ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 15:13:29    
ໂຄງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ນຳ​ກັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ລັກ​ສະ​ນະ​ຂັ້ນ​ຕອນ

cri Author: sayvanny

ບ່ອນ​ທີ່​ມີ​ອີນ​ເຕີ​ເນັດ​ນັ້ນ​ຜ່ານ​ຈາກອີນ​ເຕີ​ເນັດ,ບ່ອນ​ທີ່​ບໍ່​ມີ​ອີນ​ເຕີ​ເນັດ​ນັ້ນ​ກໍ່​ຜ່ານ​ຈາກ​ດາວ​ທຽມ.ພວກ​ເຮົາ​ມີ​ແທ່ນ​ຍິງ​ສົ່ງ​ດາວ​ທຽມ​ແຫ່ງ​ຫນຶ່ງ, ດຽວ​ນີ້​ຢູ່​ແຕ່ລະ​ຂັ້ນ​ຮາກ​ຖານກໍ່​ມີ​ເຄື່ອງຮັບ​ສັນ​ຍານ​ດາວ​ທຽມ, ສຳລັບ​ເຂດ​ທີ່​ຫ່າງ​ໄກ​ສອກ​ຫລີກ​ນັ້ນ, ພວກ​ເຮົາ​ກໍ່​ນຳ​ເອົາ​ຮາດ​ດິສ​ເຄື່ອນ​ທີ່​ລົງ​ໄປ​ຂັ້ນ​ຮາກ​ຖານ​ແລ້ວ​ກອບ​ປີ​ເຂົ້າ​ຄອມ​ພິວ​ເຕີ.ສູນ​ຕ່າງ​ໆ​ກໍ່​ມີ​ເຄື່ອງ​ເຊີ​ເວີ​ເຄື່ອງ​ຫນຶ່ງ. ອີກ​ອັນ​ຫນຶ່ງ​ກໍ່​ແມ່ນ​ອັດ​ຈານ​​ເລ​ເຊີ. ຊັບ​ພະ​ຍາ​ກອນ​ທີ່​ສົ່ງ​ໄປ​​ໃຫ້​ຊົນ​ນະ​ບົດ​ນັ້ນ, ມີ​ສິ່ງ​ທີ່​ມວນ​ຊົນ​ທ້ອງ​ຖິ່ນ​ນິ​ຍົມ,ຕົວ​ຢ່າງ​ຄື​ໄປ​ແຂວງ​ເຈີ​ຈ່ຽງກໍ່​ມີ​ງິ້ວ​ເຢ້,​ ໄປ​ແຂວງ​ຟູ​ຈຽນ​ກໍ່​ມີ​ງິ້ວ​ມິນ,ລ້ວນ​ແຕ່​ແມ່ນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ສີ​ສັນ​ທ້ອງ​ຖີ່ນ, ອີກ​ດ້ານ​ຫນຶ່ງ​ແມ່ນ​ຄວາມ​ຮູ້​ດ້ານ​ວິ​ທະ​ຍາ​ສາດ​, ມີ​ການ​ສອນ​​ເຮັດ​ນາ​ຕາມ​ຫລັກ​ວິ​ທະ​ຍາ​ສາດ,​ເຕັກ​ນິກ​ລ້ຽງ​ສັດ, ຍັງ​ມີ​ຄວາມ​ຮູ້​ປິ່ນປົວ​ພະຍາດ​ທີ່​ມັກ​ເປັນ​ຫລາຍ,​ແລະ​ຄວາມ​ຮູ້​ເຜີຍ​ແຜ່​ກົດ​ຫມາຍ,​ເຊິ່ງ​ມີ​ເນື້ອ​ໃນ​ຢ່າງ​ອຸ​ດົມ​ສົມ​ບູນ.

​ໂຄງການ​ດັ່ງກ່າວ​ໃນ​ຖານ​ເປັນ​ການ​ບໍລິການ​ສາ ທາລະນະ​ລາຍ​ຫນຶ່ງ, ວຽກ​ງານ​ປົກ​ປ້ອງ​ລິ​ຂະ​ສິດ​ແມ່ນ​ວຽກ​ງານ​ແກນ​ກາງ​ລາຍຫນຶ່ງ​ຂອງ​ສູນ​ທຸກຂັ້ນຕະຫລອດ​ມາ.ທ່ານ​ຫົວຫນ້າ​ຈ່າງ​ເຢ້ນ​ໂປ​ບອກ​ນັກ​ຂ່າວ​ວ່າ, ປະຈຸ​ບັນ ​ໂຄງການ​ນີ້​ຕົ້ນຕໍ​ແມ່ນ​ໄດ້​ຮັບ​ລິ​ຂະ​ສິດ​ຫລື​ສິດ​ນຳ​ໃຊ້​ໂດຍ​ຜ່ານ​ການ​ມອບ​ນຳ​ໃຊ້​​ແບບ​ບໍ່​ເກັບ​ຄ່າແລະ​ຊື້​ເອົາ. ທ່ານ​ຮຽກຮ້ອງ​ອົງ​ກອນ​ສັງຄົມ​ແລະ​ສ່ວນ​ບຸກຄົນ​ບໍລິຈາກ​ໃຫ້​ໂຄງການ​ນີ້, ​ເພາະວ່າ​ເນື້ອ​ໃນ​ຂອງ​ໂຄງການ​ນີ້ຕົ້ນຕໍ​ແມ່ນ​ແນ​ໃສ່​ມວນ​ຊົນ​ຢູ່​ເຂດ​ດ້ອຍ​ພັດທະນາ,​ ແລະ​ສົ່ງ​ຕໍ່​ໂດຍ​ຜ່ານ​ດາວ​ທຽມ​ແບບ​ຫນຶ່ງ​ຕໍ່​ຫນຶ່ງ, ​ບໍ່​ຂົ່ມ​ຂູ່​​ເຖິງ​ຜົນ​ປະ​ໂຫຍ​ດການ​ຄ້າ​ຂອງ​ຜູ່​ຖື​ລິ​ຂະ​ສິດ.

ປະຈຸ​ບັນ, ອົງການ​ປົກຄອງ​ທຸກຂັ້ນຂອງ​ຈີນ​ໄດ້​ລົງທຶນ​​ເຂົ້າ​ໃນໂຄງການ​ດ່ັງກ່າວ​ລື່ນ​ກາຍ 400 ລ້ານ​ຢວນ​ແລ້ວ.ປີ​ນີ້, ລັດຖະບານ​ຈີນ​ຈະ​ເພີ່ມ​ທະວີ​ການ​ສະຫນັບສະຫນູນ​ດ້ານ​ເງິນ​ທຶນ​ແກ່​ໂຄງການ​ນີ້.ທ່ານ​ຈາງ​ເຢ້ນ​ໂປ​ໄດ້​ແນະນຳ​ເປົ້າຫມາຍ​ໃນ​ໄລຍະ​ຂ້າງ​ຫນ້າ​ນີ້​ວ່າ:

1  2  3  4