ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 15:37:10    
ລົມ​ເລື່ອງ​ໝໍ້​ໄຟ​ຢູ່ເມືອງ​ເສີງ​ຕູ່

cri Author: da

ເມື່ອ​ເວົ້າ​ເຖິງ​​ແຂວງ​ເຊ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ,ຄົນ​ທີ່​ມັກ​ກິນ​ອາຫານ​ຈີນ​ຈະ​ນຶກ​ເຖິງ​ອາຫານ​ທີ່​ທັງ​ເຜັດ​ທັງ​ມືນຂອງ​ແຂວ​ງ​ເຊ​ສວນ​​.​ໃນ​ລາຍການ"​ທ່ຽວ​ເມືອງ​ຈີນ"​ພາກ​ນີ້,ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ຊີມໝໍ້​​ໄຟ ອາຫານ​​ເຢື່ອງໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​ເມືອງ​ເສີງ​ຕູ່ ​ເທດສະບານ​ແຂວງ​ເຊ​ສວນ​.

ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​​ເມືອງ​ເສີງ​ຕູ່​ນິຍົມ​ກິນ​ໝໍ້​​ໄຟ​ຫຼາຍ,​ໃນທົ່ວ​ເມືອງມີ​ຮ້ານຂາຍ​ໝໍ້​ໄຟຂະໜາດ​ນ້ອຍ​ແລະ​ຂະໜາດ​ໃຫຍ່​ກວ່າ​ໝື່ນ​ຫຼັງ.ວິທີ​ເຮັດ​ໝໍ້​​ໄຟ ​ແມ່ນ​ໃສ່​ນ້ຳ​ແກງ​ທີ່​ປຸງ​ແຕ່ງລົດ​ຊາດຮຽບຮ້ອຍ​ແລ້ວນັ້ນໃນ​ໝໍ້,ຕົ້ມ​ໃຫ້​ຟົດ​,​ແລ້ວ​ໃສ່​ອາຫານ​ຕ່າງໆ​ເຂົ້າ​ໃນ​ໝໍ້ ຕົ້ມ​ໃຫ້​ສຸກ ​ແລ້ວ​ກິນ​ໄດ້​ເລີຍ.​ເຄັດ​ລັບ​ທີ່ເຮັດ​ໃຫ້​ໝໍ້​​ໄຟ​ແຊບ ​ແມ່ນ​ຕົ້ມນ້ຳ​ແກງ​ໝໍ້​ນັ້ນ​ໃຫ້​ແຊບ​ກ່ອນ,ຮ້ານໝໍ້​ໄຟທີ່​ມີ​ຊື່​ສຽງ​ສ່ວນ​ຫຼາຍ​ລ້ວນ​​ແຕ່​ມີ​​ເຄັດ​ລັບ​ພິ​ເສດ​ຂອງ​ຕົນ​ໃນ​ດ້ານຕົ້ມນ້ຳ​ແກງ​ແລະ​ໃສ່​ເຄື່ອງປຸງ​.

ຊາວ​ເສີງ​ຕູ່​ມັກ​ກິນ​ເຜັດ,ໝໍ້​ໄຟ​ຊະນິດ​ໜຶ່ງ​ທີ່​​ໄດ້ຮັບ​ຄວາມ​ນິຍົມ​ທີ່​ສຸດ​ກໍ​ແມ່ນ​ໝໍ້​ໄຟ​ເຜັດ,​ໄດ້​​ໃສ່​ໝາກ​ພິ​ໄທແລະ​ໝາກ​ເຜັດ​ຈຳນວນ​ຫຼວງ​ຫຼາຍ,​ເອີ້ນ​ວ່າ"ຫົງ​ຖ່າງ​ໂຫ​ໂກ່" ​ແປ​ວ່າ​ໝໍ້​​ໄຟ​​ແກງ​ສີ​ແດງ.ທ່ານ​ເຟີ​ງ​ເຕີ​ຊວນທີ່​ທຸລະ​ກິດ​ຮ້ານ​ໝໍ້​ໄຟມາຫຼາຍ​ປີ​ແລ້ວ​ເຫັນ​ວ່າ,ຄົນ​ເສີງ​ຕູ່​ມັກ​ກິນ​ໝໍ້​ໄຟ​ຊະນິດ​ນີ້ ​ແມ່​ນຍ້ອນ​ໄດ້​ຮັບຜົນ​ສະທ້ອນ​ຈາກດິນຟ້າ​ອາກາດຢູ່​ແຫ່ງ​ນັ້ນ.

 "ຄົນ​ທັງຫຼາຍ​ລ້ວ​ນ​ແຕ່​ຮູ້ສຶກ​ວ່າ​ ຢູ່​ເມືອງ​ເສີງຕູ່ ຕະຫຼອດ​ສີ່​ລະດູ​ການ​ແມ່ນ​ເຫັນ​ແສງ​​ແດດ​ຍາກ​.ທົ່ງພຽງ​ເສີງ​ຕູ່​​ປຽກຊຸ່ມ​ຫຼາຍ,​ເມື່ອ​ເປັນ​ແນວ​ນີ້​,ຄົນ​ທັງຫຼາຍ​ຮູ້ສຶກ​ວ່າ ກິນ​ຂອງ​​ເຜັດ​ຈະສະບາຍ​​ແດ່."

ຖ້າ​ກິນໝໍ້​​ໄຟ​ເຜັດ​​ບໍ່​ໄດ້,ທ່ານຈະ​ກິນ"ໝໍ້​​ໄຟ​ແກງ​ຂາວ"ທີ່​ບໍ່​ໃສ່​ໝາກ​ເຜັດນັ້ນກໍ​ໄດ້,ໝໍ້​ໄຟ​ຊະນິດ​ນີ້​ແມ່ນ ​ໃສ່​ແກງ​ກະດູກ​ໄກ່​ຫຼື​ກະດູກ​ໝູ,ຢູ່​ໃນ​ໝໍ້​ໄດ້​ໃສ່​ຢາ​ພື້ນ​ເມືອງ​ຈີນ​ທີ່​​ບຳລຸງຮ່າງກາຍ,ນ້ຳ​ແກງ​ເປັນ​ສີຂາວ.

ຖ້າວ່າ​ທ່ານ​ຢາກ​ຊີມ​ໝໍ້​​ໄຟ​ທັງ​ສອງ​ຊະນິດນີ້,ທ່ານຈະ​ເລືອກ​ກິນ"ໝໍ້​ໄຟ​ຝາ​ແຝດ"ກໍ່​ໄດ້​.​ໃນ​ເວລາ​ເຮັດ​ໝໍ້​​ໄຟຊະນິດ​ນີ້,​ທາງຮ້ານ​ຈະ​ໃຊ້​ໝໍ້​ທີ່​ມີ​ຮູບ​ພິ​ເສດ​ມາ​​ໃສ່​ນ້ຳ​ແດງ,ໝໍ້​ຖືກ​ແບ່ງ​ເປັນ​ສອງ​ສ່ວນທີ່​ບໍ່​ລຸ​ລ່ວງກັນ​,ຕ່າງ​ໃສ່​ແກງ​ສີ​​ແດງ​ແລະ​​ແກງ​ສີ​ຂາວ,​ລູກ​ຄ້າສາມາດ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ.

1  2  3