ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 11:15:40    
ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ວາງ​ສະ​ແດງ​ຫມາກ​ຜົນ​ອຸ​ດົມ​ສົມ​ບູນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ(ສຽງ)

cri Author: sayvanny

ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ຄັ້ງ​ທຳ​ອິດ​ຕັ້ງ​ແຕ່​ປະ​ເທດ​ຈີນ​ໃຫມ່​ສ້າງ​ຕັ້ງ​ຂຶ້ນ,​ລາຍ ການ​ວາງ​ສະ​ແດງ​ທີ່​ຄ້າຍ​ຄື​ກຳ​ມະ​ວິ​ທີ​ຕ່ຳ​ຜ້າ​ໄຫມ​ຕ້ວນ​ຢຸນ​ຈິງ​ ແລະ​ ເພງ​ພື້ນ​ເມືອງ​ເຜົ່າ​ຜູ​ມີ​ນັ້ນ​ຍັງ​ມີ​ຫລາຍ​,​ເຊິ່ງ​ຄັດ​ເລືອກມາ​ຈາກຂອງ​ແທ້ 6000 ກວ່າ​ເຄື່ອງ​ທີ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​​ເລື່ອ​ກສົ່ງມາ​ໃຫ້, ​ເຄື່ອງ​ວາງສະ​ແດງ​ແຕ່​ລະ​ເຄື່ອງ​ຫລື​ຮູບ​ພາບ​ແຕ່​ລະ​ແຜ່ນ​ລ້ວນ​ແຕ່​ເປັນ​ຕົວ​ແທນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ທ້ອງ​ຖິ່ນກວ່າ​ຫມູ່,​ໄດ້​ສະ​ແດງ​ໃຫ້​ເຫັນ​ຫມາກຜົນ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ.

​ເລີ່ມ​ແຕ່​ຊຸມ​ປີ 50 ສະຕະວັດ​ແລ້ວ​ນີ້, ລັດຖະບາ​ນຈີນກໍ່​ໄດ້​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ຫນ້າ​ແລະ​ບັງ​ເກີດ​ຜົນ​ຫລາຍ​ຢ່າງ​ໃນ​ດ້ານ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ,​ຕົວ​ຢ່າງ​ຄື ​ໄດ້​ສຳ​ຫລວດ ບັນທຶກ​ ຮຽບຮຽງ​ແລະ​ຄົ້ນຄວ້າ​ຕໍ່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນຶ່ງ, ກອບ​ກູ້​ແລະ​ເກັບ​ຮັກສາ​ຊັບພະຍາກອນ​ສິນ​ລະ​ປະ​ກຳ​ອັນ​ລ້ຳ​ຄ່າ​ເປັນ​ຈຳ​ນວນ​ຫລວງ ຫລາຍ,​ ໄດ້​ຮຽບຮຽງ​ພິມ​ຈຳນວນປະມວນ​ປື້​ມທີ່​ກ່ຽວຂ້ອງ,​ ເຈາະ​ຈົງ​ຄ້ຳຊູ​ມໍ​ລະ ດົກ​ວັດທະນະທຳທີ່​ບໍ່​ແມ່ນ​ວັດຖຸ​ທີ່​ມີ​ຄຸນຄ່າ​ສຳຄັນ​ຈຳນວນ​ຫນຶ່ງ​ຄື ງິ້ວປັກ​ກິ່ງ ງິ້ວ​ຄຸນ​ສູ່​ແລະ​ກັງ​ຟູ​ເປັນຕົ້ນ, ​ ​ດຳ​ເນີນ​ການ​ກໍ່ສ້າງ​ເຂດ​ອະ​ນຸ​ລັກ​ວັດ​ທະ​ນະ​ທຳ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຕັ້ງ​ພູມ​ລຳ​ເນົມ​ຈຸ້ມກັນ​ສ່ວນ​ຫນຶ່ງ,​ດຳ​ເນີນ​ກິດ​ຈະ​ການ​ອະ​ນຸ​ລັກ​ຊີ​ວະ​ຊາດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຊົນ​ເຜົ່າຂອງ​ຈີນ​ເປັນ​ຕົ້ນ,​ມາດ​ຕະ​ການ​ເຫລົ່າ​ນີ້​ໄດ້​ຮັບ​ຫມາກ​ຜົນ​ຫລາຍ​ຢ່າງ.

​ແຕ່​ວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ໂລກາ​ວິວັດ​ແລະ​ບາດກ້າວ​ຫັນ​ເປັນ​ທັນ​ສະ​ໄຫມ​ນັບ​ມື້​ນັບ​ເລັ່ງ​ໄວ​ເຂົ້າ, ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຈີນ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ການ​ຢູ່​ລອດແລະ​ການ​ພັດທະນາ​ແລະ​ປະ​ເຊີນ​ກັບ​ຄວາມ​ອັນ​ຕະລາຍ​ທີ່​ຈະ​ຫາຍ​ສາບ​ສູນ.​ຕັ້ງ​ແຕ່​ກ້າວ​ເຂົ້າ​ສະ​ຕະ​ວັດ​ໃຫມ່​ເປັນຕົ້ນມາ, ລັດຖະບານ​ຈີນ​ໄດ້​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກ​ສາ​ແລະ​ສືບ​ທອດ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ,​ໄດ້​ຕັ້ງ​ຫນ້າ​ຊຸກ​ຍູ້​ວຽກ​ງານ​ນິ​ຕິ ບັນ​ຍັດ​ກ່ຽວ​ກັບ​ການ​ອະນຸລັກ​​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,​ຮ້ອງ​ຂໍ​ໃຫ້​ຈັດ​ເຂົ້າ​ໃນ​ສາ​ລະ​ບານ​ຕົວ​ແທນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທາງ​ປາກ​ເວົ້າ​ແລະ​ບໍ່​ແມ່ນ​ວັດ​ຖຸ​ຂອງ​ມະ​ນຸດ​ຂອງ​ອົງ​ການ​ໂຢ​ເນັສ​ໂກ​ສະ​ຫະ​ປະຊາ​ຊາດ,​ສ້າງ​ລະ​ບົບ​ສາ​ລະ ບານ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ຂອງ​ຈີນ,​ ເຫລົ່າ​ນີ້​ເປັນ ຕົ້ນ.​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ລັດ​ຖະ​ບານ​ຈີນ​ໄດ້​ຕົກ​ລົງ​ຈັດ​ເອົາ​ວັນ​ເສົາ​ອາ​ທິດ​ທີ​ສອງ​ຂອງ​ເດືອນ​ມິ​ຖຸ​ນາ​ແຕ່​ລະ​ປີ​ເປັນ​ວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຈີນ,​ເພື່ອ​ຍົກ​ສະ​ຕິ​ຂອງ​ທົ່ວ​ປວງ​ຊົນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃຫ້​ສູງ​ຂຶ້ນ.​ງານ​ວາງ​ສະ​ແດງ​ຫມາກ​ຜົນ​ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ເທື່ອ​ນີ້,​ມີ​ເນື້ອ​ໃນ​ອຸ​ດົມ ສົມ​ບູນ​ແລະ​ມີ​ຮູບ​ການ​ຫລາຍ​ຢ່າງ​ຫລາຍ​ແນວ,​ເຮັດ​ໃຫ້​ຜູ່​ຊົມ​ສາມາດ​ໄດ້​ເຫັນ​ໂສມ​ຫນ້າ​ວັດ​ທະ​ນະ​ທຳ​ດັ້ງ​ເດີມອັນ​ດີ​ເລີດ​ເຫລົ່າ​ນີ້. ທ່ານ​ໂຈ່​ວ​ເຫີ​ຜິ​ງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່​ງານ​ວາງ​ສະ​ແດງ​ເທື່ອ​ນີ້.​ທ່ານ​ເວົ້າ​ວ່າ:

1  2  3  4