ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 11:15:40    
ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ວາງ​ສະ​ແດງ​ຫມາກ​ຜົນ​ອຸ​ດົມ​ສົມ​ບູນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ(ສຽງ)

cri Author: sayvanny

ງານ​ວາງສະ​ແດງ​ຫມາກຜົນ​ຂອງ​ການ​ອະນຸລັກ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່​ຫໍພິພິດທະພັນ​ແຫ່ງ​ຊາດ​ຈີນ​ນັ້ນ​ໄດ້​ວາງ ສະ​ແດງຂອງແທ້​ເກືອບ 2000 ​ເຄື່ອງ​ແລະ​ຮູບ​ພາບ 1500 ກວ່າ​ແຜ່ນ,​ເຊິ່ງ ສະ​ແດງ​​ໃຫ້​ເຫັນຫມາກຜົນ​ອັນ​ອຸ​ດົມ​ສົມ​ບູນ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ອະນຸລັກ​ມໍ ລະດົກວັດທະນະທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ນັ້ນ​ຢ່າງ​ຮອບ​ດ້ານ.​ໃນ​ຫລາຍ​ມື້​ມາ​ນີ້,ມີ​ຜູ່​ມາ​ຊົມ​ຢ່າງບໍ່​ຂາດ​ສາຍ,ສື່​ມວນ​ຊົນ​ກໍ່​​ໄດ້ລາຍ​ງານ​ຢ່າງ​ຫລວງ​ຫລາຍ,​ກາຍ​ເປັນ​ຈຸດ​ຮຸ່ງ​ຂອງ​ຂົງ​ເຂດ​ວັດທະນະທຳ​ປັກ​ກິ່ງ.

ໃນ​ຫ້ອງວາງສະ​ແດງ​ຂອງ​ຫໍພິພິດທະພັນ​ແຫ່ງ​ຊາດ​ຈີນ, ຈັກ​ຕ່ຳຜ້າ​​ໄຫມ​ຕ້ວນຢຸນຈິງ​ຂະຫນາດ​ໃຫຍ່​ເຄື່ອງ​ຫນຶ່ງ​ໄດ້​ດຶງ​ດູດ​ຜູ່​ຊົມ​ຢ່າງ​ຫລວງ ຫລາຍ, ຈັກຕ່ຳ​ຍາວ​ເກືອບ 6 ​ແມັດ, ກວ້າງ 1 ​ແມັດ, ສູງ 4 ​ແມັດ, ​ເຮັດ​ດ້ວຍ​ໄມ້,ຄື​ກັບ​ຫໍ​ສອງ​ຊັ້ນຫລັງ​ຫນຶ່ງ.ຈັກ​ຕ່ຳ​ນີ້​ຄວບ​ຄຸມ​ດ້ວຍ​ສອງ​ຄົນ, ຜູ່​ຫນຶ່ງ​ຢູ່​ເທິງ​ຈັດ​ວາງ​ເສັ້ນ​ຕັ້ງ,​ອີກ​ຜູ່​ຫນຶ່ງ​ຢູ່​ລຸ່ມ​​ຈັດ​ວາງ​ເສັ້ນ​ຂວາງ,​ສອງ​ຄົນ​ກຳ​ລັງ​ສະ​ແດງ​ສີ​ມື​ຕ່ຳ​ຜ້າ​ໄຫມ​ຕ້ວນຢຸນຈິງ​ທີ່​ສັບສົນ​ໃຫ້​ຜູ່​ຊົມ​ທັງຫລາຍ.



ຈັກຕ່ຳຜ້າໄຫມຕ້ວນຢຸນຈິງ


ຈັກ​ຕ່ຳຜ້າ​ໄຫມ​ຕ້ວນຢຸນຈິງ​ເຄື່ອງນີ້​ແມ່ນ​ຂົນ​ສົ່ງ​ມາ​ຈາກ​ເມືອງ​ນານ​ກິ່ງ ບ່ອນ​ຜະລິດ​ຜ້າ​ໄຫມ​ທີ່​ມີ​ຊື່ສ​ຽງຂອງ​ຈີນ.ທ່ານ​ວາງ​ປາວ​ລິນ ຫົວ​ຫນ້າ​ສະ​ຖາ ບັນ​ຄົ້ນ​ຄວ້າ​ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ຂອງ​ເມືອງ​ນານ​ກິ່ງ​ແນະນຳ​ວ່າ, ​ໃນ​ສະ​ໄຫມ​ບູຮານ, ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ສ່ວນ​ຫລາຍ​ແມ່ນ​ໃຊ້​ສຳລັບ​ຕັດ​ຊຸດ​ສະຫລອງ​ພະ​ອົງ​ຂອງ​ກະສັດ,​ເຊິ່ງຕ່ຳ​ດ້ວຍ​ຂົນ​ນົກ​ຫົງ ​ເສັ້ນ​ໄຫມ​ສີ​ແລະ​ເສັ້ນຄຳ​​ແທ້​ເປັນຕົ້ນ, ມີ​ກຳມະ​ວິທີ​ສັບສົນ,ການ​ຕ່ຳ​ກໍ່​ຊ້າ,ນາຍ​ຊ່າງ​ສອງ​ຄົນ​ມື້​ຫນຶ່ງ​ຕ່ຳ​ໄດ້​ແຕ່ 40 ຕາ ລາງຊັງ​ຕີ​ແມັດ​ເທົ່າ​ນັ້ນ,​ສະ​ນັ້ນ​ຈິ່ງ​ມີ​ຄວາມ​ເວົ້າທີ່​ວ່າ: ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ແພງ​ຄື​ຄຳ.  ທ່ານ​ວາງ​ເວົ້າວ່າ, ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ທີ່​ມີ​ກຳ​ມະ​ວິ​ທີ​ສັບ​ສົນ​ນັ້ນ​ແມ່ນ​ຈັກ​ຕ່ຳ​ທັນ​ສະ​ໄຫມ​ທີ່​​ວ່ອງ​ໄວ​ນັ້ນ​ເຮັດ​ບໍ່​ໄດ້. ທ່ານ​ເວົ້າວ່າ:

ວິທີ​ຕ່ຳ​ຜ້າ​ຂອງ​ຈັກ​ຕ່ຳ​ຍຸກ​ປະຈຸ​ບັນ​ກັບ​ວິທີ​ຕ່ຳ​ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ບໍ່​ຄື​ກັນ,​ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ງາມ​ປານ​ເມກ​ສີ​ເທິ​ງທ້ອງຟ້າ,ມັນ​​ຕ້ອງສະ​ແດງ​ສີ​ຕ່າງໆ​ນາໆຢູ່​ເທິງ​ເສັ້ນ​ຂວາງ, ຜ່ານ​ວິທີ​ຖັກ​ດອກ​ໄມ້,​ ເວົ້າ​ງ່າຍໆ​ກໍ່​​ແມ່ນ​ຄື​ກັບ ການ​ຕັດຫຍິບ​ເຄື່ອງ​ນຸ່ງ,ຫຍິບ​ເທື່ອ​ຫນຶ່ງ​ມີ​ສີ​ຊະນິດ​ຫນຶ່ງ, ຕົວຢ່າງ​ຄື​ເສັ້ນ ຂວາງ​ເສັ້ນນີ້​ມີ 50 ສີ, ​ເຮົາ​ກໍ່​ຕ້ອງ​ຖັກ 50 ​ເທື່ອ,​ປະ​ກອບ​ເປັນ​ເສັ້ນ​ຂວາງ​ເສັ້ນ​ນີ້, ​ກຳມະ​ວິທີ​ແບບ​ນີ້​ແມ່ນ​ຈັກ​ຕ່ຳຍຸກ​ປະຈຸ​ບັນ​ເຂົ້າ​ແທນ​ບໍ່​ໄດ້.

1  2  3  4