ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 17:22:16    
ເພງຂອງນາງ​ວັງ​ຢົງ

cri Author: da


ປີ 2005,ນາງ​ວັງ​ຢົງ​ໄດ້ອັດCD​ແຜ່ນ​ໃໝ່​ຊື່ວ່າ duo ai "ຮັກ​ໃຫ້​ຫຼາຍໆ",​ມີ 10 ​ເພງ,ນາງ​ວັງ​ຢົງ​​ເປັນ​ຜູ້ແຕ່ງ​​ເນື້ອ​​ຮ້ອງແລະ​ທຳນອງ​ເພງທັງ​ໝົດ.ເພງ ai ya "​​ໄອ​ຢາ"​​ໄດ້​ລຽນ​ຢູ່​ອັນ​ດັບ​ໜ້າ"​ຂອງ​ເວ​ທີ​ເພງຈີນ"​ໂດຍ​ຕະຫຼອດ.ເມື່ອ​ໄດ້​ກະຈາຍຢູ່ວິທະຍຸ​ກະຈາຍສຽງຮົງ​ກົງ​ແລ້ວ,ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ເຊີຍ​ຫຼາຍ​.

ຄຳ​ວ່າ"​ໄອ​ຢາ"​ແມ່ນ​ຄຳ​ອຸທານ​ທີ່​ນາງ​ວັງ​ຢົງມັກ​ເວົ້າທີ່​ສຸດ,ບໍ່​ວ່າ​ພົບ​ເລື່ອງ​ດີ​ຫຼື​ເລື່ອງ​ບໍ່​ດີ,ນາງ​ກໍ​ມັກ​ວ່າ"​ໄອ​ຢ່າ",ນາງ​ສັງ​ເກດ​ເຫັນ​ວ່າ,ນີ້​ແມ່ນ​ຄຳ​ອຸທານທີ່ຄົນຈີນມັກເວົ້າໂດຍສະ​ເພາະ​,ຄົນປະ​ເທດ​ອື່ນແມ່ນບໍ່ເວົ້າ,ສະນັ້ນ ນາງ​ວັງ​ຢົງ​ຈຶ່ງ​ເອົາເປັນຊື່​ເພງ.

(ປ່ອຍ​ເພງ)ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"​ໄອ​ຢາ".​ເພງ​ນີ້​ຈັງຫວະ​ໄວ ຮ້ອງແບບຂີ້​ດື້ ​ເບົາ​ອົກ​ເບົາ​ໃຈ,ຈັງຫວະນີ້ຟັງແລ້ວເຮັດໃຫ້ຄົນປວດຢາກເຕັ້ນລຳໄປນຳ,​ເນື້ອ​ເພງ​ງ່າຍໆ​,ສະ​ແດງອາລົມ​ຮັກ​ຂອງຜູ້ສາວທີ່ລັກຮັກອ້າຍບ່າວ,​ເວົ້າຢ່າງ​ຊື່ກົງ​​ເປັນຕາ​ແພງ.​"​ຮັກເຈົ້າເດ້,ແຕ່ເຈົ້າບໍ່ກະເຕື້ອງ,ຈັ່ງແມ່ນລຳຄານ,​ຕົນ​ເອງກໍ​ຕື່ນຕົນເອງ,​ໄອ​ຢາ!"

CD​ແຜ່ນ​ຂອງນາງ​ວັງ​ຢົງ​ກໍ​ຂາຍ​ດີ​ບໍ່​ຢອກ,​ແລະ​ໄດ້​ຖືກ​ຈັດ​ເຂົ້າລຽງລຳດັບ​ໃນ​ທັນທີ.ວິທີ​ຮ້ອງ​ເພງ​ອັນ​ພິ​ເສດ​ຂອງ​ນາງ​,​ໄດ້​ຮັບ​ຄວາມຊົມ​ເຊີຍຂອງ​​ແຟນ​ເພງ​ຫຼາຍກວ່າ​ເກົ່າ.ຕໍ່​ໄປ,​ເຊີນ​ຟັງ​ເພງ shui zhu yu "ຕົ້ມ​ປາເຜັດ" ​ໃນCD​ແຜ່ນ​ໃໝ່​ຂອງ​ນາງ​ວັງ​ຢົງ.


(ປ່ອຍ​ເພງ)shui zhu yu "ຕົ້ມປາ​ເຜັດ"​ແມ່ນ​ອາຫານ​ທີ່​ຄົນ​ຈີນ​ມັກ​ກິນ​ໃນ​ປະຈຸ​ບັນ,​ທັງເຜັດທັງ​ຮຶນ,ກິນ​ແລ້ວ​ຕາ​ຊື່ນ,​ແຮ່ງ​ກິນ​ແຮ່ງ​ມັກກິນ.​ໃນ​ເພງ​ນີ້,ນາງ​ສາວ​ຜູ້​ໜຶ່ງ​ທີ່​ເປັນໜ້າ​ຮັກ​ປຽບ​ຕົ້ມປາ​ເຜັດ​ຄື​ກັບ​ຄວາມ​ຮັກ​ອັນ​ຟົດ​ຟື້ນ,ຈັ່ງ​ແມ່ນ​​ເໝາະ​ສົມ​ແທ້ໆ.​ໃນ​ເພງ​ຈັງຫວະ hip-pop ​ເພງ​ນີ້,​ເອົາ​ສຽງພິນ​ຊ່ຽນ​ຊຽນ​ເຄື່ອງ​ເສບ​ຈີນ​ສະຫຼັບ​ໃສ່,ມີຄວາມ​ຮູ້ສຶກ​ພິ​ເສດ​ພິ​ເສດ.




1  2  3