|
![](/images/spacer.gif) |
(GMT+08:00)
2006-04-10 22:25:54
|
![](/images/shim.gif) |
ເພງຮົງກົງແລະເພງໄຕ້ຫວັນປະມວນໜຶ່ງ
cri
Author: da
ທ່ານເຟ້ອື້ຊິ່ງ ນັກຮ້ອງໄຕ້ຫວັນທີ່ຖືກຍ້ອງເປັນ"ຕົ້ນໄມ້ຂຽວຕະຫຼອດ"ໃນເວທີເພງ,ມີຊື່ລືນາມຈົນເທົ້າປະຈຸບັນດ້ວຍລັກສະນະພິເສດໃນການຮ້ອງເພງແລະເຂົ້າໃຈຄວາມໝາຍຂອງເພງ.ບໍ່ວ່າຈະແມ່ນເພງເກົ່າທີ່ຫວນຄິດເຖິງອະດີດຕະການ ເພງເອກໃນລະຄອນໂທລະທັດ ຫຼືເພງນິຍົມຂອງພວກໄວລຸ້ນ,ທ່ານເຟ້ອື້ຊິ່ງກໍສາມາດຮ້ອງໃຫ້ຖືກຕາມເນື້ອເພງດ້ວຍສຽງສົດໃສ ອ່ອນຫວານແລະປານີດ,ຟັງແລ້ວຈະລືມຍາກ.
![]( /mmsource/images/2006/04/10/f1.jpg) "Fu sheng jiu meng ຄວາມຝັນເກົ່າ"ແມ່ນແຜ່ນCDແບບຫວນຄືນອະດີດຕະການທີ່ທ່ານເຟ້ອື້ຊິ່ງອັດເມື່ອປີກາຍນີ້,ເຊິ່ງກວມເພງເອກໃນຮູບເງົາເກົ່າ 10 ເລື່ອງທີ່ເຄີຍນິຍົມກັນໃນຊຸມປີ 30 ຫາ 60 ໃນສະຕະວັດທີ່ແລ້ວ.ເພງເຫຼົ່ານີ້ ໄດ້ເສບດ້ວຍເຄື່ອງເສບສະໄໝໃໝ່ບົນພື້ນຖານຮັກສາທຳນອງເກົ່າຂອງເພງ,ຍັງໄດ້ບວກໃສ່ດົນຕີປະສານສຽງຈຳນວນຫຼວງຫຼາຍໃນທຳນອງເພງ,ເຮັດໃຫ້ຄົນຮູ້ສຶກທັນສະໄໝແລະແຟຊັນກວ່າເກົ່າ.
![]( /mmsource/images/2006/04/10/f2.jpg) ທີ່ທ່ານພວມຟັງຢູ່ນີ້ແມ່ນເພງ"tian ya ge nv ສາວຮ້ອງເພງຢູ່ຂອບຟ້າແສນໄກ"ໃນCDແຜ່ນນີ້,ແມ່ນເພງເອກໃນເລື່ອງຮູບເງົາ"ເທວະດາເທິງເສັ້ນທາງ".ໃນເພງມີເນື້ອຮ້ອງວ່າ:"ຢູ່ສຸດຂອບຟ້າ,ຂ້ອຍໄປຫາແຟນ,ນ້ອງຮ້ອງເພງ,ອ້າຍເສບດົນຕີ,ອ້າຍກັບນ້ອງມີໃຈດວງດຽວ.ມອງເບິ່ງບ້ານເກີດຢູ່ທິດເໜືອ,ນ້ຳຕາໄຫຼອາບໜ້າ,ນ້ອງຄຶດຮອດອ້າຍຈົນຮອດປະຈຸບັນ.ຊີວິດເຮົາ,ໃຜໆກໍຖະໜຸຖະໜອມຍາມໜຸ່ມ,ນ້ອງຄືເສັ້ນດ້າຍ,ອ້າຍຄືເຂັມ,ບໍ່ຫ່າງເຫີນອອກຈາກກັນ." 1 2 3 4
|
|
|