ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 15:13:29    
ໂຄງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ນຳ​ກັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ລັກ​ສະ​ນະ​ຂັ້ນ​ຕອນ

cri Author: sayvanny

ບ້ານ​​ໂລງ​ຊວນ​ຕາ​ແສງ​ນານ​ປາຍ​ຂອງ​ເມືອງ​ຈຸນ​ອີ້​ແມ່ນ​ບ້ານ​ພູດ​ອຍທີ່ ຫາງ​ໄກ​ສອກ​ຫລີກ​ຢູ່​ແຂວງ​ກຸ້ຍ​ໂຈ່ວ ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ​ເມື່ອ​ຫລາຍ​ເດືອນ​ກ່ອນ, ຊາວ​ບ້ານ​ຢູ່​ແຫ່ງ​ນີ້​ບໍ່​ໄດ້​ຄິດ​ເລີຍ​ວ່າ, ຈະ​ສາ​ມາດ​ເບິ່ງ​ຮູບ​ເງົາ​ແລະ​ຮຽນ​ເຕັກ​ນິກ​ໂດຍ​ຜ່ານ​ຄອມ​ພິວ​ເຕີ​ ເຄື່ອງ​ສາຍ​ພາບ​ສະ​ໄລ​ແລະ​ອຸ​ປະ​ກອນ​ເອ​ເລັກ​ໂຕຼ​ນິກ​ທັນ​ສະ​ໄຫມ​ຕ່າງໆ​ໃນ​ບ້ານ.ບ້ານ​ພູ​ດອຍ​ທີ່ຫ່າງ​ໄກ​ສອກ​ຫລີກ​ຄື​ບ້ານ​ໂລງ​ຊວນ​ນີ້ຢູ່​ຈີນ​ຍັງ​ມີ​ຫລາຍ​ພັນ​ແຫ່ງ, ບ້ານ​ເຫລົ່າ​ນີ້ລ້ວນ​ແຕ່​ແມ່ນ​ຜູ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ກ່ອນ​​ໃນ​ການ​ປະ​ຕິ​ບັດ​ໂຄງການ​ນຳ​ໃຊ້​ຊັບພະ ຍາກອນ​ວັດທະນະທຳ​ແລະ​ຂໍ້​ມູນ​ຂ່າວ​ສານທົ່ວ​ປະ​ເທດຈີນ.

ສື່​ເອ​ເລັກ​ໂຕຼນິກທີ່​ຖືອິນ​ເຕີ​ເນັດ​ເປັ​ນ​ແກນ​ກາງ​ໄດ້​ກາຍ​ເປັນ​ຮູບ​ການ​ຕົ້ນຕໍ​ອັນ​ຫນຶ່ງ​ໃນການ​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ແລະ​ຄວາມ​ຮູ້​ໃນ​ຊູ່​ມື້​ນີ້,​ ແຕ່​ຢູ່​ຊົນນະ ບົດ​ແລະ​ເຂດ​ດ້ອຍ​ພັດທະນາ​ອັນ​​ໄພສານ​ຂອງ​ຈີນ, ຍ້ອນຄວາມຈຳ ກັດ​ດ້ານ​ເງື່ອນ​ໄຂ​ທຳ​ມະ​ຊາດ​ແລະ​ເສດຖະກິດ, ຄົນ​ທັງຫລາຍ​ຍັງ​ບໍ່​ສາມາດ​ນຳ​ໃຊ້​ເຄື່ອງມື​ກ້າວຫນ້າ​ດັ່ງກ່າວນີ້​ມາ​ແລກປ່ຽນ​ແລະ​ຮ່ຳຮຽນ.

​ເມື່ອ 4 ປີ​ກ່ອນ, ລັດຖະບານ​ຈີນ​ກໍ່​ໄດ້​ເອົາ​ໃຈ​ໃສ່​ນຳ​ສະພາບ​ການ​ດັ່ງ ກ່າວນີ້​ແລ້ວ, ​ແລະ​ໄດ້​ພະຍາຍາມ​ແກ້​ໄຂ​ດ້ວຍ​ວິ​ທີ​ລັດ​ຖະ​ບານ​ສະ​ຫນອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ,ນີ້​ກໍ່​​ແມ່ນ​ໂຄງການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ ທຳ​ແລະ​ຂໍ້​ມູນ​ຂ່າວສານ​​ນຳ​ກັນ​ທົ່ວ​ປະ​ເທດ​ທີ່​ເລີ່​ມດຳ​ເນີນ​ມາ​ແຕ່ປີ 2002. ປະ ຈຸ​ບັນ, ​ໂຄງການ​ນີ້​ໄດ້​ສ້າງ​ສູນ​ລະດັບ​ຊາດ​ແຫ່ງ​ຫນຶ່ງ ສູນ​ສາຂາ​ຂັ້ນຕ່າງ​ໆ ແລະ​ສູນ​ບໍລິການຂັ້ນ​ຮາກ​ຖານ 4226 ​ແຫ່ງ.ທ່ານ​ຈ່າງ​ເຢ້ນ​ໂປ ຫົວຫນ້າ​ສູນ​ລະດັບ​ຊາດ​ຂອງ​ໂຄງການ​ນີ້​ເວົ້າວ່າ:

ໂຄງ​ການ​ດັ່ງ​ກ່າວແມ່ນ​ໂຄງ​ການ​ພື້ນ​ຖານ​ໃນ​ລະ​ບົບ​ບໍ​ລິ​ການ​ວັດ​ທະ​ນະ ທຳ​ສາ​ທາ​ລະ​ນະ.​ ໂດຍ​ນຳ​ໃຊ້​ລະ​ບົບ​ຄຸ້ມ​ຄອງ​ແລະ​ບໍລິ ການ​ແບບ​ຕາ​ຫນ່າງ​ທີ່​ກວມ​​ທົ່ວ​ປະ​ເທດ,​ ບັນລຸ​ການ​ສ້າງ​ສາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ ທຳ​ຂໍ້​ມູນ​ຂ່າວສານ​ນຳກັນ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,​ ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ປົວ​ແປງ​ການ​ບໍລິ​ການ​ວັດທະນະທຳ​​ແກ່ມວນ​ຊົນ​ຂັ້ນ ຮາກ​ຖານ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ. ຜ່ານ​ຈາກວຽກ​ງານ​ຂອງ​ພວກ​ເຮົາ, ​ເຮັດ​ໃຫ້​ແຕ່​ລະ​ບ້ານ​ມີ​ວັດ​ທະ​ນະ​ທຳ​ດີ​ຈີ​ຕອນ.

1  2  3  4