ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 15:13:29    
ໂຄງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ນຳ​ກັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ລັກ​ສະ​ນະ​ຂັ້ນ​ຕອນ

cri Author: sayvanny

​ໂຄງ​ການ​ດັ່ງ​ກ່າວ​ຖື​ຫໍ​ສະ​ຫມຸດ​ເກືອບ 3000 ຫລັງ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​​ເທດ​ເປັນ​ບ່ອນ​ອີງ, ​ໃຫ້ສູນ​ລະ​ດັບ​ຊາດ​ແລະ​ສູນ​ລະດັບ​ແຂວງ​ສັບ​ຊ້ອນ​ຊັບພະ ຍາ​ກອນ​ວັດ​ທະ​ນະ​ທຳ​ຂໍ້​ມູນ​ຂ່າວສານ​ຂອງ​ຫໍພິ​ພິດ​ຕະ​ພັນ​ສາ​ທາ​ລະ​ນະ ຫໍ​ວິຈິດ​ຕະກຳ ສະ​ຖາ​ບັນ​ຫລື​ຄະນະ​ສິນລະປະກຳ​ແລະ​ອົງການ​ຄົ້ນຄວ້າ​ເປັນ​ແບບ​ດີ​ຈີ​ຕອນ,​ ແລ້ວ​ສະຫນອງ​ໃຫ້​ມວນ​ຊົນ​ໃນ​ສັງຄົມ​​ໂດຍ​ສະ​ເພາະ​ແມ່ນ​ຊາວນາ​ຢູ່​ເຂ​ດດ້ອຍ​ພັດທະນາ​ແບບ​ບໍ່​ເກັບ​ຄ່າ​ໂດຍ​ຜ່ານຈາກ​ອິນ​ເຕີ​ເນັດ ດາວ​ທຽມ​ແລະ​ການ​ສະ​ສົມ​ແບບ​ເຄື່ອນ​ທີ່​ເປັນຕົ້ນ. ທ່ານ​ນາງ​ອີ​ລີ້ ຫົວຫນ້າ​ສູນ​ສາ​ຂາ​ເຂດ​ກວາງ​ຊີ​ເຜົ່າ​ຈວ້າງ​ປົກ​ຄອງ​ຕົນ​ເອງຂອງ​ຈີນ​ໄດ້​ແນະນຳ​ສະພາບ​ການ​ຂອງ​ສູນ​ສາ​ຂາ​ເຂດ​ກວາງຊີ,​ ເພິ່ນ​ເວົ້າວ່າ:

ສາງ​ຊັບ​ພະ​ຍາ​ກອນ​ຂໍ້​ມູນ​ຂ່າວສານ​ທີ່​ໃຊ້​ການ​ໄດ້​ທີ່​ສູນ​ສາ​ຂາ​ເຂດ​ກວາງ​ຊີ​ສ້າງ​ຕັ້ງ​ຂຶ້ນ​ນັ້ນມີ​ສາງ​ສິນ​ລະ​ປະ​ຊົນ​ເຜົ່າ​ແລະ​ຫໍສະຫມຸດ​ກຸ້ຍ​ລິນ​ເປັນ ຕົ້ນ. ຊັບ​ພະ​ຍາ​ກອນ​ດີ​ຈີ​ຕອນ​ເຫລົ່າ​ນີ້ຈະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນການ​ສ້າງ​ສາໂຄງການ​ນຳ​ໃຊ້ຊັບພະຍາກອນ​ນຳກັນ,ຈະນຳ​ໃຊ້​​ໂດຍ​ກົງ​ຫລື​ສ້າງ​ລິ້ງ​ໄດ້.

ຕາມ​ຊາບ​ວ່າ, ​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້, ການ​ສ້າງ​ສາ​ຕາ​ຫນ່າງ​ອິນ​ເຕີ​ເນັດ​ຂອງ​ອົງການ​ຈັດ​ຕັ້ງ​ວັດ​ທະ​ນະ​ທຳ​ສາ​ທາ​ລະ​ນະ​ທຸກ​ຂັ້ນ​ຂອງ​ຈີນ​ໄດ້​ມີ​ຄວາມ​ຄືບ​ຫນ້າ​ຢ່າງ​ເດັ່ນ​ຊັດ,​ ໄດ້​ສະ​ສົມ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ດີ​ຈີ​ຕອນງວດ​ຫນຶ່ງ.ຕົວຢ່າງ​ຄື ຫໍສະຫມຸດ​ແຫ່ງ​ຊາດ​ຈີນ, ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້​ສະ​ຫນອງ​ຂໍ້​ມູນ​ສາລະບານ​ຫນັງສື​ທີ່​ໃຫ້​ຜູ່​ອ່ານ​ນຳ​ໃຊ້​​ແບບ​ບໍ່​ເກັບ​ຄ່າ​ໂດຍຜ່ານ​ອິນ​ເຕີ​ເນັດ​ນັ້ນ​ຫລາຍ​ລ້ານ​ຂໍ້​ແລ້ວ, ຂໍ້​ມູນ​ສາ​ລະ​ບານ​ຫນັງ​ສື​ທີ່​ຈັດ​​ເຂົ້າອີນ​ເຕີ​ເນັດ​ມີ​​ເປັນ​ຮ້ອຍ​ລ້ານ​ຂໍ້;​ໄດ້​ສ້າງ​​ແວບ​ໄຊ​ບໍ​ລິ​ການ​ຫໍ​ສະ​ຫມຸດ​ດີ​ຈີ​ຕອນ​ຂອງ​ຈີນ,ສະ ຫນອງ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ຫນັງສື​ແລະ​ພາບ​ອັນ​ອຸ​ດົມ​ສົມ​ບູນ​ໃຫ້​ຜູ່​ອ່ານ.​ສູນ​ສາ​ຂາ​ຕ່າງໆ​ຂອງໂຄງການ​ໄດ້​ສ້າງມີ​ຊັບ​ພະ​ຍາ​ກອນ​ດີ​ຈີ​ຕອນທີ່​ຂ້ອນ​ຂ້າງ​ອຸ​ດົມ​ສົມ​ບູນ​ເຊິ່ງ​ລວມ​ທັງ​ປື້​ມຫນັງສື ວາລະ​ສານ​ແລະ​ງິ້ວ​ທ້ອງ​ຖິ່ນ​ເປັນ ຕົ້ນ. ຊັບ​ພະ​ຍາ​ກອນ​ເຫລົ່າ​ນີ້​ໄດ້​ສົ່ງ​ຕໍ່​ໃຫ້​ມວນ​ຊົນ​ດ້ວຍ​ຫລາຍ​ຮູບ​ການ​. ທ່ານ​ຫົວ​ຫນ້າ​ຈ່າງ​ເຢ້ນ​ໂປ​ແນະນຳ​ວ່າ:

1  2  3  4