|
 |
(GMT+08:00)
2006-05-11 17:21:52
|
 |
ທ່ຽວພູທ້າຍຊ່ານໃນລະດູບານໃໝ່
cri
Author: da
ລະດູບານໃໝ່ຢູ່ພູໄທ້ຊ່ານ,ສ່ວນຫຼາຍອາກາດແຈ້ງດີ,ນ້ຳໝອກອ່າວໜ້ອຍ,ສະນັ້ນ,ແຂກທ່ອງທ່ຽວບໍ່ຫ່ອນຈະພາດໂອກາດປີນຂຶ້ນຈອມພູຊົມເບິ່ງຕາເວັນຂຶ້ນ.ພວກເຂົາເຈົ້າສ່ວນຫຼາຍຈະພັກຢູ່ຈອມພູຄືນໜຶ່ງ,ຮອດຕອນຂ້ອນແຈ້ງມື້ລຸນມາ,ຈິ່ງໄປຈອມພູໄທ້ຊ່ານ,ຈ້ອງມອງໄປທິດຕາເວັນອອກ,ຊົມພາບຕາເວັນໂຜ່ຂຶ້ນຈາກທະເລເມກ.
 ແຂກທີ່ເຄີຍມາທ່ຽວພູໄທ້ຊ່ານລ້ວນແຕ່ຮູ້ວ່າ,ເຂດທິວທັດທີ່ມີຊື່ສຽງຢູ່ພູໄທ້ຊ່ານແມ່ນຖືຈອມພູໄທ້ຊ່ານເປັນໃຈກາງ,ແລ້ວແຈກຢາຍແບບແຜ່ລັງສີ.ຢູ່ໃນເຂດທິວທັດມີຈອມພູ 300 ກວ່າໜ່ວຍ,ນ້ຳຫ້ວຍ 260 ກວ່າສາຍ,ຕົ້ນໄມ້ບູຮານ 2 ໝື່ນກວ່າຕົ້ນ.ແຕ່ວ່າ,ໃນໄລຍະໜຶ່ງມານີ້,ຍ້ອນໄດ້ສ້າງສິ່ງກໍ່ສ້າງພາຍໃນເຂດທິວທັດພູໄທ້ຊ່ານຫຼາຍໂພດ,ສິ່ງກໍ່ສ້າງບູຮານເກົ່າແກ່ລົງ,ພົມພືດຢູ່ຈອມພູບໍ່ພຽງພໍແລະປະກົດການອື່ນໆເລີ່ມປະກົດຂຶ້ນ,ເຊິ່ງໄດ້ຫຼຸດສີຂຽວຂອງພູໄທ້ຊ່ານໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.ໃນຫຼາຍປີມານີ້,ອົງການປົກຄອງທ້ອງຖິ່ນໄດ້ເຮັດວຽກປົວແປງແລະອະນຸລັກພູໄທ້ຊ່ານ.ເຊັ່ນ:ສ້ອມແປງເສັ້ນທາງໂຄ້ງອ້ອມພູ ສ້າງລະບົບກວດກາປ້ອງກັນໄຟໄໝ້ປ່າດ້ວຍລະບົບກ້ອງວົງຈອນປິດຢູ່ເຂດທິວທັດພູໄທ້ຊ່ານ,ສຳເລັດກິດຈະການສ້ອມແປງໂຄງສ້າງຫຼັກຂອງສິ່ງກໍ່ສ້າງບູຮານແລະກິດຈະການປູກຕົ້ນໄມ້ສ້າງປ່າຢູ່ຈອມພູໄທ້ຊ່ານ,ພູໄທ້ຊ່ານຈຶ່ງຂຽວອຸ່ມທຸ່ມຂຶ້ນຄູ່ປີ.ທ່ານຢາຊີມາ ຮາອີອູອາກີ ແຂກທ່ອງທ່ຽວຍີ່ປຸ່ນບອກນັກຂ່າວວ່າ:
"ພູໄທ້ຊ່ານສົມຊື່ເປັນພູທີ່ມີຊື່ສຽງອັນດັບໜຶ່ງຂອງຈີນແທ້,ມາທ່ຽວຫຼິ້ນຢູ່ແຫ່ງນີ້ ພວກຂ້າພະເຈົ້າຕື່ນເຕັ້ນຫຼາຍ,ກໍດີໃຈຫຼາຍ.ທິວທັດຢູ່ພູໄທ້ຊ່ານງາມຫຼາຍ,ມັນແມ່ນມໍລະດົກຂອງຊົນຊາດຈີນ,ກໍແມ່ນຂົວກ່າຍລະຫວ່າງປະຫວັດສາດກັບສະໄໝປະຈຸບັນ.ໃນຖານເປັນຄົນຕ່າງປະເທດ,ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນພູໄທ້ຊ່ານໄດ້ຮັບການອະນຸລັກເປັນຢ່າງດີ,ເພາະວ່າມັນແມ່ນສິ່ງລະລຶກປະຫວັດສາດ."
ໄປທ່ຽວພູໄທ້ຊ່ານໃນລະດູບານໃໝ່,ນອກຈາກຊົມດອກໄມ້ ຕົ້ນໄມ້ຂຽວອຸ່ມທຸ່ມ ປີນຂຶ້ນຈອມພູເບິ່ງໄປທາງໄກ ຊົມຕາເວັນຂຶ້ນແລ້ວ,ຍັງສາມາດເຂົ້າຮ່ວມການເຄື່ອນໄຫວສະຫຼວງວັນບຸນຈຳນວນໜຶ່ງ,ເຊັ່ນ:"ບຸນວັດຕົ່ງເຢ້"ແລະ"ບຸນດອກຄາຍເມືອງເຟີຍເສີງ"ເປັນຕົ້ນ.ທ່ານເສີນເຟີ່ງ ເຈົ້າໜ້າທີ່ທີ່ຮັບຜິດຊອບການທ່ອງທ່ຽວຢູ່ແຫ່ງນີ້ເວົ້າວ່າ,ໃນຫຼາຍປີມານີ້ ແຂກທ່ອງທ່ຽວທີ່ມາຈາກພົ້ນທະເລມາທ່ຽວພູໄທ້ຊ່ານນັບມື້ນັບຫຼາຍຂຶ້ນ,ທ່ານຫວັງວ່າ,ພູໄທ້ຊ່ານຄົງຈະດຶງດູດແຂກທ່ອງທ່ຽວຂອງຈີນແລະຕ່າງປະເທດຍິ່ງຫຼາຍມາທ່ອງທ່ຽວຢູ່ແຫ່ງນີ້ດ້ວຍທິວທັດອັນສວຍງາມໃນລະດູການທີ່ຕ່າງກັນ.ທ່ານເວົ້າວ່າ:

"ໃນຫຼາຍປີມານີ້ ແຂກທ່ອງທ່ຽວທີ່ມາທ່ຽວພູໄທ້ຊ່ານ ສ່ວນຫຼາຍແມ່ນມາຈາກຍີ່ປຸ່ນ ສ.ເກົາຫຼີ ໄທ ສິງກະໂປ ອາເມລິກາ ແລະການາດາເປັນຕົ້ນ.ຕໍ່ໄປພາຍໜ້າ,ພວກຂ້າພະເຈົ້າຈະເພີ່ມທະວີການໂຄສະນາຕໍ່ຕະຫຼາດຕ່າງປະເທດ,ເຮັດໃຫ້ພູໄທ້ຊ່ານເດີນໄປສູ່ໂລກ,ເຮັດໃຫ້ໂລກຮູ້ຈັກພູໄທ້ຊ່ານ,ເຮັດໃຫ້ເພື່ອນມິດຕ່າງປະເທດຍິ່ງຫຼາຍມາທັດສະນາຈອນພູໄທ້ຊ່ານ."

1 2 3
|
|
|