ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 17:22:16    
ເພງຂອງນາງ​ວັງ​ຢົງ

cri Author: da


ພອນ​ສະຫວັນ​ດ້ານ​ດົນ​ຕີຂອງ​ນາງ​ວັງ​ຢົງ​ໄດ້​ດູດ​ດຶງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ຫຼີຈີ້​ນ ນັກ​ດົນຕີ​ຜູ້​ມີ​ຊື່​ສຽງ​ຢູ່ຮົງ​ກົງ,ປີ 2002 ນາງ​ວັງ​ຢົງ​ໄດ້​ເຊັນ​ສັນຍາ​ກັບ​ກຸ່ມ​ວັດທະນະທຳ​ຕ້າກົວະທີ່​ມີ​​ກຳລັງ​ແຂງ​ແຮງ​ຂອງຮົງ​ກົງ,ທັງ​ໄດ້​ອັດ​ຈຳໜ່າຍCD​ແຜ່ນທຳ​ອິດ​ທີ່​ຊື່ວ່າ"ຂ້ອຍ​ບໍ່​ແມ່ນ​ຮວງ​ຢົງ",​​ເພງ​ໃນ​ແຜ່ນສຽງແມ່ນ​ເລືອກ​ມາ​ຈາກ​ຫຼາຍ​ສິບ​ເພງ​ທີ່ນາງ​ວັງ​ຢົງ​ແຕ່ງ​ເອງ.

(ປ່ອຍ​ເພງ)ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ yun bu zhi dao yu zhi dao "​ເມກ​ບໍ່​ຮູ້​​ແຕ່ຝົນຮູ້" ​ເພງ​ເອກ​ໃນCD​ແຜ່​ນທຳ​ອິດຂອງ​ນາງ​ວັງ​ຢົງ,​ແລະ​ກໍແມ່ນ​ເພງ​ທີ່​ນາງ​ແຕ່ງ​ເອງ,ມີ​ຈຸດພິ​ເສດ​ທີ່​ສຸດ​.​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ:"ຄຶດ​ຮອດ​ເຈົ້າ​ຫຼາຍ​ປານໃດ,​ເມກ​ບໍ່​ຮູ້​ແຕ່​ຝົນ​​ຮູ້.ຮັກ​ເຈົ້າ​ຫຼາຍ​ປານ​ໃດ,​ເຈົ້າບໍ່​ຮູ້​​ແຕ່ຂ້ອຍ​ຮູ້.ຄວາມສຸກ​ກໍ​ຄື​ປອນ​ເມກ,​ໄກຈົນ​ຢື້​ບໍ່​ເຖິງ.​ໃຈ​ຂອງ​ເຈົ້າລອຍ​ຢູ່​ພໍ​ປານ​ນັ້ນ,​ແຕ່​ຂ້ອຍ​ບໍ່​ແມ່ນ​ແມ່ນ້ຳ​ທີ່​ໃຫ້​ເຈົ້າລອຍ​ໄດ້."

ເມື່ອCD​ແຜ່ນ​ທຳ​ອິດ​ໄດ້ຮັບຜົນ​ສຳ​ເລັດແລ້ວ,ປີ 2003,ນາງ​ວັງ​ຢົງ​ໄດ້​ອັດ​ແຜ່ນ​ທີ​ສອງທີ່​ໃຫ້ຊື່ວ່າ fei xiang fei fei xiang ​ແປ​ວ່າ"ບໍ່​ຄຶດ​​ແຕ່​ກໍ​ຄຶດ".ມີ 10 ​ເພງ​ແມ່ນ​ນາງ​ເປັນ​ຜູ້​ເນື້ອ​ຮ້ອງ​ແລະ​ທຳນອງ​,​ໃນCD​ແຜ່ນ​ນີ້​ມີເພງສະ​ໄໝ​ນິຍົມ ​ເພງລັອກ​ແອນ​​ໂລ​ນ ​ເພງ​​ເຕັ້ນລຳ ​ເພງລູກ​ທົ່ງ ​ເພງ​ພື້ນ​ເມືອງ ​ແລະ​ດົນຕີ​ສາກົນ,ສ່ອງ​ແສງ​ໃຫ້​ເຫັນ​ພອນ​ສະຫວັນ​ຂອງ​ນາງ​ວັງ​ຢົງ​ໃນ​ທຸກ​ດ້ານ.ຕໍ່​ໄປ​ເຊີນຟັງ​ເພງwan mei"ບໍລິບູນງົດ​ງາມ​"​ເພງ​ເອກ​ໃນCD​ແຜ່ນ​ທີ​ສອງ,ມີ​ລັກສະນະ​ເພງພື້ນ​ເມືອງ.

(ປ່ອຍ​ເພງ)"ບາງ​ເທື່ອ,ຄວາມ​ຮັກ​ຄື​ກັບ​ຮູບ​ແຕ້ມດ້ວຍ​ດິນສໍ,ຖືກ​ຝົນບໍ່​ໄດ້.ບາງທີອາດ​ຈະຊື່ນ​ໃຈ​ທີ່​ສຸດ,ຮູ້​ຈັກປະລະ​ສິ່ງ​ໃດ​ສິ່ງ​ໜຶ່ງ​ບໍ່​ແມ່ນ​ງ່າຍ."ນາງ​ວັງ​ຢົງ​ເປັນ​ຜູ້​ແຕ່ງ​ເນື້ອ​ຮ້ອງ,ນີ້​ອາດ​ຈະ​ແມ່ນ​ທັດສະນະ​ຄວາມ​ຮັກ​ຂອງ​ຊາວ​ໜຸ່ມ​ໃນ​ເມືອງ​​ຊູ່​ມື້​ນີ້,ກ້າ​ສະ​ແຫວ​ງຫາ,​ແລະ​ກ້າ​ປະລະ.
1  2  3