ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 10:58:54    
ພວກ​ຄົນ​ທີ່​ຄົ້ນ​ຄວ້າ​ເຜົ່າ​ອີ​ສຶກ​ສາ​ຢ່າງ​ຈົດ​ຈໍ່(ສຽງ)

cri


ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນກັບ​ນັກ​ຄົ້ນຄວ້າ​ເຜົ່າອີ​ສຶກສາ​ຂອງ​ຈີນ,​ແລະ​ກໍ​ເພື່ອ​ຄົ້ນຄວ້າ​ເຜົ່າອີ​ສຶກສາ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.ນັກວິຊາການຕ່າງປະ​ເທດ​ຫຼາຍ​ຄົນ​ເລີ່​ມຮຽນ​ພາສາ​ຈີນ​ແລະ​ພາສາເຜົ່າ​ອີ.ຕົວຢ່າງ​ຄື,ທ່ານ​ມາກ ​ແບນ​ເດີ ມາ​ຈາກ​ມະ​ຫາ​ວິທະຍາ​ໄລ​ແຫ່ງ​ລັດ​ໂອ​ຮາ​ຍ​ໂອ​ອາ​ເມ​ລິ​ກາ.ທ່ານ​ມີ​ຄວາມ​ສົນ​ໃຈ​ອັນ​ເຂັ້ມ​ຂຸ້ນ​ຕໍ່​ກາບກອນ​ເຜົ່າ​ອີ,​​ສະ​ເພາະຢ່າງຍິ່ງ ​ທ່ານມັກ​ຟັງ​ນັກ​ກະວີ​ເຜົ່າ​ອີ​ອ່ານ​ກາບກອນ.ປັດຈຸບັນ,ທ່ານ​ມາກ​ແບນ​ເດີ​ພວມ​ແປ​ບົດ​ກະວີ​​ເຜົ່າ​ອີ​ຈຳນວນ​ໜຶ່ງ​ເປັນ​ພາສາ​ອັງກິດ.ທ່ານ​ເວົ້າ​ວ່າ:

"ກາບກອນເຜົ່າ​ອີ​ຍາວ​ທີ່​ສຸດ,ປັດຈຸບັນ,ພວກ​ຂ້າພ​ະ​ເຈົ້າ​ໄດ້​ແປ​ເປນ​ພາ​ສາ​ອັງ​ກິດ​ປະ​ມານ​67​​ບົດ,​ໃນ​ນັ້ນ,ມີ​ສ່ວນ​ໜຶ່ງ​ໄດ້ພິມ​ຈຳໜ່າຍ​ຢູ່​ອາ​ເມ​ລິ​ກາ​ແລ້ວ.ຢາກ​ແປ​ກາບ​ກອນ​ເຜົ່າ​ອີ,​ກໍ​ຕ້ອງ​ຮູ້​ວັດທະນະທຳ​ເຜົ່າ​ອີ.ຂ້າພະ​ເຈົ້າ​ເຮັດ​ວຽກ​ນຳ​ນັກ​ກະວີ​ເຜົ່າ​ອີ​ແລະ​ຊາວ​ເຜົ່າ​ອີ​ຈຳ​ນວນ​ໜຶ່ງ,​​ໃນ​​ເວລາ​ແປ​,ຖ້າ​ມີ​ບັນຫາ​ຫຍັງ, ເຂົາ​ເຈົ້າ​ກໍ​ອະທິບາຍ​ໃຫ້​ຂ້າພະ​ເຈົ້າ.​ ແປ​ບົດ​ກະ​ວີ​ຫຼາຍ​ເທົ່າ​ໃດ,ສິ່ງ​ທີ່​ຂ້າພະ​ເຈົ້າໄດ້ຮຽນ​ຮູ້ນັ້ນກໍ​ຍິ່ງ​ຫຼາຍ​ເທົ່າ​ນັ້ນ."

ຢູ່ຈີນ,ແຕ່ອົງການ​ຄົ້ນຄວ້າ​ວິຊາ​ການ​ຈົນ​ຮອດ​ໂຮງຮຽນ​ຊັ້ນ​ສູງ,ຈາກ​ປັກ​ກິ່ງ​ທີ່​ເປັນ​ໃຈ​ກາງ​ການ​ເມືອງ​ແລະ​ວັດທະນະທຳຈົນຮອດເມືອງ ທີ່​ມີ​​ຊາວ​ເຜົ່າ​ອີ​ໂຮມ​ສູນ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ນັ້ນ,​ມີ​ພັນ​ກວ່າ​ຄົນ​ເອົາ​ໃຈ​ໃສ່​ແລະ​ຄົ້ນ​ຄວ້າ​ເອົ່າ​ອີ​ສຶກ​ສາ.​ທ່ານ​ມາ​ເອີ​ຈີ​ແມ່ນ​ຜູ່​ຮັບ​ຜິດ​ຊອບ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຊົນ​ເຜົ່າ​ ​ກິ່ງ​ແຂວງ​ລຽງ​ຊານ​ເຜົ່າ​ອີ​ປົກ​ຄອງ​ຕົນ​ເອງ​ແຂວງ​ເຊ​ສວນ​,ທ່ານ​ພ້ອມ​ກັນ​ກັບ​ທ່ານ​ຮາ​ແລວ​ໄດ້​ເຮັດ​ວຽກ​ບໍ່​ໜ້ອຍ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ເຜົ່າ​ອີ​ສຶກ​ສາ.​ທ່ານ​ໄດ້​ລິ​ເລີ່​ມສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ປີ​ໂມ​ແຫ່ງ​ທຳ​ອິດ​ຂອງ​ຈີນ.​ສູນ​ດັ່ງ​ກ່າວ​ມີ​ປີ​ໂມ​ທີ່​ມີ​ລະດັບ​ສູງງ​ວດ​ໃຫຍ່​ຢູ່​ເຂດ​ເຜົ່າ​ອີ,ພິມ​ຈຳ​ໜ່າຍ,​ຮຽບ​ຮຽງ​ໜັງ​ສື​ແລະ​ກາ​ແຊັດ​ທີ່​ກ່ຽວ​ຂ້ອງ.​ເມື່ອ​ກ່າວ​ເຖິງ​ການ​ຄົ້ນຄວ້າ​ເຜົ່າ​ອີ​ສຶກ​ສາ​ໃນ​ປັດ​ຈຸ​ບັນ​ແລ້ວ,​ທ່ານ​ມາ​ເອີ​ຈີ​ທີ່​ເປັນ​ຊາວ​ເຜົ່າ​ອີ​ຮູ້​ສຶກ​ປະ​ໂລມ​ໃຈ​ຫຼາຍ:

"ນັກວິຊາການສ່ວນ​ໜຶ່ງໄດ້​ເຮັດ​ວຽກຄົ້ນຄວ້າ​ພື້ນຖານ​ຈຳນວນ​ໜຶ່ງ,ຈັ່ງ​ແມ່ນ​ດີ​ຫຼາຍ.​ການ​ຄົ້ນ​ຄວ້າ​ດ້ານຕ່າງໆ​ຂອງ​ເຜົ່າ​ອີ​ສຶກ​ສາ​ລ້ວນ​ແຕ່​ໄດ້​ຮັບ​ໝາກ​ຜົນ​ດີ​ຈຳ​ນວນ​ໜຶ່ງ.​ການ​ສຶກ​ສາ​ຄົ້ນ​ຄວ້າ​ພາ​ສາ,​ຕົວ​ໜັງ​ສື,​ຊີ​ວິດ​ຂອງ​ສັງ​ຄົມ,ວັດ​ທະ​ນະ​ທຳ,​ແລະ​ຍັງ​ມີ​ລະ​ບອບ​ກົດ​ໝາຍ,ຄວາມ​ເຊື່ອ​ຖື​ສາສະໜາ​​ແລະ​ດ້ານ​ອື່ນໆ​ຂອງ​ເຜົ່າ​ອີ​ລ້ວນ​ແຕ່​ໄດ້ມີ​ການ​ບຸກ​ທະ​ລຸ​ຫຼາຍ​ສົມ​ຄວນ."


1  2  3