ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 18:27:50    
CD ​ແຜ່ນ​ທຳ​ອິດ​ຂອງ​ຄະນະ​ດົນຕີ​ໄອ້​ເຢ້

cri Author: da

ຄະນະ​ດົນຕີ​​ໄອ້​ເຢ້​ແມ່ນ​ຄະນະ​ດົນຕີ​ສ​ະ​ໄໝນິຍົມ​ທີ່​ສ້າງຕັ້ງ​ຂຶ້ນ​ເມື່ອ​ປີ 2003,ປະກອບ​ດ້ວຍ​ນາງ​ສິລີ້​ ນັກ​ຮ້ອງແລະ​ທ້າວ​ວັງ​ຊ່າວ ນັກ​ດີດ​ກີ​ຕາ.ສຽງນາງ​ສິ​ລີ້ ມ່ວນມີ​​ສະ​ເໜ.ນອກຈາກ​ຮ້ອງ​ເພງ​ແລ້ວ,ນາງສິລີ້​ທີ່​​ເຄີຍຮຽນ​ວິຊາ​ການສະ​ແດງ,ຍັງ​ຖ່າຍ​ຟີມໂຄສະນາສິນຄ້າ​ເລື້ອຍໆ,ຮູບ​ໂສມ​ອັນ​ສວຍ​ງາມ​ແລະ​ວິທີ​ສະ​ແດງ​ອັນດີ​ເລີດ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ທັງຫຼາຍ.ປີ 2004 ນາງ​ສະ​ແດງ​ໃນ​​ເລື່ອງ"​ເມືອງ​ແຫ່ງ​ທ້ອງຟ້າ"ເລື່ອງ​ໄວລຸ້ນ​,​ແລະ​ໄດ້​ນຳ​ອອກສາຍ​ໃນ​ທົ່ວ​ອາຊີ​,​ພາ​ໃຫ້​ນາງ​ໄດ້​ມີ​ຊື່​ສຽງຫຼາຍ.

ທ້າວ​ວັງ​ຊ່າວ ນັກ​ດີດ​ກີ​ຕາກໍ​ແມ່ນ​ຜູ້​ຈັດຕັ້ງຄະນະ​ດົນຕີ,ກ່ອນນີ້ ລາວ​ເປັນ​ຜູ້​ເຮັດ​ວຽກຢູ່​ຫຼັງ​ສາກ​ໂດຍ​ຕະຫຼອດ,​ເຄີຍ​ອັດ​​ເພງ​ເຮັດແຜ່ນCD​ໃຫ້ນາງ​ເສີນ​ຫຼິນ ທ້າວ​ຢາງ​ຄຸ່ນ​ແລະ​ທ້າວ​ຫຼີສວນ​ ​​ນັກ​ຮ້ອງທີ່​ມີ​ຊື່​ສຽງ,​​ເຄີຍ​ດີດ​ກີ​ຕາ​ສະຫຼັບ​ສຽງໃຫ້​ນັກ​ຮ້ອງຫຼາຍ​ຄົນ,ທັງ​ແຕ່ງ​ດົນຕີ​​ໃຫ້​ຮູບ​ເງົາ​ຫຼາຍ​ເລື່ອງ,​​ໄດ້​ຮັບ​ຄວາມ​ຍ້ອງຍໍ​ໃນ​ວົງ​ການບັນ​ເທີງ. (ປ່ອຍ​ເພງ)




1  2  3  4