ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 10:25:56    
ລະດູບານ​ໃໝ່​ຢູ່​ພູ​ລູຊ່ານ​ງາມ​​ແທ້ໆ

cri Author: da


ເມື່ອ​ເວົ້າ​ເຖິງ​ພູ​ລູຊ່ານ​ຢູ່​ຍ່ານ​ກາງ​ແມ່ນ້ຳຢາງ​ເຊ,​ເພື່ອ​ນມິດ​ທີ່​ມັກ​ພູຜາ​ແມ່ນ້ຳຈີນ​ນັ້ນອາດ​ຈະ​ຮູ້​ແລ້ວ.ພູ​ລູຊ່ານ​ໃນ​ປະຈຸ​ບັນ​ພວມ​ຢູ່​ໃນ​ລະດູ​ທີ່ດອກ​ຄາຍ​ແລະ​ດອກອາຊາ​ເລ​​ບານ​ເຕັມ​ພູ,ນັກ​ທ່ອງ​ທ່ຽວ​ທີ່​​ໄປປີນພູ​ແລະ​ທ່ອງ​ທ່ຽວ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ພູ​ລູຊ່ານ​ຕັ້ງຢູ່​ແຄມ​ໜອງ​ໂພ​ຢາງ​ຫູ ໜອງນ້ຳຈືດ​ໃຫຍ່​ທີ​ໜຶ່ງ​ຂອງ​ຈີນທີ່ຢູ່ຊານ​ເມືອງ​ຈີວຈ່ຽງ​ແຂວງ​ຈ່ຽງຊີ່​​,ມີ​ປະລິມານ​ນ້ຳຝົນ​ທີ່​ອຸດົມສົມບູນ​ຕະຫຼອດ​ປີ,ອາກາດ​ອົບ​ອຸ່ນ.​ເມື່ອ​ຮອດ​ລະດູບານ​ໃໝ່,​ອຸນຫະພູມ​ຢູ່​ໃນ​ພູ​ຕ່າງ​ກັນ​ຫຼາຍ,ມີ​ໝອກ​​ຫຼາຍ.

ພູ​ລູຊ່ານ​ໃນ​ລະດູບານ​ໃໝ່,ຢູ່​ບ່ອນ​ໃດ​ກໍ​ເຫັນທະ​ເລ​ເມກ.ການຊົມ​ເບິ່ງ​ທະ​ເລ​ເມກ ບ່ອນ​ທີ່​ດີ​ທີ່​ສຸດ​​ແມ່ນ​ຢູ່​​ແຖບຖະໜົນ​ດອກ​ໄມ້​​ແລະ​ຜາ​ຝໍ​ໂສ່ວອຽນ​ທີ່ຢູ່​ເທິງຈອມ​ພູ.ຕອນ​ຮຸ່ງ​ເຊົ້າ,​ເມກ​ໝອກ​ລອຍ​ຂຶ້ນຢ່າງຊ້າໆ,​ຄ່ອຍໆ​ເຮັດ​ໃຫ້​ທົ່ວພູ​ລູຊ່ານ​ຕົກຢູ່​​ໃນ​ທະ​ເລ​ໝອກອັນ​ກວ້າງ​ໃຫຍ່​.ຢືນ​ຢູ່​​ຕີ​ນພູ​ເງີຍ​ໜ້າ​ຂຶ້ນ​ເບິ່ງ,ຈອມ​ພູ​​ໃນ​ໝອກ ບາງ​ເທື່ອ​​ເບິ່ງ​​ເຫັນ ບາງ​ເທື່ອ​ເບິ່ງ​ບໍ່ເຫັນ​,​ເມື່ອ​ຢືນ​ຢູ່​ເທິງ​ຈອມ​ພູ​ ກົ້ມ​ເບິ່ງ​ທາງ​ລຸ່ມ,ຢູ່​​ໃຕ້​ຕີນ​ມີ​ແຕ່​ທະ​ເລ​ໝອກ,​ຄື​ກັບ​ເຫາະ​ເຫີນ​ຢູ່​ເທີງ​ເມກ​ໝອກ.​ບາງ​ທີ​ຢູ່​ເທິງ​ພູ ມີ​ເມກ​ໝອກ​ກຸ້ມ​ກົ້ວ,​ຢູ່​ຕີນ​ພູ ພັດ​ມີ​ຝົນ​ຝອຍ​ຕົກ;​ບາງ​ທີ​ຄວັນ​ໝອກ​ແລະ​ເມກ​​ໄດ້​ຫັບ​ຫາຍ​​ໄປ,ຢູ່​ຕໍ່​ໜ້າ​ແມ່ນ​ພາບ​ວິວ​ທິວ​ທັດ​ອັນ​ສວຍ​ງາມ.

ທ່ານ​ຫຼີ​ເວີນລ້ຽງທີ່​​ເຕີບ​ໃຫຍ່​ຢູ່​​ເຂດ​ພູ​ລູຊ່ານບອກນັກ​ຂ່າວ​ວ່າ:

"ມາ​ທ່ຽວ​ພູ​ລູຊ່ານ​ໃນ​ເດືອນ​ມີ​ນາ​ແລະ​ເດືອນ​ເມສາ,ດີ​ທີ່​ສຸດ​ແມ່ນ​ພັກ​ຢູ່​ເທິງ​ພູ.ຕອນ​​ເຊົ້າ ຍ່າງ​ອອກ​ຈາກຫ້ອງ​ນອນ,​​ເຫັນເມກ​ໝອກ​ເຕັມ​ພູ,ບາງທີ​ເຮັດ​ໃຫ້​ຄົນ​ລືມ​ຄີງ​ໄປ​ວ່າ ​ຕົນ​ເອງ​ຢູ່​ໃສ,ຮູ້ສຶກ​ສະບາຍ​ຫຼາຍ​ຄື​ລອຍຢູ່​ເທີ​ງ​ເມກ​ໝອກ."


1  2  3