
ຮູບເງົາເລື່ອງ BROKEBACK MOUNTAIN ທີ່ໄດ້ຮັບລາງວັນຜູ່ກຳກັບການສະແດງຍອດຢ້ຽມເທື່ອນີ້ແມ່ນຮູບເງົາຍອດຢ້ຽມອີກເລື່ອງຫນຶ່ງໃນຊີວິດເປັນຜູ່ກຳກັບການສະແດງຂອງທ່ານລີອານໂດຍບໍ່ຕ້ອງສົງໃສ.ໃນເວລາກ່າວເຖິງຮູບເງົາເລື່ອງນີ້, ທ່ານນາງລູເຢ້ນ ນັກສະແດງຊາວຈີນ ຜູ່ປະກວດກາຊາວຈີນຜູ່ທຳອິດຂອງອົສກາເວົ້າວ່າ:
ເລື່ອງ BROKEBACK MOUNTAIN ຖ່າຍໄດ້ດີຫລາຍ,ບໍ່ມີການເສແສ່ງ,ກະຕຸ້ນໃຈຄົນຫລາຍ,ແລະລຽບງ່າຍທີ່ສຸດ.ທ່ານລີອານສົມເປັນອາຈານ.
ເລື່ອງທີ່ຕ້ອງກ່າວເຖິງນັ້ນແມ່ນ, ຫົວຂໍ້ກ່ຽວກັບຄວາມຮັກຮ່ວມເພດໃນວົງການຮູບເງົາເຄີຍແມ່ນຫົວຂໍ້ທີ່ສະດຸ້ງໄວທີ່ສຸດ,ສະນັ້ນມັກຕົກຢູ່ໃນສະພາບແຄມຂອບ. ນັກວິຈານຂອງຝ່າຍຕາເວັນຕົກເຫັນວ່າ, ຮູບເງົາເລື່ອງ BROKEBACK MOUNTAIN ໄດ້ຮັບຜົນສຳເລັດໃນທົ່ວໂລກ,ເຮັດໃຫ້ຫົວຂໍ້ກ່ຽວກັບຄວາມຮັກຮ່ວມເພດໄດ້ຈາກສະພາບແຄມຂອບກ້າວເຂົ້າໃນກະແສຫລັກ,ນີ້ສະແດງໃຫ້ເຫັນວ່າ, ທ່ານລີອານໄດ້ຊອກເຫັນວິທີທີ່ສະແດງເຖິງການພົວພັນອັນສັບສົນລະ ຫວ່າງຄົນກັບຄົນຈາກເລື່ອງກ່ຽວກັບຄວາມຮັກຮ່ວມເພດ.
ຮູບເງົາທີ່ທ່ານລີອານຖ່າຍນັ້ນ, ເບິ່ງໄປແລ້ວຄືວ່າຈືດຈາງ, ແຕ່ຢູ່ເບື້ອງຫລັງຮູບພາບທີ່ລຽບງ່າຍ, ທ່ານລີອານມັກລອງຂຸດຄົ້ນາດ້ານຄວາມສັບສົນແລະດ້ານຄວາມຂັດແຍ່ງໃນອາລົມຈິດຂອງມະນຸດ,ເຮັດໃຫ້ດວງໃຈທີ່ອ່ອນແອ ໄຮ້ຄວາມຊ່ອຍເຫລືອ ບໍລິສຸດແລະດີງາມເຫລົ່ານີ້ສາມາດສົ່ງສຽງຮ້ອງທີ່ສະເທືອນໃຈຄົນໂດຍຜ່ານຮູບເງົາ.
1 2 3 4
|