(ຜ້າໄຫມຕ້ວນຢຸນຈິງ)
ທ່ານວາງແນະນຳວ່າ, ຍ້ອນເຮັດຕາມກຳມະວິທີບູຮານເກົ່າແກ່ລາຍນີ້ເມື້ອຍຫລາຍ,ທັງບໍ່ມ່ວນ,ໄວຫນຸ່ມດຽວນີ້ຈິ່ງບໍ່ຍອມເຮັດ,ກຳມະວິທີຕ່ຳຜ້າໄຫມຕ້ວນຢຸນຈິງກຳລັງປະເຊີນກັບສະພາບການບໍ່ມີຄົນສືບທອດ. ເພື່ອປົກປັກຮັກສາກຳມະວິທີດັ້ງເດີມລາຍນີ້,ສະຖາບັນຄົ້ນຄວ້າຜ້າໄຫມຕ້ວນຢຸນຈິງເມືອງນານກິ່ງຜ່ານຈາກການສອນດ້ວຍປາກເຮັດດ້ວຍມື, ປະຈຸບັນໄດ້ສອນ ໃຫ້ 60 ກວ່າຄົນຮູ້ກຳມະວິທີລາຍນີ້ແລ້ວ.ພວກເຂົາເຈົ້າຍັງມີແຜນຮ່ວມມືກັບໂຮງຮຽນອື່ນໆ,ອົບຮົມບົ່ມເພາະຊ່າງຕ່ຳຜ້າທີ່ຮູ້ພາສາຕ່າງປະເທດແລະມີພື້ນຖານຈິດຕະກຳ,ຜ່ານການຮ້ອງຂໍເຂົ້າໃນສາລະບານມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງອົງການໂຢເນັສໂກສະຫະປະຊາຊາດ,ມາປຸກລະດົມພາລະຫນ້າທີ່ຮັບຜິດຊອບດ້ານປະຫວັດສາດຂອງໄວຫນຸ່ມ,ແລ້ວເຮັດໃຫ້ກຳມະວິທີດັ້ງເດີມລາຍນີ້ໄດ້ຮັບການສືບທອດກັນໄປ.
ຢູ້ອີກເບື້ອງຫນຶ່ງຂອງຫ້ອງວາງສະແດງຫໍພິພິດທະພັນແຫ່ງຊາດ, ມີຜູ່ ສາວເຜົ່າຜູມີຫລາຍຄົນໄດ້ຈູງມືກັນ,ເຮັດໃຫ້ນັກຂ່າວສົນໃຈນຳ,ພວກເຂົາເຈົ້າທັງຮ້ອງທັງຟ້ອນຢ່າງມ່ວນຊື່ນໄປນຳ.
(ຊາວເຜົ່າຜູມີ)
ທີ່ທ່ານຟັງຢູ່ນີ້ແມ່ນເພງພື້ນເມືອງເຜົ່າຜູມີ. ເຜົ່າຜູມີແມ່ນຊົນເຜົ່າສ່ວນຫນ້ອຍທີ່ຕັ້ງພູມລຳເນົາຢູ່ແຂວງຢຸນນານ ພາກຕາເວັນຕົກສຽງໃຕ້ຂອງຈີນ,ດຽວນີ້ມີປະຊາກອນພຽງ 30 ພັນກວ່າຄົນທໍ່ນັ້ນ, ເພງພື້ນເມືອງຂອງພວກເຂົາເຈົ້າກໍ່ເຫມືອນກັບຈຳນວນຄົນຂອງເຜົ່າຜູມີ,ພວມນັບມື້ນັບຫນ້ອຍລົງ.ສະນັ້ນ,ກະຊວງວັດທະນະທຳຈີນຈິ່ງໄດ້ແຕ່ງຫນ່ວຍຊ່ຽວຊານໄປສ້າງຫນ່ວຍສົ່ງເສີມສືບທອດຫນ່ວຍຫນຶ່ງຢູ່ທ້ອງຖິ່ນໂດຍຈຳເພາະ,ເພື່ອກອບກູ້ແລະປົກປັກຮັກ ສາເພງພື້ນເມືອງເຫລົ່ານີ້.ນາງຢົງມີ ຜູ່ສາວຜູ່ຫນຶ່ງຢູ່ໃນຫນ່ວຍນີ້ເວົ້າວ່າ:
ເພງທີ່ພວກເຮົາຮ້ອງຫວ່າງກີ້ນີ້ແມ່ນເພງເອື້ອຍນ້ອງ, ເຊິ່ງເປັນເພງພື້ນເມືອງຂອງພວກເຮົາເອງ.ແມ່ນປູ່ຍ່າສອນໃຫ້ພວກເຮົາ.ໃນຍາມທຳມະດາ,ໃນເວລາພວກເຮົາຫລິ້ນນຳກັນ, ກໍ່ມັກຮ້ອງເພງແບບນີ້.ແຕ່ບໍ່ແມ່ນເອື້ອຍນ້ອງເຜົ່າຜູມີຫມົດທຸກຄົນຮ້ອງເພງນີ້ເປັນ, ພວກເຮົາແມ່ນຜ່ານຈາກການຄັດເລືອກ,8 ຄົນໃດປະກອບເປັນຫນ່ວຍຫນຶ່ງ,ທັງໂຄສະນາ,ທັງສືບທອດກັນໄປ.
1 2 3 4
|