ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:21:52    
ທ່ຽວ​ພູ​ທ້າຍ​ຊ່ານ​ໃນ​ລະດູບານ​ໃໝ່

cri Author: da

ນາງ​ຫຼີຊິ່ງ​ດຳລົງ​ຊີວິດ​ຢູ່​ແຫ່ງ​ນີ້ 20 ກວ່າ​ປີ​ແລ້ວ,ນາງ​ເວົ້າວ່າ,​ແຂກ​ທ່ອງ​ທ່ຽວ​ທີ່​ເຄີຍ​ມາ​ທ່ຽວ​​ເມືອງ​ເຟີ​ຍ​ເສີງ​ລ້ວນ​ແຕ່​​ເອີ້ນ​ແຫ່ງ​ນີ້​​ເປັນ"​​ເມືອງ​ລັບ​ແລ,ແດນ​ສະຫວັນຢູ່​ເມືອງມະນຸດ".ນາງ​ເວົ້າວ່າ:

"ພວກ​ຂ້າພະ​ເຈົ້າ​ເອີ້ນ​ແຫ່ງ​ນີ້​ເປັນ"​ໄທ້​ຊ່ານ​ຊີ້​ວຊີ່"​ແປ​ວ່າ"​ເຂດ​ໂຊ​ພູ​ໄທ້​ຊ່ານ.ເພາະວ່າ​ຢູ່​ແຫ່ງ​ນີ້ມີຕົ້ນຄາຍ​ເຕັມ​ພູ,​ໃນ​ລະດູບານ​ໃໝ່,​ເບິ່ງ​ຈາກ​ທາງ​ໄກ,ດອກ​ຄາຍ​ສີ​ບົວ​ປະດັບ​ປະດາ​ພູ​ຂຽວນ້ຳ​ໃສ,ຖ້າ​ທຽບ​ກັບ​ພູ​ໄທ້​ຊ່ານ​ແລ້ວ,​ແຫ່ງ​ນີ້​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ."


ຖະໜົນ​ທ່ຽນ​ເຈ່

ບໍ່​ວ່າ​ສວນ​ເຊີ​ລີ​ຫຼື​ສວນ​ໝາກຄາຍ​ເຟີ​ຍ​ເສີງ,ລ້ວນ​ແຕ່​ແມ່ນ​ຊົມ​ດອກ​​ໄມ້,ສ່ວນ​ສິ່ງ​ທີ່​ສາມາດ​ຊ່ອງ​​ແສງ​ໃຫ້​ເຫັນ​ເອກະລັກ​ຂອງ​ພູ​ໄທ້​ຊ່ານ​ໃນ​ລະດູບານ​ໃໝ່​ຢ່າງ​ແທ້​ຈິງນັ້ນ​ແມ່ນບ່ອນ​ສູງ​ສຸດ​ຂອງ​ພູ​ໄທ້​ຊ່ານ.​ໃນ​ສາຍຕາ​ຂອງ​ຄົນຈີນ​ສະ​ໄໝ​ບູຮານ,ພູ​ໄທ້​ຊ່ານ​ແມ່ນ​ພູ​ທີ່ໃກ້​ກັບ​ທ້ອງຟ້າທີ່​ສຸດ.​ແຂກ​ທ່ອງ​ທ່ຽວ​ປີນ​ຂຶ້ນ​ຮອດ​ປະຕູ​ນານ​ທ່ຽນ​ເມິນ,ຍ່າງ​​ເລາະຕາມ​ຖະໜົນ​ທ່ຽນ​ເຈ່,​ຈະ​ໄດ້ເຫັນ​ດອກ​​ໄມ້​ສີ​ແດງ​ແລະ​ຕົ້ນ​​ໄຄ້​ຂຽວຢ່າງ​ເຕັມ​ຕາ.​ໃນ​ລະດູບານ​ໃໝ່​ແລະ​ລະດູ​ຮ້ອນ,ຢູ່​ເທິງຂົວ​ປູ້​ທ່ຽນ​ຢູ່​ຖະໜົນ​ທ່ຽນ​ເຈ່ມັກ​ມີ​ສາຍ​ຮຸງ​ເກີດ​ຂຶ້ນ​ເລື້ອຍໆ,ຖ້າ​ຢືນ​ຢູ່​​ເທິງ​ຂົວ​​ເບິ່ງ​ໄປ​ທາງ​ໄກ,ມີ​ລົມ​ເຢັນ​ພັດ​​ໂຊ​ຍ​ມາ,ຟັງສຽງ​ນ້ຳບໍ່​ໄຫຼ​ລິດໆ,​ແຂກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ວ່າ​ເໝືອນ​​ທ່ຽວ​ຢູ່ແດນ​ສະຫວັນ​ຄື​ກັບ​ເທວະ​ດາ.

ລຸງ​ອູ​ເວີຍ​ມິ​ງທີ່​ມາ​ປີນ​ພູ​​ໂດຍ​ຈຳ​ເພາະ ​ເຄີຍ​ມາ​ປີນ​ພູ​ໄທ້​ຊ່ານ​​ເມື່ອ 20 ກວ່າປີ​ກ່ອນ,​ແຕ່​ພູ​ໄທ້​ຊ່ານ​ໃນ​ລະດູ​ບານ​ໃໝ່​ປີ​ນີ້​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງພິ​ເສດ​ໄວ້​ໃຫ້​ເພິ່ນ.ລຸງ​ເວົ້າວ່າ:

"ຂ້າພະ​ເຈົ້າ​ເຄີຍ​ມາ​ປີນ​ພູ​ໄທ້​ຊ່ານ​​ເມື່ອ 20 ກວ່າ​ປີ​ກ່ອນ,​ເທື່ອນັ້ນ​ແມ່ນ​ເທື່ອ​ທຳ​ອິດ,ຈາກ​ປະຕູ​ຈົ່ງ​ທ່ຽນ​ເມີນປີນ​ຂຶ້ນ​ຕໍ່​ໄປ.​ໃນ​ຄາວ​ນັ້ນ ທາງ​ແຄບ​ຫຼາຍ,ບໍ່​ກວ້າງ​ຄື​ດຽວ​ນີ້,ຢູ່​ສອງ​​ຟາກ​ທາງ​ລ້ວນ​ແຕ່​ແມ່ນ​ຊາກ​ສະຫຼັກ​ຫັກພັງ,ຂັ້ນ​ໄດ​ກໍ​ບໍ່​ພຽງປານ​ນີ້.ພູ​ໃນ​ຄາວ​ນັ້ນບໍ່​ສະອາດ​ຮຽບຮ້ອຍ​ຄື​ປະຈຸ​ບັນ,ມີ​ຂອງ​ເສດຢູ່​ສອງ​ຟາກ​ທາງ,ຕົ້ນ​ໄມ້​ກໍບໍ່​ດົກໜາ​ຄື​ດຽວ​ນີ້."
1  2  3