ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 17:15:06    
ທ່ານ​ຢາງ​ຟູ​ສີ​ກັບ​ທະ​ນູ​ເຜົ່າ​ມັງ​ຊູ(ສຽງ)

cri


ໂດຍ​ມີ​ພໍ່​ສອນ​ແບບຈັບມືເຮັດຕົວຈິງ,ທ່ານ​ຢາງ​ຟູ​ສີ​ໄດ້​ກຳ​ເຕັກນິກ​ເຮັດ​ທະນູ​ຢ່າງ​ໄວວາ,​ທະ​ນູ​ທີ່​ທ່ານ​ເຮັດ​ນັ້ນ​ກໍ​ໄດ້​ລາຄາ​ດີ​ໃນ​ທ້ອງ​ຕະ​ຫຼາດ.​ທະ​ນູ​ຂອງ​ທ່ານ,​ລາ​ຄາ​ທຳ​ມະ​ດາ​ແມ່ນ​100​ຮອດ​200​ຢວນ,​ທະ​ນູ​ທີ່​ເຮັດ​ພິ​ເສດ​ຕົວຢ່າງ​ຄື​ໜ້າ​ເຂົາ​ຄວາຍ​ດຳ,​ຄັນ​ໜຶ່ງ​ຕ້ອງ​ໜຶ່ງ​ພັນ,​ສອງ​ພັນ​ຢວນ.​ແຕ່​ວ່າ,​ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ເວ​ລາ​ແລະ​ເຫື່ອ​ແຮງ​ທີ່​ໃຊ້​ໃນ​ການ​ເຮັດ​ທະ​ນູ​ແລ້ວ,​ລາ​ຄາ​ດັ່ງ​ກ່າວ​ຖື​ວ່າ​ບໍ່​ແພງ.​ທ່ານ​ຢາງ​ຟູ​ສີ​ເວົ້າ​ວ່າ,​ການ​ເຮັດ​ທະ​ນູ​ດັ້ງ​ເດີມ​ກິນ​ເວລາ​ແລະ​ເຫື່ອ​ແຮງ​ຫຼາຍ​.​ປັດ​ຈຸ​ບັນ,​ທ່ານ​ເຮັດ​ທະ​ນູ​10​ກວ່າ​ຄັນ,​ຕ້ອງ​ໃຊ້​ເວ​ລາ​ປະ​ມານ​4​ເດືອນ.​ສະ​ນັ້ນ,​ແຕ່​ປີ​1998​ຮອດ​ປັດ​ຈຸ​ບັນ,ທ່ານ​ເຮັດ​ທະ​ນູ​ສຳ​ເລັດ​ພຽງ​200​,​300​ຄັນ​ເທົ່າ​ນັ້ນ.


ຍ້ອນ​ວ່າຈຸດພິເສດຂອງ​ສີມື​ດັ່ງກ່າວ, ທະນູ​ເຜົ່າ​ມັງ​ຊູ​ທີ່​ທ່ານ​ຢາງ​ຟູ​ສີ​ເຮັດ​ນັ້ນ​ໄດ້​ດຶງ​ດູດ​ເອົາ​ຜູ່​ນິ​ຍົມ​ທະ​ນູ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງ​ປະ​ເທດ.​ນອກ​ຈາກ​ມີ​ຜູ່​ຊື້​ທະ​ນູ​ເພື່ອ​ສະ​ສົມ​ແລ້ວ,​ຍັງ​ມີ​ຄົນ​ເດີນ​ທາງ​ໄກ,​ມາ​ຫາ​ທ່ານ​ຢາງ​ຟູ​ສີ​ເພື່ອ​ຖອດ​ຖອນ​ບົດ​ຮຽນ​ເຮັດ​ທະ​ນູ.​ຄົນ​ສ່ວນ​ຫຼາຍ​ທີ່​ມັກ​ທະ​ນູ​ຂອງ​ທ່ານ​ລ້ວນ​ແຕ່​ແມ່ນ​ຍ້ອນ​ວ່າ​ໃນ​ສີ​ມື​ດັ້ງ​ເດີມ​ຊະ​ນິດ​ນີ້ ມີ​ວັດ​ທະ​ນະ​ທຳ​ເຜົ່າ​ມັງ​ຊູ​.

ເຖິງ​ວ່າ​ມີຫຼາຍໆ​ຄົນ​ ​ສົນ​ໃຈ​ທີ່ສຸດ​ຕໍ່ໜ້າ​ທະນູ​ຂອງ​ທ່ານ​ຢາງ​ຟູ​ສີ,​ແຕ່​ທ່ານ​ພັດ​ວາງ​ເງື່ອນ​ໄຂ​ສູງ​ສຳລັບ​ການ​ຄັດ​ເລືອກ​ລູກ​ສິດ.​ທ່ານ​ເຫັນ​ວ່າ,​ປະ​ຖົມ​ປັດ​ໄຈ​ໃນ​ການ​ຮຽນ​ສີ​ມື​ດັ່ງ​ກ່າວ​ແມ່ນ​ຕ້ອງ​ຮູ້​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ຂອງ​ສີ​ມື​ດັ່ງ​ກ່າວ,​ບໍ່​ຄວນ​ຖື​ສີ​ມື​ດັ່ງ​ກ່າວ​ເປັນ​ພາ​ຫະ​ນະ​ລ້ຽງ​ຊີບ​ເທົ່າ​ນັ້ນ.​ທ່ານ​ຢາງ​ຟູ​ສີ​ມີ​ລູກ​ຊາຍ​ຜູ່​ໜຶ່ງ,​ປີ​ນີ້,​ພໍ​ດີ​ຮອດ​ຍາມ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ,​ລູກ​ບໍ່​ໄດ້​ເວົ້າ​ວ່າ​ຈະ​ສືບ​ທອດ​ສີ​ມື​ຂອງ​ທ່ານ​ຫຼື​ບໍ່,​ແຕ່​ທ່ານ​ກໍ່​ບໍ່​ບັງ​ຄັບ​ລູກ,​ທ່ານ​ຫວັງ​ໃຫ້​ລູກ​ເລືອກ​ເອົາ​ເສັ້ນ​ທາງ​ທີ່​ຕົນ​ມັກ.

ຈົນ​ຮອດ​ປັດຈຸບັນ,ທ່ານ​ຢາງ​ຟູ​ສີ​ຍັງ​ບໍ່​ທັນ​ຊອກ​ໄດ້​ຜູ່​ສືບ​ທອດ​ທີ່​ເໝາະ​ສົມ​ເທື່ອ.​ແຕ່​ ທ່ານ​ຢາງ​ຟູ​ສີບໍ່​ໄດ້ເປັນ​ຫ່ວງ.ທ່ານ​ເວົ້າ​ວ່າ: "ຜູ່​ສືບ​ທອດ​ທີ່​ເໝາະ​ສົມ​ຈະ​ຊອກ​ໄດ້​ແນ່​ນອນ,​ຂ້ອຍ​ມີ​ຄວາມ​ໝັ້ນ​ໃຈ.​ເພາະ​ປີ​ນີ້,​ອາ​ຍຸ​ຂ້ອຍ​ຫາ​ກໍ່40​ກວ່າ​ປີ,ຍັງ​ມີ​ເວລາ​ຢູ່.ທະ​ແນມ​ແຕ່​ຂ້ອຍ​ເຫັນ​ວ່າ​ເຂົາ​ມີ​ຄວາມ​ສາ​ມາດ,​ບໍ່​ວ່າ​ເຂົາ​ມີ​ວົງ​ຕະ​ກຸນ​ຫຍັງ,​ຂ້ອຍ​ກໍ​ສອນ​ສີມື​ທັງ​ໝົດ​ໃຫ້​ເຂົາເປັນ​ໄດ້."

ປີ​ນີ້, ​ທະນູ​ເຜົ່າ​ມັງ​ຊູ​ດັ້ງ​ເດີມ​ຂອງ​ທ່ານ​ຢາງ​ຟູ​ສີ​ຖືກ​ສະ​ເໜີ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸທີ່​ຈະ​ຍື່ນ​ໃຫ້​ສະຫະ​ປະຊາ​ຊາດ.ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິ​ລະ​ປະ​ກຳ​ຈີນ​ກໍ​ໄດ້​ເຊື້ອ​ເຊີນ​ທ່ານ​ຢາງ​ຟູ​ສີ​ເປັນ​ນັກ​ຄົ້ນ​ຄວ້າ,​ ອຳ​ນວຍ​​ໂອ​ກາດ​ໃຫ້​ທ່ານ​ສະ​ແດງ​ສີມື​ຂອງ​ຕົນ,​ຍັງ​ສະ​ໜອງ​ເງື່ອນ​ໄຂ​ເຮັດ​ວຽກ​ທີ່​ສະ​ດວກ​ກວ່າ​ເກົ່າ​ໃຫ້​ທ່ານ.​ທ່ານ​ຢາງ​ຟູ​ສີ​ເວົ້າ​ວ່າ,​ຕໍ່​ໄປ​ພາຍ​ໜ້າ,ທ່ານ​ຍັງ​ຈະ​ເຮັດ​ຂໍ້​ມູນ​ຕົວ​ໜັງ​ສື,​ອັດ​ເຄື່ອງ​ສຽງ​ແລະ​ເຄື່ອງ​ພາບ​ຈຳ​ນວນ​ໜຶ່ງ,​ເພື່ອ​ບັນ​ທຶກ​ເຕັກ​ນິກ​ເຮັດ​ທະ​ນູ​ດັ້ງ​ເດີມ.​ເຮັດ​ແນວ​ນີ້,​ເຖິງ​ວ່າ​ຜູ່​ທີ່​ກຳ​ສີ​ມື​ຊະ​ນິດ​ນີ້​ລ້ວນ​ແຕ່​ລ່ວງ​ລັບ​ໄປ​ກໍ​ຕາມ,ຄົນ​ຮຸ່ນ​ຫຼັງ​ຍັງ​ສາ​ມາດ​ຟື້ນ​ຟູ​ສີ​ມື​ຕາມ​ຂໍ້​ມູນ​ເຫຼົ່າ​ນີ້ໄດ້.


1  2  3