ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 15:27:38    
ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ຂອງ​ແຂວງ​ຫູ​ໄປ​ທີ່​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri Author: sayvanny

ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້, ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ແມ່ນ​ຫົວ​ຂໍ້​ຈຸດ​ຮ້ອນ​ອັນ​ຫນຶ່ງຢູ່​ຈີນ.ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​,ສັງຄົມ​ເຂົ້າຮ່ວມ​ຢ່າງ​ກວ້າງຂວາງ, ແຂວງ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ເກືອບ 2/3 ​ໃນ​ທົ່ວ​ປະ​ເທດ​​ໄດ້​ສະ​ເຫ​ນີ​ອອກມາ​ວ່າ​ຈະ​ສ້າງ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ເປັນ​ຂະ​ແຫນງ​ການ​ເສົາຄ້ຳຂອງ​ທ້ອງ​ຖິ່ນ​ຕົນ.​

​ໃນ​ຕຶກ​ສິບ​ກວ່າ​ຊັ້ນຢູ່​​ໃຈກາງ​ນະ​ຄອນ​ອູ​ຮານ ​ເທດ​ສະ​ບານ​ແຂວງ​ຫູ​ໄປ,ບໍ​ລິ​ສັດ​ກາ​ຕຸ​ນຈ່ຽງທົງ​ກໍ່​ກວມ​ສາມ​ຊັ້ນ.​ເມື່ອ​ຍ່າງ​ເຂົ້າ​ບໍ​ລິ​ສັດ,​ຈະເຫັນ​ແຕ່​ໄວ​ຫນຸ່ມ​ທັງ​ຫມົດ​ພວມ​ເຮັດ​ວຽກ​ຢ່າງ​ມີ​ລະບຽບ.ປັດຈຸ​ບັນ ບໍລິສັດ​ທີ່​ສ້າງຕັ້ງ ຂື້ນ​ໃນ​ປີ 2000 ຫລັງ​ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ບໍ​ລິ​ສັດ​ກາ​ຕຸນ​ທີ່​ມີ​ກຳລັງ​ຕົວ​ຈິງ​ກວ່າ​ຫມູ່​ຢູ່​ຈີນ.ປັດ​ຈຸ​ບັນ, ບໍລິສັດ​ດັ່ງກ່າວ​ພວມ​ສ້າງ​ລະຄອນ​ກາ​ຕຸ​ນ​ເລື່ອງ​ຊຽວ​ຈື​ຈ້ຽນ​ຊານ ​ແປ​ວ່າ​ບັກ​ນ້ອຍ​ຈ້ຽນຊານ.ທ່ານ​ຈູ​ໂຢ້ກ້ານ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າວ່າ:

ປັດຈຸບັນ ພວກ​ເຮົາ​ເດີນ​ຕາມ​ເສັ້ນທາງ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ,ລະຄອນ​ທີ່​ພວກ​ເຮົາຖ່າຍ​ໃນ​ສະ​ເພາະ​ຫນ້າ​ນີ້​​ແມ່ນ​ໃຫ້​ສະ​ຖາ​ບັນ​ຮູບ​ເງົາ​ປັກ​ກິ່ງ​ແລະ​ໂທລະພາບ​ສູນ​ກາງ​ຈີນ​ພ້ອມ​ກັນ​ອອກ​ແບບ,​ລວມທັງນັກ​ປະພັນ​ເລື່ອງ​ເຍົາວະ​ຊົນຈຳນວນ​ຫນຶ່ງ​ຂອງ​ເມືອງ​ອູ​ຮານ​ກໍ່​ມາຮ່ວມ​ມື​ກັນ.​ເມື່ອ​ກ່າວ​ເຖິງ​ກຳລັງ​ຕົວ​ຈິງ​ແລ້ວ, ບໍລິສັດ​ພວກ​ເຮົາ​ຄວນ​ຢູ່​ໃນອັນ​ດັບ​ທີ​ຫນຶ່ງ​ຫາ​ທີ​ຫ້າ​ຢູ່​ພາຍ​ໃນ​ປະ​ເທດຈີນ.

ທ່ານ​ຈູ​ໂຢ້​ກ້ານ​ເວົ້າວ່າ, ນອກຈາ​ກປະດິດ​ສ້າງ​ໂດຍ​ຕົນ​ເອງ​ແລ້ວ,ປັດຈຸ ບັນ,ບໍ​ລິ​ສັດ​ນີ້​ພວມ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຂອງ​ສິບ​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເພື່ອ​ຖ່າຍ​ທຳ​ລະ​ຄອນ​ຕຸ​ນ.ຕົວຢ່າງ​ຄື​ເລື່ອງ​ເປັດ​ອະ​ວະ​ກາດ (The Space Hip Hot Duck)ທີ່​ຮ່ວມ​ມື​ກັບ​ບໍລິສັດ​ຊັນ​ວູ​ຂອງ​ສາທາ​ລະນະ​ລັດ​ເກົາຫລີ,​ເລື່ອງ​ຄອບຄົວ​ພາກ​ພູມ​ໃຈ(The Proud Family)ທີ່​ຮ່ວມ​ມື​ກັບ​ບໍລິສັດ​ໄຮ​ເພີຣີ​ອອນອາ​ນີ​ໄມ​ຊັນ​ຂອງ​ອາ​ເມ​ລິ​ກາ,​ເລື່ອງ​ຫມີ​ເບັນ​ເຈ​ມີນ(Benjemi Bear)ທີ່​ຮ່ວມ​ມື​ກັບ​ບໍລິສັດ​ແອ​ມ​ເບີ​ວຸດ​ຂອງ​ອີ​ຕາ​ລີ​ເປັນ​ຕົ້ນ,ລ້ວນ​ແຕ່​ໄດ້​ຮັບ​ປະສິດທິ​ຜົນ​ເປັນ​ຢ່າງ​ດີ.ທ່ານ​ຈູ​​ໂຢ້​ກ້ານ​ເວົ້າວ່າ, ​ເປົ້າ​ຫມາຍ​ຂອງ​ບໍລິສັດ​ກາ​ຕຸ​ນຈ່ຽງທົງ​ແມ່ນ​ກາຍ​ເປັນ​ບໍລິສັດ​ໃຫຍ່​ທີ່​ມີ​ຊື່​ລື​ນາມ​ໃນ​ສາກົນ.

1  2  3  4