ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 10:25:56    
ລະດູບານ​ໃໝ່​ຢູ່​ພູ​ລູຊ່ານ​ງາມ​​ແທ້ໆ

cri Author: da


ວັດ​ຕ້າ​ຫຼິນ

ເມື່ອ​ຊົມ​ເບິ່ງ​ເຮືອນ​ວິນ​ລາ​ແລ້ວ,​ຖ້າ​ມີ​ເວລາ​ຍັງ​ສາມາດໄປ​ຊົມ​ເບິ່ງ​ຮ່ອງ​ຮອຍບູ​ຮານ​ຈຳ​ນວນ​ໜຶ່ງ​ຢູ່​ເທິງ​ພູ​ລູ​ຊ່ານ.​ເຊັ່ນ:​ຖະ​ໜົນ​ດອກ​ໄມ້​ທີ່​ມີ​ຊື່​ສຽງ,​ກໍ​ແມ່ນ​ຮ່ອງ​ຮອຍ​ຂອງ​ວັດ​ຕ້າ​ຫຼິນ ວັດ​ທີ່​ມີ​ຊື່​ສຽງ​​ໃນ​ສະ​ໄໝ​ບູຮານ​ຂອງ​ພູ​ລູ​ຊ່ານ.​ຕາມ​ເລົ່າ​​ກັນ​ວ່າ,​ໃນ​ເວລາ​ທ່ານ​ປາຍ​ຈູ່ອີ້ ນັກ​ກະ​ວີສະ​ໄໝ​ບູຮານ​ຂອງ​ຈີນ​ປີນ​ພູ​ລູ​ຊ່ານ​ນັ້ນ,​ດອກ​ຄາຍ​ຢູ່​ຕີນ​ພູ​ໄດ້​ຮ່ວງ​​ໝົດ​ແລ້ວ,​ແຕ່​ດອກ​ຄາຍ​ຢູ່​​ແຫ່ງ​ນີ້​ພັດ​ພວມ​ບານ​​ເຮືອງ,​ທ່ານ​ຈຶ່ງ​ເກີດ​ມີ​​ແຮງ​ບັນ​ດານ​ໃຈ​ຢາກ​ແຕ່ງ​ກາບ​ກອນ,​ເພື່ອ​ຍ້ອງຍໍ​ພາບ​ວິວ​ທິວ​ທັດ​ອັນ​ສວຍ​ງາມ​ຢູ່​​ວັດ​ຕ້າ​ຫຼິນ.


ເດີ່ນ​ໜັງສື​ປາຍ​ລູ້​ຕຸ້ງ​

ນອກຈາກ​ນີ້,ຍັງ​ມີວັດ​ຕົ່ງ​ຫຼິນ​​ເຊິ່ງ​ສ້າງ​​ເມື່ອ 1700 ປີ​ກ່ອນ,ມີ​ຂະໜາດ​ໃຫຍ່​​ໂຕມະ​​ໂຫຖານ,​ແມ່ນ​ວັດ​ທີ່​ສ້າງ​ຂຶ້ນ​ກ່ອນໝູ່​ຢູ່​ເທິງ​ພູ​ລູຊ່ານ.​ເດີ່ນ​ໜັງສື​ປາຍ​ລູ້​ຕຸ້ງ​ແມ່ນ​ອີກ​ແຫ່ງ​ໜຶ່ງ.ຕາມ​ເລົ່າ​​ກັນ​ວ່າ,ແມ່ນບ່ອນ​ອ່ານໜັງສື​ຂອງ​ທ່ານ​ຫຼີ​ໂປ ນັກ​ກະວີສະ​ໄໝ​ບູຮານ​ອີກຜູ້​ໜຶ່ງ​​,ຢູ່​ແຫ່ງ​ນີ້ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ,ສິ່ງ​ແວດ​ລ້ອມມິດ​ງຽບ,ຢູ່​ໃນ​ເດີ່ນຍັງ​ມີ​ສິລາ​ຄວັດ​ແກະ​ທຸກ​ສະ​ໄໝ​ເປັນ​ຮ້ອຍ​​ແຜ່ນ,​ແມ່ນ​ໜຶ່ງ​ໃນ​ເດີ່ນ​ໜັງສືໃຫຍ່​ 4 ​ແຫ່ງ​ທີ່​ສ້າງ​ຂຶ້ນ​ກ່ອນໝູ່​ໃນ​ປະຫວັດສາດ​ຈີນ.

ພູ​ລູຊ່ານ​​ໃນ​ລະດູ​ທີ່​ຕ່າງ​ກັນ​ກໍ​ມີພາບ​ວິວທິວ​ທັດ​ຕ່າງ​ກັນ​.​ໄປ​ທ່ຽວພູ​ລູຊ່ານ ດີ​ທີ່​ສຸດ​ແມ່ນ​ໄປທ່ອງ​ທ່ຽວ​ແບບ​ພັກຜ່ອນ​​ຢ່ອນ​ອາລົມ.ພັກ​ຢູ່​ເທິງ​ພູ​ຈັກໜຶ່ງ​ອາທິດ​,ຈຶ່ງ​​ເປັນການສະຫວີ​ຍສຸກ.​ໄປ​ທ່ຽວ​ພູ​ລູຊ່ານ,ລະດູ​ຮ້ອນ​ຕ້ອງ​ເອົາ​ເສື້ອ​ຄຸມ​ນອກ​ໄປ,ລະດູ​ໃບ​ໄມ້​ຫຼົ່ນຕ້ອງ​ເອົາ​ເສື້ອ​ນວມ​ໄປ.
1  2  3