ເພງຮົງກົງແລະເພງໄຕ້ຫວັນປະມວນໜຶ່ງ
cri
Author: da
![]( /mmsource/images/2006/04/10/l1.jpg) ນາງລຽງຢົງສີມີຮູບຊົງສາວບໍລິສຸດ,ທ່າທາງອ່ອນຫວານ,ເປັນນັກຮ້ອງຮົງກົງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຟນໜຸ່ມທັງຫຼາຍ.ປີກາຍນີ້,ນາງໄດ້ອັດCD shun shi zhen "ເຂັມໂມງ"ທີ່ປະກອບດ້ວຍເພງໃໝ່ແລະເພງຍອດຢ້ຽມຫຼັງຈາກນາງຂຶ້ນເວທີເພງ 10 ປີມານີ້,ໃນນັ້ນມີເພງໃໝ່ 3 ເພງຄື:ເພງ"pian jian ອະຄະຕິ",ເພງ"shun shi zhen ເຂັມໂມງ",ເພງ"you mu min zu ຊົນເຜົ່າລ້ຽງສັດເຄື່ອນທີ່",ນອກນີ້ຍັງມີເພງ"duan fa ຜົມສັ້ນ",ເພງ"xi lian ລ້າງໜ້າ",ເພງ"dan xiao gui ຄົນຂີ້ຢ້ານ",ເພງ"xin xian ສົດໃສ",ເພງ"ai de dai jia ຄ່າຕອບແທນແຫ່ງຄວາມຮັກ",ເພງ"gui shu gan ຄວາມຮູ້ສຶກຂອງການຂຶ້ນກັບ" ເຊິ່ງເປັນເພງຮັກອະມະຕະ,ໄດ້ສະແດງໃຫ້ເຫັນປະຫວັດຮ້ອງເພງຂອງນາງໃນ 10 ປີມານີ້. ເພງ"shun shi zhen ເຂັມໂມງ"ເພງໃໝ່ແມ່ນນາງລຽງຢົງສີເປັນຜູ້ແຕ່ງທຳນອງເອົາເອງ,ລັກສະນະເພງພື້ນເມືອງບວກກັບລັກສະນະແຈສ໌ທີ່ສຽງຄ່ອຍໆ,ເຕັມໄປດ້ວຍຄວາມອົບອຸ່ນແລະຄວາມອຸກໃຈຂອງຄວາມຮັກ.
![]( /mmsource/images/2006/04/10/l2.jpg) "ຮອຍນ້ຳຕາຄ່ອຍຫາຍໄປແລ້ວ,ຂ້ອຍເຊີດຊູກຳລັງໃຈຕົນເອງແຕ່ຂ້ອຍຜູ້ດຽວ,ເດີນໄປທາງໜ້າຕາມເຂັມໂມງ,ເປີດປ່ອງຢ້ຽມລໍຖ້າແສງຕາເວັນ,ລໍຖ້າຄວາມຕື່ນຕົວ.ຄຳປະຕິຍານໃນເມື່ອກ່ອນ,ເຈົ້າຍັງເອົາຫົວຊາບໍ່?ຂ້ອຍບໍ່ຢາກຫວນຄືນອະດີດຕະການຢ່າງໂດດດ່ຽວ,ກາລະເວລາຈະບໍ່ຫ່ອນຊິກັບເມືອຮອດຕົ້ນທາງ,ມີແຕ່ຢາກໃຫ້ລົມພັດມາ,ຄ່ອຍໆລືມໄປຕາມທິດເຂັມໂມງ." 1 2 3 4
|
|