ລ້ວນ​ແຕ່​ກ່ຽ​ວພັນກັບ​ລະດູບານ​ໃໝ່.ທ່ານ​ກ່າວ​ຊວນ​ມາ​ທ່ຽວ​ໜອງ​ສີ່​ຫູ​ສາມ​ເທື່ອ​ແລ້ວ,ທ່ານ​ເວົ້າວ່າ:

 "ຂ້າພະ​ເຈົ້າ​ທ່ຽວ​ໜອງ​ສີ່​ຫູ​ແຕ່ລະ​ເທື່ອ​ ລ້ວນ​ແຕ່​ມາ​ທ່ຽວ​ໃນ​ເດືອນ​ມີນາ,​ເພາະ​ວ່າ​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ​ໃນ​ຍາມ​ນີ້ ທິວ​ທັດ​ງາມ​ຫຼາຍ.​ບໍ່ພຽງ​ແຕ່​ຈະ​ໄດ້​ເຫັນ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຂຽວ​ອຸ່ມ​ທຸ່ມ​ທໍ່​ນັ້ນ,ອາ​ກາດ​ກໍ​ສົດ​ໄສ​ເປັນ​ພິ​ເສດ,​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ຊື່ນ​ອົກ​ຊື່​ໃຈ,​ຂ້າພະ​ເຈົ້າ​ມັກ​ຄັນ​ຄູ​ສູ່​ຕີ່ທີ່​ສຸດ,ຢູ່​ເທິງ​ຄັນ​ຄູ​ໄດ້​ປູກ​ຕົ້ນ​ໄຄ້​ສ້ອຍ,ຂົວ6​ແຫ່ງ​ຢູ່​ໃນນັ້ນ ບາງທີ​​ເບິ່ງ​ເຫັນ​ ບາງທີ​​ເບິ່ງບໍ່​ເຫັນ ງາມ​ຫຼາຍ."


1  2  3