ພາຍລຸນມາ,ຄຽງຄູ່ກັບການຜັນແປຂອງຍຸກສະໄໝ,ບໍ່ສູ້ມີຄົນໃຊ້ ທະນູແລ້ວ.ຊ່າງຝີມື40ກວ່າຄອບຄົວໃນບ້ານທະນູເມື່ອກ່ອນນັ້ນ,ມາຮອດຊູ່ມື້ນີ້ຍັງເຫຼືອແຕ່ຄອບຄົວຢາງຍັງຄົງເຮັດທຸລະກິດນີ້ຢູ່.
ໃນຍາມຍັງຮຽນຢູ່ໃນໂຮງຮຽນ,ທ່ານຢາງຟູສີກໍມີຄວາມຄິດທີ່ຢາກສືບທອດສີມືຂອງຄອບຄົວ.ທ່ານເວົ້າວ່າ: "ຕອນຂ້ອຍອາຍຸປະມານ14,15ປີ,ຂ້ອຍກໍ ຄິດວ່າ,ຕ້ອງມີມື້ໃດມື້ໜຶ່ງຂ້ອຍກໍຕ້ອງເຮັດ ທະນູ."
ແຕ່ຍ້ອນມູນເຫດຕ່າງໆ,ຄວາມປາຖະໜາຂອງທ່ານຢາງຟູສີທີ່ຢາກສືບທອດສີມືນັ້ນບໍ່ໄດ້ບັນລຸຜົນເປັນຈິງໂດຍຕະຫຼອດ.ທຳອິດ,ທ່ານເປັນກຳມະກອນ,ພາຍລຸນມາໄດ້ເປັນຜູ່ຂັບຄົດຕັກຊີ.ຈົນຮອດປີ1998,ສຸຂະພາບຂອງພໍ່ນັບມື້ນັບອ່ອນເພຍລົງ,ທ່ານຢາງຟູສີຈິ່ງສຳນຶກຮູ້ວ່າ,ຖ້າບໍ່ສືບທອດສີມືຂອງພໍ່,ສີມືເຮັດ ທະນູເຜົ່າມັງຊູດັ້ງເດີມຂອງຈີນກໍຈະສູນເສຍໄປ.ສະນັ້ນ,ທ່ານຢາງຟູສີຈິ່ງປະວຽກຂັບລົດຕັກຊີ,ເລີ່ມຕົ້ນອາຊີບສີມືເຮັດທະນູຂອງຕົນຢ່າງເປັນທາງການ.
ໃນຫົວທີ່,ນາງທຽນຈ້ານຮວາ ຜູ່ເປັນເມຍພັດບໍ່ເຫັນດີໃຫ້ທ່ານຢາງຟູສີປະວຽກຂັບລົດຕັກຊີ,ຖືການເຮັດທະນູເປັນອາຊີບສະເພາະ.ນາງເວົ້າວ່າ:"ເພາະວ່າໃນຄາວນັ້ນ,ອະນາຄົດຂອງການປະກອບອາຊີບເຮັດທະນູບໍ່ຄ່ອຍເຫັນໄປໃນແງ່ດີປານໃດ,ແລະທຸລະກິດດ້ານນີ້ກໍບໍ່ໄດ້ຜົນກຳໄລຫຼາຍປານໃດ,ຄ່າຄອງຊີບຂອງໝົດຄອບຄົວລ້ວນແຕ່ອາໄສຂ້ອຍຜູ່ດຽວ,ຍັງມີຄ່າເຊົ່າເຮືອນ,ຄ່າວັດຖຸດິບກໍແມ່ນຂ້ອຍເອງເປັນຜູ່ຈ່າຍ,ເງິນແຮໜ້ອຍດຽວໃນຄອບຄົວລ້ວນແຕ່ໃຊ້ໃນດ້ານນີ້ແລ້ວ."
ພາຍລຸນມາ,ນາງທຽນຈ້ານຮວາໄດ້ສັງເກດເຫັນວ່າຜົວມີຄວາມສະແຫວງຫາຢ່າງໝັ້ນໜຽວບໍ່ປ່ຽນແປງຕໍ່ການເຮັດໜ້າທະນູ,ເລີຍຕັດສິນໃຈຫາບແບກພາລະຈັດຊື້ວັດຖຸດິບເພື່ອຜົວ.ນາງຄ່ອຍໆສັງເກດເຫັນວ່າ,ຜ່ານຈາກການເຮັດທະນູ,ນິໄສຂອງຜົວໄດ້ເກີດມີການປ່ຽນແປງຫຼາຍ.ແຕ່ເດີມ,ຜົວເປັນຄົ້ນໃຈໂວກເວກແລະບໍ່ຮອບຄອບ,ດຽວນີ້ຫັນມາເປັນຄົນທີ່ນິໃສອ່ອນໂຍມແລະສຸຂຸມຮອບຄອບ.
1 2 3
|