ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 22:25:54    
ເພງຮົງ​ກົງ​ແລະ​ເພງ​ໄຕ້​ຫວັນປະມວນ​ໜຶ່ງ

cri Author: da


ໃນລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ມື້​ນີ້,ດາລາ​ວັນ​ຈະ​ແນະນຳ​ເພງ​ຮົງ​ກົງ​ແລະ​​ເພງໄຕ້​ຫວັນ​ສູ່​ທ່ານ​ຟັງ.

ທ່ານ​ໂຈ່​ວຈວນຊູ​ງ ​ເປັນນັກ​ຮ້ອງ​ໄຕ້​ຫວັນ​ທີ່​ເຈົ້າຊູ້ ມີ​ອຸປະນິ​ໄສ​ສຸພາບ​ມາລະຍາດ​ດີ,ທັງ​ມີພອນ​ສະຫວັນ​​ໃນ​ການປະດິດ​ແຕ່ງ​ທີ່​ດີ​ເດັ່ນ.ທ່ານ​ຊ່າງ​​ແຕ່ງ​ເພງ​ມາພັນ​ລະ​ນາ​ອາລົມ​ຈິດຂອງ​ຄົນ​ໃນ​ຕົວເມືອງ,ບົດ​ເພງບາງບົດ​ສະ​ແດງຄວາມ​ເຈັບປວດ​ທໍລະມານ​ໃຈ​ອັນ​ເລິກ​ເຊິ່ງ,ບາງບົດ​ຊ້ຳພັດ​ສ່ອງ​ແສງ​ອາລົມ​ເບີກ​ບານ​ສຳລານ​ໃຈ.ທ່ານມັກຮ້ອງ​ເພງ​ຮັກດ້ວຍ​ສຽງ​ອ່ອນ​ຫວານ,​ເອົາ​ຊະນະ​ໃຈ​ຜູ້​ຟັງ​ຈົນ​ນັບ​ບໍ່​ຖ້ວນ,​ເລີຍ​ຖືກ​ເອີ້ນ​ເປັນ​ບິດາເພງ​ຮັກ".


​ເດືອນ​ມິຖຸນາ​ປີ​ກາຍ​ນີ້,ທ່ານ​ໂຈ່​ວຈວນ​ຊູ​ງ​ໄດ້​ອັດCD​ແຜ່ນ​ໃໝ່​ທີ່​ຊື່ວ່າxing kong xia de chuan shuo "ຄວາມ​ເລົ່າລື​ກັນ​ໃຕ້​ໝູ່ດາວ",​​ແຜ່ນCD​ແຜ່ນ​ນີ້​ໄດ້​ສືບ​ຕໍ່​ເອກະລັກ​ຂອງ​ເພງ​ຮັກ​ທີ່​ທ່ານ​ຊ່າງ​ຮ້ອງ.ຕໍ່​ໄປ ທ່ານ​ຈະ​ໄດ້​ຟັງ​ເພງ huai gan jue"​ຮູ້ສຶກ​ບໍ່​ສະບາຍ"ຊຶ່ງ​ແມ່ນ​ເພງ​ເອກ​ໃນ​CD,​ເພງ​ນີ້​ໄດ້​ພັນ​ລະ​ນາ​ອາລົມໂດດດ່ຽວປ່ຽວພອຍ​ຂອງ​ຜູ້​ບ່າວ​ຜູ້​ສາວ​ຫຼັງ​ຈາກອົກ​ຫັກ​ແລ້ວ.

"ອະດີດ​ເໝືອນ​ກັບ​ຄວາມ​ຝັນ,​​ເມື່ອ​ຕື່ນແລ້ວ ຮູ້ສຶກ​ເຈັບ​ໃຈ​ຫຼາຍ,ຜູ້​ໂສກ​ເສົ້າບໍ່​ຮູ້​ວ່າ,ຍາມ​​ໃດ​ຕ້ອງ​ປະກັນ.ຝົນ​ແຮງ ​ຕົກ​ສາ,​ຄົນ​ຮັກທີ່​​ເສຍ​ໃຈ​ຖືກ​ຝົນ​ຈົນ​ປຽກ​ກໍ​ບໍ່​ເປັນ​ຫຍັງ.ຄົນ​ອົກ​ຫັກຮ້ອງ​ໂຮ​​ສຸດ​​ໃຈ,​ໃຫ້​ຄວາມ​ໂດດດ່ຽວ​ປ່ຽວພອຍ​ຫາຍ​ໜີ.​ເຖິງ​ຈະ​ຮູ້​ແຕ່​ຍັງເມົາ​ຮັກ ​​ເຖິງ​ຈະ​ເຊົາ​ກັນ​ແລ້ວ​ຍັງ​ເສົ້າໝອງ​ຢູ່,​ໃນຄ່ຳຄືນ​ທີ່​ບໍ່​ເຫັນ​ຈັກຄົນ​,ລະບາຍ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ໃຫ້​ໝົດ​ກ້ຽງ."ທ່ານ​ໂຈ່​ວຈວນ​ຊູ​ງຮ້ອງ​ເພງ​​​ແບບ​ຈົ່ມ​ພ້ອມ​ກັບ​ເນື້ອ​ຮ້ອງ​ທີ່ໝອງ​ໃຈ,​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຈັບ​ໃຈ​ຫຼັງອົກ​ຫັກຢ່າງ​ເຕັມທີ່.

"Xing kong xia de chuan shuo ​ຄວາມ​ເລົ່າ​ລືກັນ​ໃຕ້​ໝູ່ດາວ​" ​CD ​ແຜ່ນ​ໃໝ່​ຂອງ​ທ່ານ​ໂຈ່​ວຈວນ​ຊູ​ງລວມມີ 14 ​ເພງ,​ໃນ​ນັ້ນ ມີ 7 ​ເພງ​ແມ່ນ​ທ່ານ​ໂຈ່​ວຈວນ​ຊູ​ງ​ແຕ່ງ​ໃໝ່,ອີກ 7 ​ເພງ​ແມ່ນ​​ເພິ່ນ​ແຕ່ງ​ ແຕ່ຜູ້​ອື່ນ​ຂັບ​ຮ້ອງໃນ​ເມື່ອ​ກ່ອນ,ປະຈຸ​ບັນ ທ່ານ​ຮ້ອງ​ໃໝ່​ເອົາ​ເອງ.​ເຊັ່ນ:​ເພງ"bei ji xue ຫິມະ​ຕົກ​ຢູ່​ຂົ້ວ​ໂລກ​ເໜືອ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເສີນ​ຮ້ວຍ​ຫຼິນ​ແລະ​ທ້າວ​ເຟີ​ງ​ເຕີ​ລູນ,​ເພງ" ha luo ​ໄຫ​ໂລ"ທີ່​ຂັບ​ຮ້ອງ​ໂດຍ​ທ້າວ​ອ່າດູ້​ເປັນຕົ້ນ,​ລ້ວນ​ແຕ່​​ແມ່ນ​ເພງທີ່​ທ່ານ​ໂຈ່​ວຈວນ​ຊູ​ງມັກ​ຫຼາຍ​ໃນ​​ບັນດາເພງທີ່​ເພິ່ນ​ແຕ່ງ​.​


ເທື່ອ​ນີ້ ທ່ານ​ໂຈ່​ວຈວນ​ຊູ​ງ​ໄດ້​ດັດແປງ​ເພງ​ເຫຼົ່າ​ນີ້​ຢ່າງ​ພຽນ​ໃຈ.​ເຊັ່ນ​ເພງ"ຫິມະ​ຕົກ​ຢູ່​ຂົ້ວ​ໂລກ​ເໜືອ",ທ່ານ​ໂຈ່​ວຈວນ​ຊູ​ງບໍ່​ພຽງ​ແຕ່​ໄດ້​ແຕ່ງ​ທຳນອງ​ເພງ​ແລະຂຽນ​ເນື້ອ​​ເພງ​ໃໝ່​ທໍ່​ນັ້ນ,ຫາກ​ຍັງ​ເຊີນ​ນາງ​ເສີນ​ຮ້ວຍ​ຫຼິນ ນັກ​ຮ້ອງ​ຜູ້ເກົ່າ​ມາ​ຮ້ອງ​ກັບທ່ານ​ພ້ອມ​ກັນ,ຍິ່ງ​ໄດ້​ຕັ້ງ​ໃຈແຕ່ງ​ຕອນ​​ທີ່​ສອງ​ຄົນ​ຮ້ອງ​ນຳ​ກັນຕາມ​ຈຸດ​ພິ​ເສດສຽງຮ້ອງ​ຂອງ​ສອງ​ຄົນ,ຊື່​ເພງ​ກໍ​ປ່ຽນ​​ເປັນ"zai jian bei ji xue ພົບ​ກັນ​ໃໝ່​ກັບ​ຫິມະ​ຕົກ​ຢູ່​ຂົ້ວ​ໂລກ​ເໜືອ",​ເມື່ອຟັງ​ແລ້ວ ຮູ້ສຶກ​ມ່ວນ​ກວ່າ​ເກົ່າ.

"​ຫິມະ​ຂົ້ວ​ໂລກ​ເໜືອຕົກ​ຢູ່ໃນ​ຄວາມ​ຝັນ,ຂາວບໍລິສຸດ​,​ແຕ່ຂ້ອຍຮູ້ສຶກມຶນເມົາ​,​ເຮົາ​ສອງ​ຄົນ​ເຄີຍ​ຮັກ​ກັນ​ບໍ່?​ເຈົ້າມັກ​ຈູງ​ມື​​ຊ້າຍ​ຂ້ອຍ,ຂ້ອຍ​ຍັງ​ຈື່​ໄດ້​ຢູ່.ຂ້ອຍ​ເຄີຍ​ຍີ້ມ​​ໃສ່ເຈົ້າ,ກໍ​ເຄີຍ​ໄຫ້​ຍ້ອນເຈົ້າ,​ຢ້ານ​ເສຍ​ຄວາມ​ຮັກ​ຂອງ​ເຈົ້າ.​ໃນ​ຍາມ​ທີ່ພວກ​ເຮົາ​ຕົກລົງ​ຈະ​​ເຊົາກັນ,​ເຈົ້າຄຶດ​ຫຍັງ?ຢູ່​ຂົ້ວ​ໂລກ​ເໜືອ ຫິມະຍັງ​ຕົກ​ຢູ່,ຂ້ອຍ​ຈະ​ຈູງ​ມື​ເຈົ້າອີກ​ໄດ້​ບໍ່?"
1  2  3  4