ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 11:34:14    
ສວນ​ອຸທິຍານ​ຫຼວງ​ຢູ່​ປັກ​ກິ່ງ

cri Author: da


ຫໍງີ້ວ​ເຕີ​ເຫີ​ຢວນມີ​ຊື່​ສຽງ​ເຊັ່ນ​ດຽວ​ກັນ​ກັບ​ລະບຽງ​ຍາວ,​ແມ່ນ​ຫໍ​ງີ້ວ​ບູຮານທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໃນ​ປະຈຸ​ບັນ.ຫໍ​ງີ້ວ​ແບ່ງ​ເປັນ​ສາມ​ຊັ້ນ,ສູງ 21 ​ແມັດ.ການ​ອອກ​ແບບ​ຫໍ​ງີ້ວ​ຍອດ​ຢ້ຽມ​ຫຼາຍ,ບໍ່​ພຽງ​ແຕ່​ມີ​ສາກ​ຫຼັງ​ທີ່​ຂຶ້ນ​ລົງ​ໄດ້​ເທົ່າ​ນັ້ນ,ຫາກຈົນກະທັ້ງຍັງ​ສາມາດ​ສົ່ງ​ນ້ຳຂຶ້ນ​ເທິງ​ເວທີ​ເພື່ອ​ປະສານ​ສົມທົບ​ກັບ​ການສະ​ແດງ​ອີກ​ດ້ວຍ.​ເມື່ອ​ໄດ້​ຊົມ​ເບິ່ງ​ຫໍ​ງີ້ວ​ແລ້ວ,ທ່ານ​ນາງ​ຈອນ​ນາ ມາສ​ໂຄຣ໌ ​ແຂກ​ທ່ອງ​ທ່ຽວ​ອັງກິດ​ເວົ້າວ່າ:

"ຟັງ​ງີ້ວ​ຢູ່​​ແຫ່ງນີ້​ຈະ​ມ່ວນ​ທີ່​ສຸດ,​ໃນ​ເວລາ​ພວກ​ຂ້າພະ​ເຈົ້າຍ່າງ​ເຂົ້າຫໍງີ້ວ​ນີ້,ກໍ​ໄດ້​ພົບ​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງທີ່​ມ່ວນທີ່​ສຸດ.ຫໍ​ນີ້​ຈັ່ງ​ແມ່ນ​ເຮັດ​ໃຫ້​ຄົນ​ມີພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງທີ່​ສຸດ."

​ເມື່ອ​ອອກຈາກ​ສວນ​ອີ້​ເຫີ​ຢວນ​ໄປ​ທາງ​ພາກ​ຕາ​ເວັນ​ອອກ​ບໍ່​ໄກ,ກໍ​ໄປ​ຮອດ​ສວນ​ຢວນມິ​ງຢວນ.ສວນ​ຢວນມິ​ງຢວນກໍ​ເຄີຍ​ເປັນລາຊະນິ​ເວດ​ແຫ່ງ​ໜຶ່ງ​ທີ່​ເຈົ້າຊີວິດ​ລາຊະວົງ​ຊິງ​​ໂປດ​ປານ​ທີ່​ສຸດ.​ແຕ່​ສິ່ງ​ທີ່​ເສຍດາຍ​ນັ້ນ​ແມ່ນ,ສວນ​ອຸທິຍານ​ແຫ່ງ​ນີ້​ຖືກ​ກອງ​ທະຫານ​ປະສົມອັງກິດ​ຝຣັ່ງປຸ້ນ​ສະດົມ​ແລະ​ຈູດ​ໄຟ​ເຜົາ​ຢ່າງ​ປ່າ​ເຖື່ອນ​ເມື່ອ​ປີ 1860,​ໃນ​ທີ່ສຸດ​ເຫຼື​ອ​ໄວ້​ແຕ່​ຊາກ​ອາຄານ​​ແບບ​ເອີ​ລົບ.ນາງ​ຫານ​ນິງ ຄົນ​ປັກ​ກິ່ງ​ທີ່​ມາ​ສຳຜັດ​ປະຫວັດສາດ​ຢູ່​ແຫ່ງ​ນີ້​ເວົ້າວ່າ:

"ຂ້າພະ​ເຈົ້າຍິ່ງ​ມັກ​ສວນ​ນີ້​ຫຼາຍ​ກວ່າ​ສວນ​ອີ້​ເຫີ​ຢວນ,​ເຖິງ​ວ່າ​ເຫຼຶອ​ແຕ່​ຊາກກໍ່ຕາມ,ແຕ່​​ໃນ​ເວລາ​ຊົມ​ເບິ່ງ,ພັດ​ສາມາດ​ຫວນ​ຄືນ​​ເຖິງຮູ​ບຊົງ​ສະຫງ່າ​ງາມ​ຂອງ​ມັນ​ໃນ​ເມື່ອ​ກ່ອນ."
1  2  3