ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 15:27:38    
ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ຂອງ​ແຂວງ​ຫູ​ໄປ​ທີ່​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

cri Author: sayvanny

ຖ້າ​ເວົ້າວ່າ​ບໍລິສັດ​ກາ​ຕຸ​ນຈ່ຽງທົງ​ແລະ​ກຸ່ມ​ຈື່​ອີ່​ນ​ແມ່ນ​ຕົວຢ່າງ​ພຽງ​ຫນຶ່ງ ດຽວ,​ແຂວງ​ຫູ​ໄປ​ໄດ້​ສຳນຶກ​ຮູ້​​ແລ້ວວ່າ​ຕ້ອງ​ພັດທະນາ​ຂະ​ແຫນງ​ການ​ວັດທະນະທຳ​ຂອງ​ແຂວງ​ນີ້​ເປັນ​ຂະ​ແຫນງ​ການ​ທ່າ​ແຮງ. ທ່ານ​ເຊີນ​ຮາ​ຍນິງ​ແມ່ນ​ຮອງ​ຫົວ ຫນ້າ​ພະ​ແນ​ກວັດທະນະທຳ​ແຂວງ​ຫູ​ໄປ.ທ່ານ​ເວົ້າວ່າ, ​ແຂວງ​ຫູ​ໄປ​ພວມຖືຕະຫລາດ​ເປັນ​ທິດ​ນຳ, ອອກ​ແຮງ​ເຜີຍ​ແຜ່​ການ​ປະຕິ​ຮູບ​ລະບອບ​ກຳມະສິດ,ອົງການ​ປົກຄອງ​ຈະ​ຮັບ​ຜິດ​ຊອບ​ແຕ່​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ​ແລະ​ພາລະກິດ​ວັດທະນະ​ທຳ​ສາທາລະນະ​ລະ​ປະ​ໂຫຍດ​ເທົ່າ​ນັ້ນ,ສ່ວນວິ​ສາ​ຫະກິດ​ວັດ​ທະ​ນະ​ທຳ​ກໍ່ທຸລະ​ກິດຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ພັດທະນາຢ່າງ​ເສລີ.ທ່ານ​ເວົ້າວ່າ:

ການ​ພັດທະນາ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ຕ້ອງ​ແຍກການ​ຄຸ້ມ​ຄອງ​ກັບ​ການ​ທຸລະ​ກິດ​ອອກ​ຈາກ​ກັນ, ​ໃນ​ດ້ານ​ການ​ຄຸ້ມ​ຄອງ,ຄື ການ​ພິມ​ຈຳ ຫນ່າຍ​ ວິທະຍຸ​ແລະ​ໂທ​ລະ​ພາບ​ເປັນ​ຕົ້ນ​ຈະ​ສ້າງ​ພາກ​ສ່ວນ​ອົງການ​ປົກ ຄອງ​ຈາກ​ແງ່​ຄຸ້ມ​ຄອງພາລະກິດ​ລ້ວນໆ,​ແລະ​ຈັດ​ເອົາ​ສຳ​ນັກ​ງານ​ພິມ​ຈຳຫນ່າຍ​ທີ່​ມີ​ສີສັນ​ທຸລະ​ກິດ​ນັ້ນ​ເປັນ​ກຸ່ມ​ພິມ​ຈຳຫນ່າຍ​ຊາງ​ຈ່ຽງ,​ເພື່ອ​ພັດທະນາ​ຂະ​ແຫນງ​ການ​ພິມ​ຈຳ ຫນ່າຍ​ຂອງ​ແຂວງ​ຫູ​ໄປ.​ໃນ​ດ້ານ​ວິທະຍຸ​ແລະ​ໂທລະພາບ,​ໄດ້​ສ້າງ​ສະຖານີ​ໂທລະພາບ​ໃຫຍ່,ຕ້ອງ​ອ່ວຍ​ຫນ້າ​ໄປ​ສູ່​ຕະຫລາດ.ສ່ວນ​ພາກ ສ່ວນ​ສາຍຮູບ​ເງົາ,​ແຫ​ລ່ງຖ່າຍ​ທຳ​ຮູບ​ເງົາ,ພາກສ່ວນ​ພິມ​ຈຳຫນ່າຍ​ເຄື່ອງ​ສຽງ​ ອຸປະກອນ​ວັດທະນະທຳ​ແລະ​ການສະ​ແດງ​ເປັນຕົ້ນ,​ໃຫ້​ລວມ​ເຂົ້າ​ເປັນ​ບໍລິສັດ​ທີ່​ທຸລະ​ກິດ​ວັດທະນະທຳ,​ແລະ​ຖື​ການ​ພົວພັນ​ສິດຊັບ​ສິນ​ເປັນ​ສາຍພານ, ປະ ກອບ​ເປັນ​ບໍລິສັດ​ຫຸ້ນ​ສ່ວນ, ຕໍ່​ໄປ​ພາຍ​ຫນ້າ, ບໍລິສັດ​ຫຸ້ນ​ສ່ວນ​ດັ່ງກ່າວ​ສາມາດ​ຮັ​ບ​ເອົາ​ທຶນ​ທີ່​ບໍ່​ແມ່ນ​ຂອງ​ລັດ​ກໍ່​ໄດ້,ຈົນຖືພາກສ່ວນ​ບໍ່​ແມ່ນ​ຂອງ​ລັດ​ເປັນຕົ້ນຕໍ​ກໍ່​ໄດ້. ຜ່ານ​ການ​ສັບ​ຊ້ອນ​ຊັບພະຍາກອນ,ດຶງ​ດູດ​ເອົາ​ທຶນ​ຂອງຝ່າຍ​ຕ່າງໆ, ສ້າງເປັນ​ບໍລິສັດ​ທີ່​ຂະ ຫນາດ​ໃຫຍ່​ຂຶ້ນ​ຢ່າງ​ວ່ອງ​ໄວ.

ລັດຖະບານ​ຈີນ​ໄດ້​ວາງ​ເປົ້າຫມາຍ​ສ້າງ​ປະ​ເທດ​​ແບບ​ນະວະ​ກຳ,ນີ້​ບໍ່​ພຽງ​ແຕ່​ແມ່ນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​​ເທົ່າ​ນັ້ນ, ທີ່​ຈິງ​ແລ້ວ​ກໍ່​ລວມທັງ​ຂົງ​ເຂດ​ວັດທະນະທຳ.​ເມື່ອ​ສັງ​ເກດ​ຈາກ​ການ​ພັດທະນາຂະ​ແຫນງ​ການ​ວັດທະ ນະທຳ​ຂອງ​ແຂວງ​ຫູ​ໄປ​ແລ້ວ​ເຫັນ​ວ່າ,ການ​ມີ​ທັດສະນະ​ຄະຕິ​ເກົ່າ,ຄວາມ​ສາມາດ​ປະດິດ​ສ້າງ​ໃຫມ່​ບໍ່ພຽງພໍ​ຍັງ​ຄົງ​ແມ່ນ​ບັນຫາ​ສຳຄັນ.ຍົກ​ເອົາ​ບໍລິສັດ​ກາ​ຕຸ​ນຈ່ຽງທົງ​ເປັນ​ຕົວຢ່າງ,​ເຖິງ​ວ່າ​ອຸປະກອນ​​ດ້ານ​ຮັດ​ແວ​ໄດ້​ເປັນອັນ​ດັບ​ຫນຶ່ງ​ໃນ​ສາກົນ​ແລ້ວ​ກໍ່ຕາມ,​ແຕ່​ຄວາມ​ສາມາດ​ປະດິດ​ສ້າງ​ເອົາ​ເອງ​ຍັງ​ໂຕນ​ກັນ​ຫລາຍ​ເມື່ອ​ທຽບ​ກັບ​ຂະ​ແຫນງ​ການດຽວ​ກັນຂອງ​ຕ່າງປະ​ເທດ,ຕະຫລາດ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຂອງ​ຂະ​ແຫນງ​ການ​ວັດທະນະທຳ​ຍັງ​ຕ້ອງ​ບົ່ມ​ເພາະ​ຕື່ມ​ອີກ.ທ່ານ​ຈູ​ໂຢ້ກ້ານ ຜູ່​ອຳນວຍ​ການ​ໃຫຍ່​ບໍລິ​ສັດ​ກາຕຸ​ນຈ່ຽງທົງ​ເວົ້າວ່າ:

1  2  3  4