ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 18:27:50    
CD ​ແຜ່ນ​ທຳ​ອິດ​ຂອງ​ຄະນະ​ດົນຕີ​ໄອ້​ເຢ້

cri Author: da


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ສະບາຍດີ,ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການນັດ​ພົບ​​ໃນ​ວັນ​ອາທິດ,ຂ້າພະ​ເຈົ້າ​ແມ່ນ​ດາລາ​ວັນ.ໃນລາຍການ​ມື້​ນີ້,ດາລາ​ວັນ​ຈະ​ແນະນຳ​CD ​ແຜ່ນ​ທຳ​ອິດຂອງ​ຄະນະ​ດົນຕີ​ໄອ້​ເຢ້​ຈີນທີ່​​ໃຫ້ຊື່ວ່າ"ຂອບ​ຟ້າ"​​ສູ່​ທ່ານ​ຟັງ.



"​ລະດູໃບ​ໄມ້​ຫຼົ່ນ ໃບ​ໄມ້​ຫຼົ່ນ​​ເປັນໃບໆ,ສະດຸດໃຈ​ຂອງ​ຂ້ອຍ​ຢູ່​ບໍ່​ເຊົາ,ພາບ​ທີ່ສອງ​ຄົນ​ເຮົາ​ຢູ່​ຄຽງ​ຂ້າງ​ກັນ​ມື້ວານ​ນີ້ຍັງ​ຢູ່,ຂ້ອຍຍິນ​ດີ​​ໃຫ້​ພາບ​ນັ້ນຢຸດ​ນິ້ງ,​​ເພື່ອ​ມອງເບິ່ງ​ດວງຕາລະ​ມູນ​ລະ​ໄມ​ຂອງ​ເຈົ້າ.​ໃນ​ຄ່ຳ​ຄືນ​ທີ່​ເຍືອ​ກ​ເຢັນຄຶດ​ຮອດ​ເຈົ້າ​ເດ໋,ຮູ້ສຶກ​ວ່າ ວິນາທີ​ໜຶ່ງ​ພໍ​ປານ​ກັບມື້​ໜຶ່ງ,ພາບ​ທີ່​ເຮົາຈູງ​​ແຂນກັນ​ຍ່າງ​ຍັງ​ມາບ​ຂຶ້ນ​ຢູ່​ຕໍ່ໜ້າ,ນິທານ​ເດັກ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​,ຍັງ​ປະກົດ​ຂຶ້ນ​ອີກ​ບໍ່?"ທີ່​ທ່ານ​ຈະ​ໄດ້​ຟັງ​​ແມ່ນ​ເພງ qiu tian de tong hua"ນິທານ​ເດັກ​ໃນ​ລະດູ​ໃບ​​ໄມ້​ຫຼົ່ນ"​ໃນCD​ແຜ່ນ​ທຳ​ອິດ​ຂອງ​ຄະນະ​ດົນຕີ​ໄອ້​ເຢ້,​ເນື້ອເພງ​ອັນ​ຈັບ​ໃຈ​ໄດ້​ສ້າງ​ບັນຍາກ​າດໂລ​ມັງ​ຕິກ​ແລະ​ອ່ອນ​ໂຍນ,ບວກ​ກັບສຽງ​​ເພງອັນອົບ​ອຸ່ນ​ຂອງນາງ​ສິລີ້ໄດ້​ກະ​ຕຸ້ນ​​ໃຈ​ຂອງ​ຜູ້​ຟັງ​ທຸກຄົນ. (ປ່ອຍ​ເພງ)
1  2  3  4