ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 18:27:50    
CD ​ແຜ່ນ​ທຳ​ອິດ​ຂອງ​ຄະນະ​ດົນຕີ​ໄອ້​ເຢ້

cri Author: da

ພາຍຫຼັງ​ຄະນະ​ດົນຕີ​ໄອ້​ເຢ້ສ້າງຕັ້ງຂຶ້ນ​ແລ້ວ,ນາງສິລີ້​ແລະ​ທ້າວ​ວັງ​ຊ່າວ​​​ໄດ້ກະກຽມ​ຢ່າງ​ຕັ້ງໜ້າ​​ເປັນ​ເວລາ​ສອງ​ປີ,​ແລ້ວ​ອັດ​ແຜ່ນCDທີ່​ຊື່ວ່າ"ຂອບ​ຟ້າ"​​​ເມື່ອ​ປີ 2005.ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ tian ya "ຂອບ​ຟ້າ"​ເພງ​ເອກ​ໃນ​ແຜ່ນCD,ອາດ​ເວົ້າ​ໄດ້​ວ່າ ​ເພງ​ນີ້​ແມ່ນ​ເພງ​ທີ່​​ເອົາດົນຕີ​​ສະ​ໄໝ​ກັບດົນຕີດັ້ງ​ເດີມ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ສົມບູນ​ງົດ​ງາມ​ທີ່​ສຸດ.​ໃນ​ຕອນ​ເລີ່​ມຕົ້ນ​ ໃຊ້ສຽງ​​ແຜ່ນສຽງ​ແບບ​ເກົ່າ,​ແລ້ວ​​ມີດົນຕີລັອກ​ແອນ​ໂລ​ນອອກ​ມາ,ບວກ​ກັບສຽງ​ເສາະ​ໃສ​ຈັງຫວະ​ໄວຂອງ​ສຽງ​ກີ​ຕາ,ປະກອບ​ເປັນ​ທຳນອງ​ຫຼັກຂອງ​ດົນຕີ,ມ້ວນທ້າຍ​​ແມ່ນທຳນອງ​ເພງສະ​ໄໝ​ທີ່​ເສບ​ດ້ວຍ​ຂິມ​ຕະ​ແຂ້,ຊຶ່ງ​ໄດ້​ເພີ່ມ​ບັນຍາ​ກາດ​​ສະ​ໄໝ​ບູຮານດັ້ງ​ເດີມ​ໃສ່. (ປ່ອຍ​ຈົນ​ໝົດ)


​ໃນປະມວນ​ເພງ"ຂອບ​ຟ້າ",ມີ 11 ​ເພງ​ແມ່ນທ້າວ​ວັງ​ຊ່າວ​​​ເປັນ​ຜູ້​ແຕ່ງ​ທຳນອງ,​CDແຜ່ນນີ້​​​ມີ​ທຳນອງ​ມ່ວນ​ຊື່ນ​ອ່ອນ​ຫວານ,ຈັງຫວະ​ມີໄວ​ມີຊ້າ,ປະ​ສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ.​ເຖິງ​ວ່າ​CDແຜ່ນນີ້​ສ່ວນ​ຫຼາຍ​ແມ່ນ​ຈັງຫວະລັອກ​ແອນ​ໂລ​ນ​,​ແຕ່​ກໍ​ໄດ້​ອັດ​ບາງ​ເພງ​ທີ່ເຢັນໆ​.ເພງ jie wei ກໍແມ່ນ​ເພງລະບາຍ​ອາລົມ​ທີ່​ອ່ອນ​ໂຍນ.ຕໍ່​ໄປ ​ເຊີນ​ຟັງ​ເພງ​ນີ້​ນຳ​ກັນ.


"ຟ້າ​ມືດຄຶ້ມ ​ເມກ​ມືດ​ເລື່ອນລອຍ ຝົນສົ້ມຕົກຊະ​ລົງ,​​ເຈົ້າ​ໜີ​ປະ​ຂ້ອຍ​ໄປ,ບໍ່​ເຫັນ​ດາວ​ເໜືອ,ບໍ່​ເຫັນ​ດາວ​ໃຕ້,ບໍ່​ມີ​ຂ້ອຍ ບໍ່​ມີ​ເຈົ້າ,ຈະ​ເປັນຫຍັງ.ບໍ່​ຕ້ອງການ​ຜູ້​ໃດ​ມາປອບໃຈ,ບໍ່​ຕ້ອງການ​ຜູ້​ໃດ​ມາ​ແກ້​​​ເກີ້,​ເຈົ້າ​ໃຈ​ດຳ​ແທ້,​ແຕ່ຂ້ອຍ​ທົນ​ຢູ່​ໄດ້."(ປ່ອຍ​​ເພງ​ຈົນໝົດ)
1  2  3  4