ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 15:30:04    
ທ່ານຫວາງຢິ້ວກຸ້ຍກັບເພງທີ່ທ່ານແຕ່ງ

cri

ທ່ານຫວາງຢິ້ວກຸ້ຍແມ່ນນັກແຕ່ງນົດເພງທີ່ມີຊື່ສຽງຂອງສິນລະປະກອນຈີນ,ທ່ານໄດ້ແຕ່ງ ເພງມ່ວນໆດີເດັ່ນຫຼວງຫຼາຍທີ່ຜູ້ຟັງທັງຫຼາຍນິຍົມ. .

ທ່ານຜູ່ຟັງທີ່ໂຄລົບ, ທີ່ທ່ານພວມຟັງຢູ່ນີ້ແມ່ນເພງເລົ່າເລື່ອງໃນລະດູບານໃໝ່ເຊິ່ງແຕ່ງ
ໂດຍທ່ານຫວາງຢິ້ວກຸ້ຍ. ເພງນີ້ໄດ້ໃຊ້ວາຈາທີ່ມີຊີວິດຊີວາແລະດົນຕີອັນອ່ອນໂຍນສະ
ໜິດສະໜົມ, ມາສັນລະເສີນການປະຕິຮູບແລະໄຂປະຕູສູ່ພາຍນອກທີ່ນຳໂດຍພັກກອມ ມູນິດຈີນນຳເອົາການປ່ຽນແປງອັນມະຫາສານມາໃຫ້ເຂດພິເສດເສີນເຈີ້ນຈົນກະທັ້ງທົ່ວ
ປະເທດຈີນ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນແລະສະໝູມອຸ້ມຊູຂອງປະຊາຊົນຈີນທີ່ມີ
ຕໍ່ທ່ານເຕິ້ງສຽວຜິງ ນາຍຊ່າງໃຫຍ່ຜູ່ອອກແບບການປະຕິຮູບແລະໄຂປະຕູສູ່ພາຍນອກ
 ຂອງຈີນ.

ທີ່ຟັງມານັ້ນແມ່ນເພງເລົ່າເລື່ອງໃນລະດູບານໃໝ່. ເພງນີ້ແມ່ນເພງເອກໃນເລື້ອງໂທລະ ພາບບັນທຶກເອກະສານປະຫວັດສາດເລື່ອງເຕິ້ງສິວຜິງ,ຄຽງຄູ່ກັບເລື້ອງໂທລະພາບນີ້ຖືກ
ນຳອອກອາກາດ, ເພງນີ້ກໍໄດ້ເຜີຍແຜ່ໄປທົ່ວປະເທດຈີນ. ຊື່ຂອງທ່ານຫວາງຢິ້ວກຸ້ຍນັກ
ແຕ່ງນົດເພງນີ້ກໍ່ເລີ່ມມີຊື່ສຽງໃນໝູ່ຜູ່ຟັງ.


1  2  3  4