ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-20 15:37:10    
ລົມ​ເລື່ອງ​ໝໍ້​ໄຟ​ຢູ່ເມືອງ​ເສີງ​ຕູ່

cri Author: da


ນາງ​ຕູ້​ຈ່ວນ​ໄດ້​ດຳລົງ​ຊີວິດ​ຢູ່​ເມືອງ​ເສີງ​ຕູ່​ມາຫຼາຍ​ປີ​ແລ້ວ.ນາງ​ເວົ້າວ່າ,ທຳ​ມະ​ດາ​ແລ້ວ ຊາວ​ເສີງ​ຕູ່​ແມ່ນ​ເລືອກ​ກິນໝໍ້​ໄຟຊະນິດ​ຕ່າງ​ກັນຕາມ​ການ​ປ່ຽນ​ແປງ​ຂອງ​ລະດູການ.ນາງ​ເວົ້າວ່າ:

"ໝໍ້​​ໄຟ​ຂອງ​ເມືອງ​ເສີງ​ຕູ່​ພວກ​ເຮົາ​ມີ​ຫຼາຍ​ຊະ​ນິດ,ທັງ​ແຊບ.​ໃນ​ລະດູ​ຕ່າງ​ກັນ ພວກ​ເຮົາ​ຈະ​ກິນໝໍ້​ໄຟຊະນິດ​ຕ່າງ​ກັນ​.​ໃນລະດູ​ຮ້ອນ ພວກ​ເຮົາ​ກິນ​ໝໍ້​ໄຟເຜັດ,​​ເພື່ອໃຫ້​ເຫື່ອ​ອອກ,ທັງ​ຫຼຸດ​ຄວາມ​ອ້ວນ​ທັງ​ຮູ້ສຶກ​ສະບາຍ;​ໃນ​ລະດູ​ໜາວ ຈະ​ກິນ​ໝໍ້​ໄຟ​​ແກງ​ສີຂາວ​ທີ່​ບຳລຸງຮ່າງກາຍ,ທັງ​ບຳລຸງ​ຜີວ​ ທັງ​ໃຫ້​ຕົວ​​ອຸ່ນຂຶ້ນ."

ນ້ຳ​ແກງ​ຂອງ​ໝໍ້​​ໄຟ​​ເສີງ​ຕູ່​ມີ​ຫຼາຍ​ຊະນິດ,ອາຫານ​ທີ່​​ເອົາ​ມາຕົ້ມ​ກິນນັ້ນ​ກໍ​ມີ​ບໍ່​ໜ້ອຍ,ຫຼາຍ​ເຖິງ​ຫຼາຍ​ຮ້ອຍ​ຊະ​ນິດ.​ໃນ​ເຄື່ອງປຸງ​ເຫຼົ່າ​ນີ້ ມີ​ອາຫານ​ຊະນິດ​ກອບ​ອ່ອນເຊັ່ນ:​ແຜ່ນຊີ້ນ​ປາ ​ແຜ່ນຊີ້ນ​ໝູ ​ໄສ້​ເປັດ ຊີ້ນ​ແກະ,​ໃສ່​ເຂົ້າ​ໃນ​ໝໍ້​ລວກ​ບຶດໜຶ່ງກໍ​ສຸກ​​ແລ້ວ,ຍັງ​ມີ​ອາຫານ​ຫຼາຍ​ຢ່າງຄືກະ​ເພາະງົວ ຊີ້ນ​ໄກ່ ​ເຫັດ ຜັກກາດ​ທະ​ເລ​ເປັນຕົ້ນ, ຕ້ອງຕົ້ມ​ດົນ​​ແດ່ຈຶ່ງ​ສຸກ.ສຳລັບ​ອາຫານ​​ເຢື່ອງ​ໃດ​ຕ້ອງຕົ້ມດົນ​ປານ​ໃດ​ນັ້ນ,​ແມ່ນ​​ສຸດແລ້ວ​ແຕ່​ລູກ​ຄ້າ​ຈະເຮັດຕາມ​ບົດຮຽນ​ຂອງ​ຕົນ,ມີ​ແຕ່​ເຮັດ​ໃຫ້​ພໍ​ດ້າມ​ພໍດີ,ຈຶ່ງ​ສາມາດ​ເຮັດ​ໃຫ້​ອາຫານ​ມີ​ລົດ​ຊາດ​ແຊບ​ນົວ​ຈົນ​ສຸດ​ຂີດ.

ປະຈຸ​ບັນ,ໝໍ້​ໄຟ​ນ້ຳ​ແກງ​ສີ​ແດງ​ແລະ​ສີຂາວ​ ​ແມ່ນ​ອາຫານ​ສອງ​ຢ່າງ​ທີ່​ຊາວເສີງ​ຕູ່​ນິຍົມ​ຫຼາຍ​ກວ່າ​ໝູ່.ນອກ​ນີ້,ອີງ​ຕາມ​ລັກສະນະ​ຕ່າງ​ກັນ​ຂອງ​ອາຫານ,​ໄດ້​ແປ​ປ່ຽນ​ເປັນ​ໝໍ້​ໄຟ​ທີ່​ມີ​ລົດ​ຊາດ​ຫຼາຍ​ຊະນິດ​ເຊັ່ນ:ໝຊ້​ໄຟ​ອາຫານ​ທະ​ເລ ໝໍ້​ໄຟ​ຫົວ​ປາ ໝໍ້​ໄຟ​ກະຕ່າຍ​ແລະ​ໝໍ້​ໄຟ​​ອາຫານ​ປ່າ​ເປັນຕົ້ນ,ຕ່າງ​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ.

ທ່ານ​ຫ້ານ​ຈິ່ງ​ທີ່​ຈາກ​ແຫ່ງ​ອື່ນ​ມາ​ເຮັດ​ວຽກ​ຢູ່​​ເມືອງ​ເສີງ​ຕູ່,​ຍ້ອນວ່າ​ມັກ​ກິນ ໝໍ້​ໄຟ​​ທຸກ​ຊະນິດ​,ລາວຈິ່ງ​ຢູ່​ເມືອງ​ເສີງ​ຕູ່​ຈົນ 8 ປີ.ລາວ​ເວົ້າວ່າ:


"ສິ່ງ​ທີ່​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ໝູ່​ຕໍ່​ເມືອງ​ເສີງ​ຕູ່,ແມ່ນ​ໝໍ້​ໄຟ​,ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ຂ້າພະ​ເຈົ້າຢູ່​ເມືອງ​ເສີງ​ຕູ່​ກໍ​​ມີ​ສ່ວນ​ກ່ຽວຂ້ອງ​ກັບໝໍ້​ໄຟ​. ໝໍ້​ໄຟ​ທີ່ຂ້າພະ​ເຈົ້າມັກ​ກິນກວ່າ​ໝູ່​ນັ້ນ​ແມ່ນ"​ໝໍ້ປາ​ເຢັນ",​ເພາະວ່າ​ຊີ້ນ​ປາ​ອ່ອນ ​ແຊບ​ທີ່​ສຸດ."


"​ໝໍ້ປາ​ເຢັນ"ທີ່​ທ່ານ​ຫ້ານຈິ່ງ​ເວົ້ານັ້ນ,​ແມ່ນ​ໝໍ້​ໄຟຊະນິດ​ໃໝ່​ທີ່​ຫາ​ກໍ່​​ແຜ່​ກັນ​ຫຼາຍໃນ​ຫຼາຍ​ປີ​ມາ​ນີ້.​ໃນ​ເວລາ​ກິນ​ໝໍ້ປາ​ເຢັນ​ຊະນິດ​ນີ້,​​ທາງ​ຮ້ານຈະ​ເອົາ​ປາ​ໝໍ້​ໜຶ່ງ​ທີ່​ຕົ້ມ​ສຸກ​ແລ້ວ​ມາ​ໃຫ້​ແຂກ​ກິນ​ກ່ອນ,ຈົນ​ກິນຊີ້ນ​ປາ​ໃຫ້​ໝົດ​ແລ້ວ,ຈິ່ງ​ຈູດ​​ໄຟ​ອຸ່ນ​ນ້ຳ​ແກງ,ນ້ຳ​ແກງ​​ຟົດ​ແລ້ວ,​​ລູກ​ຄ້າ​ກໍ​ລວກ​ອາຫານ​ອື່ນ​ກິນ​ໄດ້​ເລີຍ.

ໝໍ້​ໄຟຊະນິດ​ໃໝ່​ທີ່​ຄ້າຍຄື​ກັນ​ຍັງ​ມີ​ຫຼາຍ​ຢ່າງ,​ເຊັ່ນໝໍ້​ໄຟ​ທີ່​ບໍ່​ໃສ່​ນ້ຳ​ແກງ,ຫາກ​ແມ່ນ​ໃສ່​ນ້ຳມັນ ຂີງ ໝາກ​ເຜັດ​ແລະ​ແຈ່ວ​ໝາກ​ຖົ່ວ​ເຫຼືອງ​ໃນ​ໝໍ້,​​ແລ້ວຂົ້ວກັບ​ອາຫານ;​ ​ອີກ​ຕົວຢ່າງ​ຄື: ໝໍ້​ໄຟນ້ຳຮ້ອນ​ລ້າ,ບໍ່​ໃສ່​ເຄື່ອງປຸງ​ຫຍັງ​ເລີຍ,ອາຫານ​ທີ່​ຕົ້ມສຸກ​ແລ້ວ​ຕ້ອງກິນ​ກັບ​ແຈ່ວ.

1  2  3