ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:21:52    
ທ່ຽວ​ພູ​ທ້າຍ​ຊ່ານ​ໃນ​ລະດູບານ​ໃໝ່

cri Author: da


ດຽວ​ນີ້,ຈີນ​ພວມ​ຢູ່​ໃນ​ລະດູບານ​ໃໝ່,​ຕົ້ນໄມ້​ຕົ້ນຫຍ້າຄ່ອຍໆ​ປ່ຽນ​ເປັນ​ສີຂຽວ,ສັບພະ​ສິ່ງ​ຂອງກຳລັງ​ຟື້ນ​ຕົວ,ຄົນ​ຈີນ​ສ່ວນ​ຫຼາຍ​ມັກຖື​ການ​ປີນ​ພູ​ເປັນ​ລາຍການທ່ອງທ່ຽວຕົ້ນຕໍ​ໃນ​ລະດູບານ​ໃໝ່.​ໃນ​ລາຍການ​ມື້​ນີ້,ດາລາ​ວັນ​ຈະ​ເລົ່າ​ສູ່​ທ່ານ​ຟັງ​ວ່າ,ພູ​​ໄທ້​ຊ່ານ​ໃນ​ລະດູບານ​ໃໝ່​ມີ​ບ່ອນ​ໃດ​ໜ້າທ່ຽວ​.

ພູ​ໄທ້​ຊ່ານ​ຕັ້ງຢູ່​ແຂວງ​ຊ່ານ​ຕົ່ງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ແມ່ນ​ໜຶ່ງ​ໃນ​ບັນດາສວນສາທາລະນະ​​ພູ​​ເຂົາຂອງ​ຈີນ.ພູ​ໄທ້​ຊ່ານ​ໃນ​ລະດູບານ​ໃໝ່​ມິດ​ງຽບ​ຫຼາຍ.​ເມື່ອ​ແຂກ​ທ່ອງ​ທ່ຽວ​ປີນ​ຂັ້ນ​ໄດກ້າວ​​ເຂົ້າສູ່​ອ້ອມ​ກອດ​ຂອງ​ພູ​ໄທ້​ຊ່ານ,ກິ່ນ​ຫອມ​ຂອງຕົ້ນຫຍ້າ​​ໄດ້​ໂຊ​ຍ​ມາ​ຕາມ​ລົມ​ພັດ​ຄ່ອຍໆ.ຢູ່​ເທິງ​​ເນີນ​ພູ ຮ່ອມນ້ຳ​ເຕັມ​ໄປ​ດ້ວຍ​ດອກ​ໄມ້​ປ່າ​ທີ່​ບານ​ເຮືອງ,ຄື​ວ່າ​ແມ່ນປະດັບ​ປະດາ​ເພື່ອ​ຕ້ອນຮັບແຂກ​ທີ່ມາ​ຈາກ​ທາງ​ໄກ​ເປັນ​ພິ​ເສດ​.​​ເຖິງວ່າ ດອກ​ໄມ້​ເທິງ​ພູ​ໄທ້​ຊ່ານ​ຫຼາຍ​ເໝືອນ​ໝູ່​ດາວ,​ແຕ່​ສ່ວນ​ຫຼາຍ​ບານ​ຢູ່​ເທິງ​ພູ​ສູງ​ຜາ​ຊັນ,​ແຂກ​ທ່ອງ​ທ່ຽວ​​ເຂົ້າໃກ້​ຍາກ,ມີແຕ່​ເບິ່ງ​ຈາກ​ທາງ​ໄກ.

ໄປ​ທ່ຽວ​ພູ​ໄທ້​ຊ່ານ​ໃນ​ລະດູບານ​ໃໝ່,ສວນ​ຕົ້ນ​ເຊີ​ລີ​ແມ່ນ​ບ່ອນ​ທີ່​ໜ້າ​ໄປທ່ຽວ.ສວນ​ຕົ້ນ​ເຊີ​ລີ​ຕັ້ງຢູ່​ທິດ​ເໜືອ​ຈອມພູ​ອາວ​ໄລຂອງພູ​ໄທ້​ຊ່ານ.​ໃນ 100 ກວ່າ​ປີ​ກ່ອນ,ສອງພໍ່​​ລູກຕະກຸນ​ຫຼູທີ່​ອາ​ໄສຢູ່​ແຫ່ງ​ນີ້​ຫຼາຍ​ປີ​ໄດ້​ເຈາະ​ຜາ​ຫີນ,​ຖາກ​ຖາງເປັນ​ດິນ​ຕອນ​ໜຶ່ງ ປູກ​ຕົ້ນ​ເຊີ​ລີ.ຈາກນັ້ນ​ມາ,ຕົ້ນ​ເຊີ​ລີ​ຢູ່​ແຫ່ງ​ນີ້​ຈຶ່ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ເນື້ອ​ທີ່​​ກໍ​ນັບ​ມື້​ນັບ​ກວ້າງອອກ.ປັດຈຸບັນ,ແຫ່ງ​ດັ່ງກ່າວໄດ້ເຕັມໄປດ້ວຍ​ຕົ້ນ​ເຊີ​ລີ​ແລ້ວ.​ໃນ​ເວລາ​ປີນ​ພູ,​ແຂກ​ທ່ອງ​ທ່ຽວ​ສາມາດ​ມາພັກຜ່ອນ​ຢູ່​ສວນ​ຕົ້ນ​ເຊີ​ລີ,ຊີມ​ເຊີ​ລີ​​ສົດ,ຊີມ​ອາຫານຊາວ​ບ້ານອ້ອຍຕ້ອຍ,ຈະ​ເພີ່ມ​ຄວາມ​ມ່ວນ​ຊື່ນ​ບໍ່​ໜ້ອຍ​ໃຫ້​ແກ່​ຄົນ​ທັງຫຼາຍ​ທີ່​ມາປີນ​ພູ.

ນອກຈາກ​ສວນ​ຕົ້ນ​ເຊີ​ລີ​ແລ້ວ,ອີກ​ແຫ່ງ​ໜຶ່ງ​ທີ່​​ໜ້າ​ທ່ຽວ​​ໃນ​ລະດູບານ​ໃໝ່​ແມ່ນ​ເມືອງ​ເຟີ​ຍ​ເສີງ​ທີ່​ຫ່າງ​ຈາ​ກພູ​​ໄທ້​ຊ່ານ​ບໍ່​ໄກ​ປານ​ໃດ.​ເມືອງ​ເຟີ​ຍ​ເສີງ​ແມ່ນ​ບ້ານ​​ເກີດ​ຂອງຕົ້ນຄາຍ,ໝາກຄາຍ​ທີ່​ຜະລິດ​ຢູ່​ແຫ່ງ​ນີ້​ເອີ້ນ​ວ່າ"​ຝໍທາວ".​ແຕ່​ເດືອນ​ເມສາ​ຮອດ​ເດືອນ​ພຶດສະພາ​ທຸ​ກປີ​ແມ່ນ​ໄລຍະ​ດີ​ທີ່​ສຸດ​ສຳລັບ​ຊົມ​ດອກ​ຄາຍ​ຢູ່​ເມືອງ​ເຟີ​ຍ​ເສີງ.​ເມືອງ​ເຟີ​ຍ​ເສີງ​ຜະລິດ​ໝາກຄາຍ​ມີ​ປະຫວັດສາດ​ພັນ​ກວ່າ​ປີ​ແລ້ວ,ປະຈຸ​ບັນ​ມີ​ສວນ​ຕົ້ນຄາຍ​ກວ້າງ 8 ພັນ​ເຮັກຕາ,​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ສະຖິຕິ​ກິ​ເນສ​ເປັນ"ສວນ​ໝາກຄາຍ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ".​ໃນ​ລະດູບານ​ໃໝ່​ແຕ່ລະ​ປີ,ດອກ​ຄາຍສີ​ບົວ​ສີຂາວ​ບານ​ເຮືອງ​ເຕັມ​ພູ,​ເຮັດ​ໃຫ້​ເມືອງ​ເຟີ​ຍ​ເສີງ​ກາຍເປັນ​ທະ​ເລດ​ອກ​ໄມ້.



1  2  3