ຢູ່ເມືອງເສີງຕູ່ຍັງມີອາຫານຫຼາຍຢ່າງແມ່ນຜັນແປມາຈາກໝໍ້ໄຟ,ເຊັ່ນ"ຊ້ວນຊ້ວນຊ່ຽງ",ໝາຍຄວາມວ່າ ຮ້ອຍຜັກຈຸ່ມກິນ.ໃນເວລາທ່ອງທ່ຽວຢູ່ເມືອງເສີງຕູ່,ທ່ານຈະໄດ້ເຫັນຢູ່ຖະໜົນຫົນທາງທີ່ເກົ່າແກ່ຈຳນວນໜຶ່ງ,ຝູງຄົນເຕົ້າໂຮມກັນນັ່ງກິນ"ຊ້ວນຊ້ວນຊ່ຽງ",ຄົນທັງຫຼາຍນັ່ງອ້ອມໂຕະສີແດງ,ເອົາຜັກແລະຊີ້ນທີ່ຖືກຮ້ອຍໃສ່ໄມ້ໄຜ່ນັ້ນ ໄປຕົ້ມຢູ່ໃນໝໍ້ທີ່ມີນ້ຳແກງສີແດງ.
ອາຫານຊະນິດນີ້ ລາຄາຖືກ ແຕ່ແຊບຫຼາຍ,ຂາຍເປັນໄມ້,ໄມ້ໜຶ່ງບໍ່ຮອດໜຶ່ງຢວນ,ກິນແລ້ວໃຫ້ເຈົ້າຂອງຮ້ານມາຄິດໄລ່ເງິນ.ຢູ່ເມືອງເສີງຕູ່,ຮ້ານໝໍ້ໄຟຮ້ານໃຫຍ່ມີຮ້ານໝໍ້ໄຟຮວງເສີງເຫຼົາມ່າແລະຮ້ານໝໍ້ໄຟພາຈຶເປັນຕົ້ນ,ສະເລ່ຍແລ້ວ ຜູ້ໜຶ່ງພຽງແຕ່ໃຊ້ຈ່າຍຫຼາຍສິບຢວນຮອດໜຶ່ງຮ້ອຍກວ່າຢວນເທົ່ານັ້ນ.
ເວົ້າສຳລັບຊາວເສີງຕູ່ແລ້ວ,ໝໍ້ໄຟໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດການເປັນຢູ່,ຖ້າວ່າສອງສາມມື້ບໍ່ໄດ້ກິນໝໍ້ໄຟ,ກໍຈະຮູ້ສຶກຢູ່ຍາກ.ຊາວເສີງຕູ່ເວົ້າວ່າ,ໃນເວລາຫົວຕອນກິນໝໍ້ໄຟ,ຄວາມສຸກກໍຢູ່ຕໍ່ໜ້າ.
ທ່ານຜູ້ຟັງທີ່ໂຄລົບ,ທີ່ຈິງແລ້ວ ດຽວນີ້ຢູ່ວຽງຈັນຂອງລາວ,ກໍມີຄົນຈີນໄປຕັ້ງຮ້ານຂາຍໝໍ້ໄຟແລ້ວ.ຖ້າທຽບກັບລົດຊາດຂອງໝໍ້ໄຟທີ່ທັງມືນທັງເຜັດຂອງເມືອງເສີງຕູ່,ຮ້ານໝໍ້ໄຟຢູ່ວຽງຈັນມີລົດຊາດຈືດໜ້ອຍໜຶ່ງ,ຢາກກິນລົດຊາດແບບໃດ,ແມ່ນຈີ້ມໃສ່ແຈ່ວກັບໝາກເຜັດກິນນຳ,ເໝາະແກ່ຄົນລາວກິນ. ຖ້າທ່ານມີໂອກາດມາທ່ຽວເມືອງເສີງຕູ່,ຢ່າລືມໄປຊີມໝໍ້ໄຟລົດຊາດດີຢູ່ເມືອງເສີງຕູ່ເດີ້. 1 2 3
|