ຄືກັນກັບຜູ່ກຳກັບການສະແດງອື່ນໆທີ່ໄດ້ຮັບຜົນສຳເລັດ, ທ່ານລີອານມັກຮູບເງົາຕັ້ງແຕ່ຍາມຍັງນ້ອຍ, ແລະມັກກະຕຸ້ນໃຈງ່າຍ.ໃນເວລາເບິ່ງຮູບເງົາ, ທ່ານລີອານມັກນ້ຳຕາໄຫລ, ຈົນຮອດດຽວນີ້, ທ່ານຍັງຄົງນ້ຳຕາໄຫລເມື່ອໄດ້ເບິ່ງໂຄງເລື່ອງທີ່ກະຕຸ້ນໃຈຄົນ. ປີ 1975, ພາຍຫລັງທ່ານລີອານຮຽນຈົບຈາກສະຖາບັນສິນລະປະກຳຂອງມະຫາວິທະຍາໄລໄຕ້ຫວັນແລ້ວ, ທ່ານກໍ່ໄປຮຽນຕໍ່ຢູ່ອາເມລິກາ. ພາຍ ຫລັງໄດ້ຮັບປະລິນຍາຕີວິຊາລະຄອນຢູ່ມະຫາວິທະຍາໄລອິລິນອຍສ໌ແລ້ວ, ທ່ານກໍ່ໄດ້ຮັບປະລິຍາໂທວິຊາຮູບເງົາຢູ່ມະຫາວິທະຍາໄລນິວຢອກ.ເມື່ອຮຽນຈົບແລ້ວ, ທ່ານລີອານຢາກກັບເມືອໄຕ້ຫວັນ, ແຕ່ຖືກນາຍຫນ້າຂອງບໍລິສັດສ້າງຮູບເງົາຫລັງຫນຶ່ງຂອງອາເມລິກາຊັກຊວນເລີຍຢູ່ອາເມລິກາຕໍ່.

ທ່ານລີອານໄປພັດທະນາຢູ່ອາເມລິກາ,ທຳອິດບໍ່ສະດວກປານໃດ,ທ່ານໄດ້ຜ່ານວັນເວລາ 6 ປີໃນທ່າມກາງຄວາມຫງ່ວມເຫງົາແລະເປົ່າປ່ຽວ.ໃນໄລຍະນີ້,ທ່ານລີອານບໍ່ມີລາຍໄດ້, ອາໄສແຕ່ລາຍໄດ້ຂອງພັນລະຍາໃນການດຳລົງຊີວິດ, ແຕ່ທ່ານບໍ່ໄດ້ປະລະພາລະກິດຮູບເງົາຕະຫລອດມາ,ທ່ານທັງຕັ້ງໃຈຄົ້ນຄວ້າຮູບເງົາຂອງອາເມລິກາ, ທັງແຕ່ງບົດຮູບເງົາ.
ເລີ່ມແຕ່ປີ 1991,ທ່ານລີອານໄດ້ຖ່າຍຮູບເງົາພາສາຈີນທີ່ໄຕ້ຫວັນລົງທຶນສາມເລື່ອງລຽນກັນຄື ເລື່ອງPUSHING HANDS,ເລື່ອງTHE WEDDING BANQUETແລະເລື່ອງ EAT DRINK MAN WOMAN,ໃນສາມເລື່ອງນີ້ລ້ວນແຕ່ຖືພໍ່ເປັນພະເອກ,ສະນັ້ນ ຄົນທັງຫລາຍກໍ່ເອີ້ນເປັນຮູບເງົາສາມເລື່ອງກ່ຽວກັບພໍ່.ຮູບເງົາສາມເລື່ອງນີ້ໄດ້ສະແດງໂສມຫນ້າຂອງຜູ່ເປັນພໍ່ທີ່ມີແນວຄິດດັ້ງເດີມ,ແລະມີອາລົມຈິດເລິກເຊິ່ງນັ້ນຢູ່ຕໍ່ຫນ້າຜູ່ຊົມໃນທົ່ວໂລກ.ອັນໄດ້ຮັບຄວາມຢືນຢັນແລະການຍ້ອງຍໍຈາກວົງການຮູບເງົາຂອງຝ່າຍຕາເວັນຕົກ.ນັກວິເຄາະຮູບເງົາທັງຫລາຍເຫັນວ່າ, ຮູບເງົາຂອງທ່ານລີອານແຝງຊ້ອນອາລົມຈິດຝ່າຍຕາເວັນອອກອັນເຂັ້ມຂຸ້ນ,ເຮັດໃຫ້ຜູ່ຊົມຢູ່ແຫ່ງຕ່າງໆທົ່ວໂລກໄດ້ສຳນຶກຮູ້ເຖິງການສະແດງອາລົມຈິດທີ່ມີເອກະລັກພິເສດຂອງຄົນຝ່າຍຕາເວັນອອກທີ່ຢູ່ໃນເສັ້ນຂີດແບ່ງລະຫວ່າງຄວາມດັ້ງເດີມແລະຍຸກປະຈຸບັນ.
1 2 3 4
|