ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 11:34:14    
ສວນ​ອຸທິຍານ​ຫຼວງ​ຢູ່​ປັກ​ກິ່ງ

cri Author: da


ສວນ​ອຸທິຍານ​ຫຼວງ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​​ເປັນ"ນາມ​ບັດ​ຕົວ​ເມືອງ"​ຂອງ​ປັກ​ກິ່ງ​ທໍ່​ນັ້ນ,ຫາ​ກຍັງ​ແມ່ງຫໍພິພິທະ​ພັນ​ສິ່ງ​ກໍ່ສ້າງ​ບູຮານ​ຂອງ​ຈີນອີກ​ດ້ວຍ.

ປັກ​ກິ່ງ​ໄດ້​ເປັນ​ນະ​ຄອນ​ຫຼວງ​ໃນ​ປະ​ຫວັດ​ສາດ 800 ກວ່າ​ປີ​,ສວນ​ອຸທິ​ຍານ​ຫຼວງ​ນ້ອຍ​​ໃຫຍ່​ຕ່າງໆ​ທີ່​​ເຫຼືອ​ໄວ້​ນັ້ນມີ​ສິບ​ກວ່າ​ແຫ່ງ.​ສວນ​ອຸທິ​ຍານ​ເຫຼົ່າ​ນີ້​ມີ​ພາບ​ວິວ​ທິວ​ທັດ​ແລະ​ບັນຍາ​ກາດ​ອັນ​ສວຍ​ງາມ.​ໃນ​ນັ້ນ,​ສວນ​ອຸທິ​ຍານ​ຂອງ​ສວນ​ສາ​ທາ​ລະນະ​ປາຍ​ໄຫ​ແມ່ນ​ສວນ​ອຸທິ​ຍານ​ຫຼວງ​ທີ່​ມີ​ປະ​ຫວັດ​ດົນ​ນານ​ກວ່າ​ໝູ່​ໃນ​ໂລກ.​ທ່ານ​ນາງ​ປາຍ​ເຈີ່ນ​ເຈີ່ນ ຜູ້​ຊ່ຽວ​ຊານ​ດ້ານ​ປະ​ຫວັດ​ສາດ​ຂອງ​ຫ້ອງ​ການ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ຂອງ​ສວນ​ສາ​ທາ​ລະນະ​ປາຍ​ໄຫ​ແນະ​ນຳ​ວ່າ,​ໃນ​ສະຕະ​ວັດ​ທີ 13,ສົມ​ເດັດ​ກຸບ​ໄລ​ຄານ ເຈົ້າ​ຊີວິດ​ອົງ​ທຳ​ອິດ​ຂອງ​ລາຊະ​ວົງ​ຢວນ​ກໍ່​ພິພະ​ໄທ​ນຳ​ທິວ​ທັດ​ອັນ​ສວຍ​ງາມ​ຢູ່​ແຫ່ງ​ນີ້,​​ແລະ​ໄດ້​ສ້າງ​ນະ​ຄອນ​ຫຼວງ​ຂອງ​ລາຊະ​ວົງ​ຢວນ​ຢູ່​ແຫ່ງ​ນີ້.​ທ່ານ​ນາງ​ປາຍ​ເຈີ່ນ​ເຈີ່ນ​ເວົ້າ​ວ່າ:

"​ເລີ່ມ​ແຕ່​ລາຊະວົງ​ຢວນ,ຕະຫຼອດ​ຮອດລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງ,​ແຫ່ງ​ນີ້​ກໍ​ແມ່ນ​ສວນ​ອຸທິຍານ​ຫຼວງ​ຂອງ​ເຈົ້າຊີວິດຕະຫຼອ​ດມາ.​ເມື່ອ​ເວົ້າ​ໃນດ້ານ​ປະຫວັດສາດຂອງ​ການ​ສ້າງຕັ້ງນະຄອນຫຼວງ​ໃນ​ໂລກ​ແລ້ວ​,ການ​ຕົກລົງສ້າງນະຄອນຫຼວງ​ຍ້ອນສວນ​ອຸທິຍານ​ແຫ່ງ​ໜຶ່ງນັ້ນ,ແມ່ນ​​ເຫັນ​ໜ້ອຍທີ່​ສຸດ​ໃນ​ໂລກ."

ສວນ​ສາ​ທາ​ລະນະ​ປາຍ​ໄຫ​ໃນ​ປະຈຸ​ບັນ,​ກວມ​ເນື້ອ​ທີ່​ເກືອບ 70 ​ເຮັກ​ຕາ,​ໃນ​ນັ້ນ ​ເນື້ອ​ທີ່​ນ້ຳກ​ວມ​ກວ່າ​ເຄິ່ງ​ໜຶ່ງ​.ຫໍ​ໂຮງ​ທີ່​ສະ​ຫງ່າ​ຜ່າ​ເຜີຍ,ວັດ​ພຸດ​ທະ​ສາສະ​ໜາ​ທີ່​ສະ​ຫງົບ​ມິດ​ງຽບ​,​ໄດ້​ແຈກ​ຢາຍ​ຢູ່​ໃນ​ສວນ​ຢ່າງ​ເໝາະ​ສົມ​ແລະ​ສົມ​ເຫດ​ສົມ​ຜົນ.​ຢູ່​ກາງ​ເຂດ​ນ້ຳຂ​ອງ​ສວນ​ສາທາ​ລະນະ​ປາຍ​ໄຫ​ມີ​ເກາະ​ນ້ອຍ​ເກາະ​ໜຶ່ງ,​ຊື່ວ່າ"​​ຈູງ​ຮວາ​ເຕົາ",ຢູ່​ເທິງ​ເກາະ​ມີ​ທາດ​ຂາວ​ແບບ​ຕິ​ເບ​ດ​ແຫ່ງ​ໜຶ່ງ​,ນີ້​ແມ່ນ​ເຈົ້າ​ຊີ​ວິດ​ລາຊະ​ວົງ​ຊິງ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ພຸດ​ນິກາຍ​ຕິ​ເບດ​ຊົງ​ສັ່ງ​​ໃຫ້​ຄົນ​ສ້າງ​ຂຶ້ນ.​ດ້ານ​ໜຶ່ງ,​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂຄ​ລົບ​ນັບ​ຖື​ຂອງ​​ເຈົ້າ​ຊີວິດ​ຕໍ່​ພຸດ​ທະ​ສາສະ​ໜາ​,ພ້ອມ​ທັງ​​​ໄດ້​ເພີ່ມ​ຕື່ມ​ຄວາມ​ເລິກ​ລັບ​ຂອງ​ເກາະ​ນ້ອຍ​ແຫ່ງ​ນີ້.

ເມື່ອ​ປີນຂຶ້ນ​ທາດ​ຂາວ​ຫຼຽວ​ເບິ່ງ​ໄປ​ທາງ​ໂຕ້,ນັກທ່ອງ​ທ່ຽວ​ຈະ​​ໄດ້​ເຫັນ​ວ່າ,ບວກ​ກັບເກາະ​ຈູງ​ຮວາ​ເຕົາ​ລວມມີ​ເກາະ​ນ້ອຍ​ໃຫຍ່ 3 ​ເກາະ​ລຽນ​ຕິດກັນ​,ລອຍ​ຢູ່​ເທິງ​ໜ້ານ້ຳ.ຖ້າວ່າ​ໃນ​ມື້​ມີນ້ຳໝອກ,ສາລາ​ຢູ່​ເທິງ​ເກາະລາງ​ເທື່ອ​​ເບິ່ງ​ເຫັນ​ໄດ້ ລາງ​ເທື່ອ​ເບິ່ງ​ບໍ່​ເຫັນ,​ເໝືອນ​ກັບ​ແດນ​ສະຫວັນ.​​ເກາະ​ໃນ​ນ້ຳ​ສາມ​ແຫ່ງ​ນີ້,​ແມ່ນ​ຊ່າງ​ໄມ້​ຊ່າງ​ມື​ສ້າງ​ຂຶ້ນດ້ວຍ​ວິທີ​ສ້າງ​ສວນ​ແບບພິ​ເສດຊະນິດ​ໜຶ່ງ​ໃນ​ການສ້າງ​ສວນອຸທິຍານ​ຫຼວງ​ຂອງ​ຈີນ,ວິທີ​ນີ້​ເອີ້ນ​ວ່າ"ອີ້​ສື​ຊັ່ນຊ່ານ" ​ແປ​ວ່າ"ໜອງ​ໜຶ່ງ​ສາມ​ພູ".

ອັນ​ວ່າ"​ໜອງ​ໜຶ່ງ​ສາມ​ພູ",​ກໍແມ່ນ​ຂຸດ​ໜອງ​ກອງ​ເປັນ​ພູ,​ແລ້ວ​ສ້າງ​ເປັນ​ເກາະ 3 ​​ແຫ່ງ​ໃນ​ນ້ຳ.​ໃນ​​ເທບ​ນິຍາຍ​ບູ​ຮານ​ຂອງ​ຈີນ,​ຢູ່​ເທິງ​ທະ​ເລ​ມີ​ພູ​ສາມ​ໜ່ວຍ​ແມ່ນ​ບ່ອນ​ຢູ່​ຂອງ​ເທວະ​ດາ,​ມີ​ຢາ​ອາຍຸ​ວັດ​ທະ​ນະ.ສະ​ນັ້ນ,​ເຈົ້າ​ຊີວິດ​ທັງ​ຫຼາຍ​ຂອງ​ຈີນ​ເພື່ອ​ສະ​ແຫວງ​ຫາ​ອາຍຸ​ວັດທະ​ນະ,ຈຶ່ງ​ສ້າງ"​ໜອງ​ໜຶ່ງ​ສາມ​ພູ"ໃນ​ສວນ​ອຸທິ​ຍານ​ຂອງ​ຕົນ.​ທ່ານ​ຫຼີ​ຈ້ຽນ​ພິງ ຜູ້​ຊ່ຽວ​ຊານ​ທີ່​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ຂອງ​ປັກ​ກິ່ງ​ແນະ​ນຳ​ວ່າ,​​ເອກະ​ລັກ​ພິ​ເສດ​​ໃນ​ການ​ກໍ່​ສ້າງ​ດັ່ງ​ກ່າວ​ນີ້​ແມ່ນ​ມີ​ຢູ່​​ໃນ​ສວນ​ອຸທິ​ຍານ​ຫຼວງ​ຂອງ​ຈີນ​ທໍ່​ນັ້ນ.

""ໜອງ​ໜຶ່ງ​ສາມ​ພູ"ແມ່ນ​ມີ​ຢູ່​​ໃນສວນ​ອຸທິຍານ​ຫຼວງ​ເທົ່າ​ນັ້ນ,ຜູ້​ອື່ນ​ຮຽນ​ນຳ​ບໍ່​ໄດ້,ຖ້າ​ບໍ່​ດັ່ງນັ້ນຈະ​ຖືກ​ຂ້າ​ຕາຍ​ໃນ​ສັງຄົມ​ສັກດິນາ​ຈີນ."ໜອງ​ໜຶ່ງ​ສາມ​ພູ"​ກໍ​ແມ່ນ​ສັນຍະ​ລັກ​ທີ່​ສຳຄັນກວ່າ​ໝູ່​ຂອງ​ສວນ​ສາທາລະນະປາຍ​ໄຫ,ຖ້າໄປ​ທ່ຽວ​ຫຼິ້ນ​ສວນ​ປາຍ​ໄຫ​ບໍ່​ໄປ​ຊົມ​ເບິ່ງ"ໜອງ​ໜຶ່ງ​ສາມ​ພູ",ນັ້ນກໍ​ໝາຍ​ຄວາມ​ວ່າ​ບໍ່​ໄດ້​​ເຫັນ​ມິ່ງຂວັນ​ຂອງ​ສວນ​ອຸທິຍານ​ຫຼວງ​ແຫ່ງ​ນີ້."
1  2  3