ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 15:27:38    
ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ຂອງ​ແຂວງ​ຫູ​ໄປ​ທີ່​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri Author: sayvanny

ຜູ່​ທີ່​ມີມັກ​ໃຫຍ່​ໄຝ່ສູງ​ຄື​ກັນ​ກັບທ່ານ​ຈູ​ໂຢ້ກ້ານ​ນັ້ນຍັງ​ມີ​ຜູ່​ອຳນວຍ​ການ​ທັງຫລາຍ​ຂອງ​ກຸ່ມ​ວາລະສານ​ຈື່​ອີ່​ນ.

ວາລະສານ​ຈື່​ອີ່​ນ​ແມ່ນຫນຶ່ງ​ໃນ​ວາລະສານ​ທີ່​ຂາຍ​ດິບ​ຂາຍ​ດີກ​ວ່າ​ຫມູ່ຢູ່​ຈີນ,ຖື​ການ​ສ່ອງ​ແສງຄອບຄົວ ອາລົມ​ຈິດ​ແລະ​ມິດຕະພາບ​ຂອງ​ຄົນ​ທຳ​ມະ​ດາ​ແລະ​ເນື້ອ​ໃນ​ອື່ນໆ​ເປັນຕົ້ນຕໍ,ປະລິມານ​ຈຳຫນ່າຍ​ຕໍ່​ເດືອນ​ບັນລຸ​ເຖິງ 6 ລ້ານ​ກວ່າ​ສະບັບ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ໄລ​ອີ​ຕ້າ ຮອງ​ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ກຸ່ມ​ຈື່​ອີ່​ນ​ເວົ້າວ່າ, ການ​ຕິດຕາມ​ຕະຫລາດ​ຢ່າງ​​ໄກ້​ຊິດ,ມີ​ການປະດິດ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງແລະ​ພັດທະນາ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ຫລາຍ​ຢ່າງນັ້ນແມ່ນ​ພາຫະນະ​ສຳຄັນ​ທີ່​ເຮັດ​ໃຫ້​ກຸ່ມບໍລິສັດ​ພັດທະນາ​ຢ່າງ​ວ່ອງ​ໄວ,ພວ​ກ​ເຂົາ​ເຈົ້າພວມ​ທຳ​ຄວາມ​ພະຍາຍ​າມ,​ເຮັດ​ໃຫ້​ປະລິມານ​ຈຳ​ຫນ່າຍ​ວາລະສານ​ຈື່​ອີ່​ນບັນລຸ​ເຖິງ 10 ລ້ານ​ສະບັບ​ຂຶ້ນ​ໄປ.ທ່ານ​ເວົ້າວ່າ:

ເພື່ອ​ແກ້​ໄຂ​ບັນຫາ​ຄໍ​ຂວດ​ໃນ​ການ​ທຸລະ​ກິດ​ທີ່​ຜູກ​ມັດ​ການ​ພັດທະນາ​ຂອງ​ວາລະສານ​ຈື່​ອີ່​ນ,ພວກ​ເຮົາ​ເອົາ​ໃຈ​ໃສ່​ນຳ​ກົນ​​ໄກ​ປະດິດ​ສ້າງ​ໃຫມ່, ພັດ ທະນາ​ການ​ທຸລະ​ກິດ​ຫລາຍ​ຢ່າງ​ຄື ການ​ໂຄສະນາ ການ​ຈຳຫນ່າຍ​ແລະ​ການ​ພິມ​​ເປັນຕົ້ນ.​ເພື່ອ​​ໃຫ້ການ​ພິມ​ຈຳຫນ່າຍ​ຢູ່​ພົ້ນທະ​ເລ​ບັນລຸ​ຜົນ​ເປັນ​ຈິງ,ພວກ​ເຮົາ​ຍັງ​ໄດ້​ຈົດ​ທະບຽນ​ສ້າງ​ບໍລິສັດ​ພິມ​ຈຳຫນ່າຍ​ຈື່​ອີ່​ນຈີນ​ຢູ່​ກາ​ນາ​ດາ, ປັດຈຸບັນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມຈຳນົງ​ຮ່ວມ​ມື​​​ໃນເບື້ອງຕົນກັບ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ​ຢູ່​ທ້ອງ​ຖີ່​ນນັ້ນ​​ແລ້ວ.

ກຸ່ມ​ຈື່​ອີ່ນ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1985,​ໄດ້​​ຈາກ​ການ​ພິມ​ຈຳຫນ່າຍ​ວາລະ ສານ​ຊະນິດ​ຫນຶ່ງ​ໃນ​ເວລາ​ເລີ່​ມຕົ້ນ​ຂະຫຍາຍຕົວ​ມາຮອດ​ດຽວ​ນີ້​​ໄດ້ມີ​ວາລະ ສານ 9 ຊະນິດ, ຫນັງສືພິມ​ 1 ຊະນິດ,ບໍລິສັດ​ 4 ຫລັງ,​ແລະ​ສະ​ຖາ​ບັນ​ຫລັງ​ຫນຶ່ງ,ກາຍ​ເປັນ​ຜູ່​ນຳ​ຫນ້າ​ໃນ​ວົງ​ການ​ພິມ​ຈຳຫນ່າຍ​ຂອງຈີນ.

1  2  3  4