ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 17:22:16    
ເພງຂອງນາງ​ວັງ​ຢົງ

cri Author: da


ນາງ​ວັງ​ຢົງ​ແມ່ນ​ນັກ​ຮ້ອງ​ທີ່​ມີ​ຈຸດ​ພິ​ເສດ​ເທິງ​ເວທີ​​ເພງຂອງຈີນ,ນາງຊ່າງ​ແຕ່ງ​​ເນື້ອ​ຮ້ອງ ທຳນອງ​ເພງ​ແລະ​ຮ້ອງມ່ວນ,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ທີ່​ສຸດ​ຈາກ​ແຟນ​ເພງທັງຫຼາຍ.​

(ປ່ອຍ​ເພງ)ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ wo bu shi huang rong "​ຂ້ອຍບໍ່​ແມ່ນ​ຮວງ​ຢົງ"ທີ່​ພາ​ໃຫ້​ນາງ​ມີ​ຊື່​ສຽງ.ນາງ​ຮວງ​ຢົງ​ແມ່ນນາງ​ເອກໃນ​ເລື່ອງ"she diao ying xiong zhuan ວິລະ​ຊົນ​ຍິງ​ແຫຼວ"​ເລື່ອງ​ກົງ​ຟູ​ຂອງ​ຈີນ.​ແຟນ​ເພງ​ທັງຫຼາຍ​ໄດ້​ຮູ້ຈັກ​ນາງ​ວັງ​ຢົງຍ້ອນ​ເພງ​ນີ້​ເອງ.​ເພງ hip-pop ​ແມ່ນ​ເພງ​ທັນ​ສະ​ໄໝ,​ທຳນອງຮ້ອງງ່າຍ,ຈື່​ງ່າຍ​.​ມີເນື້ອ​ຮ້ອງ​ວ່າ"ຂ້ອຍ​ບໍ່​ແມ່ນ​ຮວງ​ຢົງ,​ຫຼິ້ນ​ກົງ​ຟູ​ບໍ່​ເປັນ,ຂໍ​ແຕ່​ອ້າຍ​ຈິ້ງ ຮັກ​ຂ້ອຍ​ຢ່າງ​ສຸດ​ໃຈ".​ເຊີນ​ຟັງ​ໄດ້​ເລີຍ.

ນາງ​ວັງ​ຢົງ​ເກີດ​ຢູ່​ສິ່ງ​ເຕົ໋າ​ເມືອງ​ແຄມ​ທະ​ເລ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ເລີ່​ມຮຽນສີ​ໄວ​ໂອ​ລິນ​ແຕ່​ຍາມ 8 ປີ,ທັງ​​ໄດ້​ສະ​ແດງໃຫ້​ເຫັນ​ພອນ​ສະຫວັນ​ດ້ານ​ດົນຕີມາ​ແຕ່​ນ້ອຍ,ນາງ​ມີ​ຄວາມ​ສະດຸ້ງ​ໄວ​ທີ່​ສຸດ​ຕໍ່​ສຽງ​ແລະ​ທຳນອງ,ຟັງ​ແຕ່​ເທື່ອ​ດຽວ,ນາງກໍ​ຮ້ອງ​ໄດ້​ໂລດ.ອາຍຸ 12 ປີ ,ນາງ​ວັງ​ຢົງ​ກໍ່ເລີ່​ມຮຽນດີດ​ເປ່​ຍ​ໂນ່​.ອາຍຸ 15 ປີ,ນາງ​ວັງ​ຢົງ​ໄດ້​ຟັງ​ເພງ​ອັງກິດ​ເທື່ອ​ທຳ​ອິດ,ນາງປະກົດ​ເຫັນ​ວ່າ​ເພງສະ​ໄໝ​ມ່ວນ​​ແທ້ໆ,ຈຶ່ງ​ເລີ່​ມຊອກຫາ​ກະ​ເສັດ​ເພ​ງອັງກິດ​ມາ​ຟັງ.ຕໍ່​ມາ,ນາງ​ວັງ​ຢົງ​ໄດ້​ສອບ​ເສັງ​ເຂົ້າສະ​ຖາ​ບັນ​ກະຈາຍສຽງ​ປັກ​ກິ່ງ​ດ້ວຍ​ຄະ​ແນນ​ດີ​ເລີດ.

ໃນທ່າມກາງ​ບັນຍາກາດ​ວັດທະນະທຳ​ອັນ​ເຂັ້ມຂຸ້ນ​ແລະ​ຄວາມ​ເສລີຢູ່​ມະຫາວິທະຍາ​ໄລ,ນາງ​ວັງ​ຢົງ​ໄດ້​ພະຍາຍາມຮຽນ​ກີ​ຕາ​ແລະວິທີແຕ່ງ​ເພງ,ທັງ​ແນ່​ໃຈ​ວ່າ ດົນຕີ​ຈຶ່ງແມ່ນ​ເລື່ອງ​ທີ່ນາງ​ເອງມັກ​ທີ່​ສຸດ​.​ໃນ​ໄລຍະ​ຮຽນຢູ່​ມະຫາວິທະຍາ​ໄລ,ນາງ​ວັງ​ຢົງກໍ່​ເລີ່​ມ​ແຕ່ງ​ເພງ​​ໃຫ້​ຕົນ​ເອງ​ແລະ​ນັກ​ຮ້ອງ​ຜູ້​ອື່ນ,​​ເພງ yun bu zhi dao yu zhi dao "​ເມກ​ບໍ່​ຮູ້ ​ແຕ່​ຝົນຮູ້"ທີ່​​ແຕ່ງໃນ​ເວລາ​ຮຽນຈົບນັ້ນ​ໄດ້​ທີ​ໜຶ່ງ​ໃນ"ການ​ລຽງ​ລຳດັບເພງ​​ຈີນ".
1  2  3