ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 10:25:56    
ລະດູບານ​ໃໝ່​ຢູ່​ພູ​ລູຊ່ານ​ງາມ​​ແທ້ໆ

cri Author: da

ຍ້ອນພູ​ລູຊ່ານ​ມີ​ເມກ​ຫຼາຍ​ແລະ​ນ້ຳໝອກ​ຫຼາຍ,ຊາ​ທີ່​ຜະລິດ​ຢູ່​ພູ​ລູຊ່ານ​ກໍ​ຖືກຕັ້ງຊື່​ເປັນຊາ​ຢຸນອູ້ ​ແປ​ວ່າ​ຊາ​ເມກ​ໝອກ.ຊາ​ຢຸນອູ້ມີ​ຄຸນ​ນະພາ​ບດີ​ເລີດ,ບໍ່​ພຽງ​ແຕ່​ຂາຍ​ດິບ​ຂາຍ​ດີ​ຢູ່​ຈີນ​ທໍ່​ນັ້ນ,​ຍັງ​ຂາຍ​ໄປ​ຮອດ​ຍີ່ປຸ່ນ ​ເຢຍລະ​ມັນ ສ.​ເກົາຫຼີ ອາ​ເມ​ລິ​ກາ​ແລະ​ອັງກິດ​ເປັນຕົ້ນ.​ຕົ້ນ​ເດືອນ​ເມສາ​ແຕ່ລະ​ປີ​ແມ່ນ​ຍາມ​ດີ​ທີ່​ສຸດ​ສຳລັບ​ເກັບ​ແລະ​ຜະລິດ​ຊາ​ຢຸນອູ້.ສະນັ້ນ,ດຽວ​ນີ້​ໄປ​ທ່ຽວ​ພູ​ລູຊ່ານ,ຄົນ​ສ່ວນ​ຫຼາຍມັກ​ຊື້ຊາ​ຢຸນອູ້​ພູ​ລູຊ່ານກັບ​ເມືອຕ້ອນ​ພີ່ນ້ອງ​ແລະ​ໝູ່​ເພື່ອນ.

ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ພູ​ລູ​ຊ່ານ,​ເຮັດ​ໃຫ້​ພືດ​ຢູ່​ແຫ່ງ​ນີ້​ຈະ​ເລີນ​ງອກ​ງາມ​ທີ່​ສຸດ.​ປະຈຸ​ບັນ,​ດອກ​ຄາຍ ດອກ​ອາ​ຊາ​ເລ ​ແລະ​ດອກ​ຈອງ​ເປັນ​ຕົ້ນ​ພວມ​ບານ​​ເຮືອງ​​ເຮື່ອ​ຢູ່​ເທິງ​ພູ,​ໃນ​ເວລາ​ລົມ​ພັດ​ມາ,​ໝົດ​ພູມີ​ແຕ່​ກິ່ນ​ດອກ​ໄມ້​ຫອມ​.

ສວນ​ພຶກສາ​ຊາດ​ລູ​ຊ່ານ​ທີ່​ສ້າງ​ຂຶ້ນ​ເມື່ອ​ປີ 1934 ​ແມ່ນ​ສວນ​ພຶກ​ສາ​ຊາດ​ທີ່​ສ້າງ​ຂຶ້ນ​ກ່ອນ​ໝູ່​​ຂອງ​ຈີນ,​ໜ້າ​ໄປ​ທ່ຽວ​ຊົມ​ຫຼາຍ.ຢູ່​ໃນ​ສວນ​ມີ​ເຂດ​ຕົ້ນ​ໄມ້ ​ເຂດ​ຫ້ອງ​ອຸ່ນ ​ເຂດ​ພືດ​ດິນ​ເບື່ອ​ມ ສວນ​ຊາ​ຢຸນອູ້ ​ແລະ​ສວນ​ປູກ​ຕົ້ນ​ຢາ​ເປັນ​ຕົ້ນ,​ຢູ່​ແຫ່ງ​ນີ້​ຍັງ​ມີ​ພືດ​ຊົມ​ຢ່າງ​ຫຼວງ​ຫຼາຍ​.ຕາມ​ສະ​ຖິຕິ,​ປະຈຸ​ບັນ ຢູ່​ໃນ​ສວນ​ພຶກ​ສາ​ຊາດ​ລູຊ່ານ​ໄດ້​ປູກ​ພືດ​ພາຍ​ໃນ​​ແລະ​ຕ່າງ​ປະ​ເທດ 3400 ກວ່າ​ຊະ​ນິດ,​ທັງ​ໄດ້​ສ້າງ​ການ​ພົວ​ພັນ​ແລກ​ປ່ຽນ​​ແນວ​ພັນ​ພືດ​ກັບ60​ກວ່າ​ປະ​ເທດ​ແລ້ວ.​ທ່ານ​ສື​ສຽງ​ເໝີຍ ຮອງ​ນັກ​ຄົ້ນ​ຄວ້າ​ສວນ​ພຶກ​ສາ​ຊາດ​ລູ​ຊ່ານ​ແນະ​ນຳ​ວ່າ,​ດຽວ​ນີ້ ພູ​ລູ​ຊ່ານ​ໃນ​ລະດູ​ບານ​ໃໝ່ ຕົ້ນ​ໄມ້​ຕົ້ນ​ຫຍ້າ​ກຳ​ລັງ​ຟື້ນ​ຟູ,ສວນ​ພຶກ​ສາ​ຊາດ​ລູຊ່ານ​​ໃນ​ຍາມ​ນີ້​ແມ່ນ​ໂລກ​ຂອງ​ພືດ​ປະ​ເພດ​ຕົ້ນ​ແປກ​ແລະ​ປະ​ເພດ​ອາຊາ​ເລ.ທ່ານ​ເວົ້າ​ວ່າ:

"ຈຸດ​ພິ​ເສດ​ຂອງ​ພວກ​ຂ້າພະ​ເຈົ້າ,ໜຶ່ງ​ແມ່ນພືດ​ປະ​ເພດຕົ້ນ​ແປກ,ສອງ​ແມ່ນ​ດອກອາຊາ​ເລ.​ໃນ​ໄລຍະ​ເລີ່​ມສ້າງ​ສວນ ກໍ​ໄດ້​ນຳ​ເຂົ້າພືດ​ປະ​ເພດຕົ້ນ​ແປກ​ແລະດອກອາຊາ​ເລຢ່າງ​ຫຼວງ​ຫຼາຍ​ແລ້ວ.ດຽວ​ນີ້ ຢູ່​ໃນ​ສວນ​ມີ​ຕົ້ນ​ໄມ້ສູງ​ຈຸ​ຟ້າ​ຢ່າງ​ຫຼວງຫຼາຍ,​ແຕ່​ພັດ​ແມ່ນ​ນຳ​ເຂົ້າຈາກ​ຕ່າງປະ​ເທດ​​ເປັນ​ຈຳນວນ​ຫຼວງ​ຫຼາຍພາຍຫຼັງ​ສ້າງ​ສວນ​ແລ້ວ,ປະ​ເພດ​ທີ່​ນຳ​ເຂົ້ານັ້ນກໍ​ແມ່ນອຸດົມສົມບູນທີ່​ສຸດ."

ຢູ່​ໃນ​ເມກ​ໝອກ​ແລະ​ຊຸມຕົ້ນ​ໄມ້​ສີຂຽວ​ນັ້ນ​ແມ່ນ​ເຮືອນ​ວິນ​ລາ​ຕັ້ງ​ຊ້ອງໆ​ກັນ,ນີ້​ແມ່ນ​ຈຸດ​ພິ​ເສດ​ອີກ​ຂໍ້​ໜຶ່ງ​ຂອງ​ພູ​ລູ​ຊ່ານ.​ແຕ່ຜູ້​ເຜີຍ​ແຜ່​ສາ​ສະ​ໜາ​ຂອງ​ອັງ​ກິດ​ສ້າງ​ເຮືອນ​ພັກ​ຮ້ອນ​ຫຼັງ​ທຳ​ອິດ​ຢູ່​ແຫ່ງ​ນີ້​ເມື່ອ​ປີ 1885 ຈົນ​ຮອດ​ປະຈຸ​ບັນ,ພູ​ລູຊ່ານ​ໄດ້​ຮັກສາ​ໄວ້​ເຮືອນ​ວິນ​ລາ​ທີ່​ມີ​ເອກະ​ລັກ​ຂອງ 18 ປະ​ເທດ​ລວມ 1 ພັນ​ກວ່າ​ຫຼັງ.ຢູ່​ແຫ່ງ​ນີ້ ມີ​ເຮືອນ​ຈຳ​ລອງ​ສິ່ງ​ກໍ່ສ້າງ​​ຂອງ​ເບຼ​ຊິນ,​ຍັງ​ມີ​ສິ່ງ​ກໍ່ສ້າງ​ແບບ​​ອີ​ຕາ​ລີ​ໃນ​ສະ​ໄໝ​ຟື້ນ​ຟູ​ສິນ​ລະປະ​ວັດທະ​ນະທຳ; ມີ​ຫຼັງ​ຄາ​​ແບບ​​ເນີນ​ຊັນ​ທີ່ມັກ​ເຫັນ​ຂອງ​ເອີ​ລົບ​ເໜືອ,ຍັງ​ມີ​ຫຼັງ​ຄາ​ແບບ​​ເນີນ​ໜ້ອຍ​ຂອງ​ເອີ​ລົບ​ໃຕ້.​ບາງ​ຫຼັງ​ຕັ້ງ​ຢູ່​ເທິງ​ຈອມ​ພູ​ຂຽວ​ອຸ່ມ​ທຸ່ມ,​ບາງ​ຫຼັງ​ຕັ້ງ​ຢູ່​ລະ​ຫວ່າງ​ນ້ຳ​ຫ້ວຍ​.ຢູ່​ໃນ​ທ່າມ​ກາງ​ສີຂຽວ​ຂອງ​ລະດູ​ບານ​ໃໝ່,​ເຮືອນ​ວິນ​ລາ​ເຫຼົ່າ​ນີ້​ປະ​ຈັກ​ຕາ​ທີ່​ສຸດ.

ນາງ​ຖາງ​ຕົ່ງ​ຕົ່ງ ​ແຂກ​ທ່ອງ​ທ່ຽວ​ຂອງ​ປັກ​ກິ່ງ​ໄດ້​ມາ​ຊົມ​ເຮືອນ​ວິນ​ລາຢູ່​ແຫ່ງ​ນີ້ໂດຍ​ຈຳ​ເພາະ​ສອງ​ເທື່ອ​ແລ້ວ.ນາງ​ເວົ້າວ່າ,​ເຮືອນ​ວິນ​ລາ​ເທິງ​ພູລູ​ຊ່ານບໍ່​ພຽງ​ແຕ່​ມີ​​ໂຄງ​ສ້າງ​ພິ​ເສດ​ທໍ່​ນັ້ນ,ຫາກ​ຍັງ​ປະສານ​ກັບ​ສິ່ງ​ແວດ​ລ້ອມ​ຢູ່ອ້ອມ​ຂ້າງ​ຢ່າງ​ກົມ​ກຽວ​ກັນ​ອີກ​ດ້ວຍ.​ໃນ​ພູ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ,ມີ​ແຕ່​ພູ​ລູຊ່ານ​ຈຶ່ງ​ມີ"ບ້ານ​ໂລກ"ທີ່​ມີ​ຂະໜາດ​ໃຫຍ່​ປານ​ນີ້.ນາງ​​ເວົ້າວ່າ:

"​ເຮືອນ​ວິນ​ລາ​ຂອງ​ພູລູຊ່ານ​ບໍ່​ພຽງ​ແຕ່​​ງາມ​ທໍ່​ນັ້ນ,ຫາກ​ຍັງ​ມີ​ລັກສະນະຕົວ​​ແທນອີກ​ດ້ວຍ.​ເປັນ​ຫຍັງມາ​ທ່ຽວ​ເທື່ອ​ໃດ ຂ້ອຍ​ກໍມັກມາ​ຊົມ​ເຮືອນ​ວິນ​ລາຢູ່​ແຫ່ງ​ນີ້​?​ຍ້ອນ​ວ່າ ນອກຈາກ​ຮູ້ສຶກວ່າສວຍ​ງາມ​ແລ້ວ,ຍັງ​ຈະ​​ໄດ້ຮູ້​ນິທານ​ປະຫວັດສາດ​ຢ່າງ​ຫຼວງຫຼາຍ​ຈາກສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້​​."
1  2  3