ທ່ານຫວາງຢິ້ວກຸ້ຍແມ່ນນັກດົນຕີທີ່ມາຈາກບ້ານພູດອຍນ້ອຍໆໃນແຂວງຫູນານ. ທ່ານ ເວົ້າວ່າ, ເດັກນ້ອຍບ້ານນອກບ້ານພູດອຍໄດ້ເຕີບໃຫຍ່ຈົນຄືສູ່ມື້ນີ້, ແມ່ນຍ້ອນຄູອາຈານ ໄດ້ຄວາມຮູ້ແລະຄວາມກ້າຫານແກ່ທ່ານ. ທ່ານໄດ້ມີຄວາມປາຖະໜາຢາກແຕ່ງເພງບົດ ໜຶ່ງມາສັນລະເສີນຄູອາຈານແຕ່ດົນແລ້ວ. ສະນັ້ນ, ໃນເວລາແຕ່ງເພງເມື່ອເຕີບໃຫຍ່ ແລ້ວຂ້ອຍກໍ່ກາຍເປັນເຈົ້ານັ້ນ, ທ່ານແມ່ນແຕ່ງດ້ວຍຄວາມຮັກແພງອັນເລິກເຊິ່ງ. ທ່ານ ເວົ້າວ່າ:
ເມ່ືອແຕ່ງບົດເພງບົດໃດກໍ່ຕ້ອງມີພື້ນຖານດ້ານອາລົມຈິດ. ຖ້າບໍ່ມີອາລົມຈິດນີ້, ບໍ່ມີຫົວ ຄິດປະດິດສ້າງໃນດ້ານນີ້ແລະບໍ່ມີຈິດວິນຍານນີ້ແລ້ວ, ແມ່ນຂຽນບໍ່ອອກ, ຫຼືເຖິງຈະແຕ່ງ ໄດ້ກໍ່ບໍ່ມ່ວນ. ການແຕ່າງເພງນີ້ກໍ່ເຊັ່ນດຽວກັນ.
ແຕ່ປີ1993ເປັນຕົ້ນມາ, ເພງຂອງທ່ານຫວາງຢິວກຸ້ຍໄດ້ຮັບລາງວັນຄຳ5ເທື່ອລຽນຕິດໃນ ການປະກວດດົນຕີໂທລະພາບຈີນ. ມີນັກຮ້ອງຫຼາຍໆຄົນໄດ້ມີຊື່ມີສຽງຍ້ອນຮ້ອງເພງ ຂອງທ່ານຫວາງຢິ້ວກຸ້ຍ. ແຕ່ຊື່ຂອງທ່ານພັດບໍ່ສູ່ມີຄົນຮູ້. ຕໍ່ເລື່ອງນີ້, ທ່ານຫວາງຢິ້ວກຸ້ຍ ໄດ້ສະແດງທ່າທີເສີຍໆ. ທ່ານເວົ້າວ່າ, ດົນຕີແມ່ນການສະແດງຄວາມນຶກຄືດຈິດໃຈຂອງ ຕົນເອງ,ປະຊາຊົນທັງຫຼາຍມັກຟັງມັກຮ້ອງ,ກໍ່ເປັນການຍ້ອຍຍໍແລະຮັບຮູ້ທີ່ດີກວ່າໝູ່ແລ້ວ.
1 2 3 4
|