

ໃນງານເບີກລາງວັນອົສກາສະໄຫມທີ 78 ທີ່ສະເຫລີຍຜົນໃນວັນທີ 5 ມີນາ, ທ່ານລີອານ ຜູ່ກຳກັບການສະແດງຮູບເງົາຊາວຈີນໄດ້ຮັບລາງວັນຜູ່ກຳກັບການສະແດງຍອດຢ້ຽມຍ້ອນໄດ້ກຳກັບຮູບເງົາເລື້ອງໂບຼແບັກເມົາເທິນ (BROKEBACK MOUNTAIN),ທ່ານໄດ້ກາຍເປັນຄົນອາຊີທີ່ເຮັດວຽກໃນວົງການຮູບເງົາທີ່ໄດ້ຮັບລາງວັນດັ່ງກ່າວເປັນຜູ່ທຳອິດ.ໃນເວລາຮັບລາງວັນ, ທ່ານລີອານເວົ້າວ່າ:
ຂອບໃຈຫລາຍໆທີ່ມອບລາງວັນນີ້ໃຫ້ຂ້າພະເຈົ້າ, ໂດຍສະເພາະແມ່ນຕ້ອງຂອບໃຈນຳຫມົດທຸກຄົນຂອງບໍລິສັດຮູບເງົາໂຟກັສ, ຂອບໃຈທ່ານເດວິດ.ລິນ, ທ່ານແຈັມສ.ຊາມຸສ,ທ່ານເດວິດ.ລີ, ພັນລະຍາແລະລູກຊາຍຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກພວກເຈົ້າ.ໃນເວລາຖ່າຍຮູບເງົາເລື່ອງ ໂບຼແບັກເມົາເທິນ,ພໍ່ຂອງຂ້າພະເຈົ້າໄດ້ເຖິງແກ່ກຳ,ຂໍອຸທິຮູບເງົາເລື່ອງນີ້ແດ່ເພິ່ນ. ຂອບໃຈແມ່ແລະສະມາຊິກອື່ນໆໃນຄອບຄົວຂອງຂ້າພະເຈົ້າທີ່ເອົາໃຈໃສ່ນຳຂ້ອຍ,ແລະຊາວຈີນທີ່ຢູ່ແຜ່ນດິນໃຫຍ່ ຮົງກົງມາກາວແລະໄຕ້ຫວັນ. ທ່ານລີອານມີໂສມຫນ້າສະຫງ່າຄ່ຽມຄົມແລະເວົ້າຈາປາໄສສຸພາບ,ປີ 1954,ທ່ານເກີດຢູ່ໄຕ້ເປຈີນ.ພໍ່ຂອງທ່ານແມ່ນອອາຈານໃຫຍ່ຂອງໂຮງຮຽນມັດທະຍົມຫລັງຫນຶ່ງ,ມີແນວຄິດດັ້ງເດີມແລະເຄັ່ງຄັດທີ່ສຸດໃນການຄຸ້ມຄອງຄອບຄົວແລະສັ່ງສອນລູກຫລານ.ຕາມເລົ່າກັນວ່າ, ໃນຄາວຍັງນ້ອຍ,ເມື່ອຮອດຍາມບຸນ,ທ່ານລີອານກໍ່ຕ້ອງໄຫວ້ນຳຜູ່ເຖົ້າຜູ່ແກ່ໃນຄອບຄົວ.ການພົວພັນລະຫວ່າງພໍ່ກັບລູກທີ່ສັບສົນແບບນີ້, ໄດ້ສົ່ງຜົນສະທ້ອນຢ່າງຫລວງ ຫລາຍໃຫ້ແກ່ທ່ານລີອານໃນການສ້າງຮູບເງົາພາຍຫນ້າ.
1 2 3 4
|