ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 21:01:01    
ທ່ຽວ​ວັດ​ຝາ​ເມີນ

cri Author: da


ແຂວງ​ສານ​ຊີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ຈີນ,​ໃນ3000​ກວ່າ​ປີ​ມາ​ນີ້,​ເຄີຍມີ​ 12 ລາຊະ​ວົງຕັ້ງ​ລາຊະ​ທານີ​ຢູ່​ແຫ່ງ​ນີ້.ນັບ​ມາ​ຮອດ​ປະຈຸ​ບັນ,ຢູ່​ແຫ່ງ​ນີ້​ຍັງ​ຮັກສາ​ໄວ້​ບູຮານ​ນະ​ສະຖານ​ແລະວັດຖຸບູ​ຮານ​ຈຳນວນ​ຫຼວງ​ຫຼາຍ.​ໃນບູຮານນະ​ສະຖານເຫຼົ່າ​ນີ້,ວັດ​ຝາ​ເມີນ​ທີ່​ມີ​ປະຫວັດ 1700 ກວ່າ​ປີ​​​ແມ່ນ​ໜ້າ​ໄປ​ທ່ຽວ.​ໃນລາຍການ​ມື້​ນີ້,ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ທ່ຽວ​ວັດ​ຝາ​ເມີນ.

ວັດ​ຝາ​ເມີນ​ຕັ້ງຢູ່​​ເມືອງວັດ​ຝາ​ເມີນນະຄອນ​​ເປົາ​ຈີ​ທີ່​ຢູ່ພາກ​ຕາ​ເວັນ​ຕົກນະຄອນສີ່​ອ່ານ ​ເທດສະບານ​ແຂວງ​ສານ​ຊີ່,​ຫ່າງ​ຈາກ​ສີ່​ອ່ານ 100 ກິ​ໂລ​ແມັດ,ຂັບ​ລົດ​ຈາກ​ສີ່​ອ່ານ​ໄປ​ວັດ​ຝາ​ເມີນ,ໃຊ້​ເວລາ 3 ຊົ່ວ​ໂມງ​ກໍ​ໄປ​ຮອດ.ວັດ​ຝາ​ເມີນ​ກວມ​ເນື້ອ​ທີ່​ບໍ່​ຮອດ 7 ​ເຮັກຕາ,ມີ​ເດີ່ນວັດ 24 ​ແຫ່ງ.ວັດນີ້​ສ້າງຕັ້ງຂຶ້ນ​ເມື່ອ 1700 ປີ​ກ່ອນ,​ໃນ​ຄາວ​ນັ້ນ ສາສະໜາ​ພຸດ​ຫາ​ກໍ່​ເຜີຍ​ແຜ່​ເຂົ້າຈີນບໍ່​ດົນ.​ຕາມ​ເລົ່າ​ລື​ກັນ​ວ່າ,ພາຍຫຼັງ​ພະ​ສາ​ກະ​ຍະ​ມູນີ ພະພຸດທະ​ເຈົ້າປະລິ​ນິພານແລ້ວ,ພະ​ວໍລະ​ກາຍຖືກ​ເຜົາ​ແລ້ວ​ກາຍ​ເປັນພະສາລີ​ລິ​ກະທາດ​,​ແລ້ວ​ຖືກ​ຄົນ​ຮຸ້ນ​ຫຼັງ​ແບ່ງ​ເປັນ 8 ໝື່ນ 4 ພັນສ່ວນ​ເຊື່ອງ​ໄວ້​ໃນ​ທາດ​ພຸດທະ​ສາສະໜາ​ຢູ່​ແຫ່ງຕ່າງໆ​ຂອງ​ໂລກ,ທາດ​ຢູ່​ໃນ​ວັດ​ຝາ​ເມີນ​ກໍ​ແມ່ນ​ແຫ່ງ​ໜຶ່ງ.

ທາດ​ຢູ່​ໃນ​ວັດ​ຝາ​ເມີນ​ຫຼັງ​ນີ້​ແມ່ນ​ທາດ​ດິນ​ຈີ່ຮູບ 8 ຫຼ່ຽມສູງ 13 ຊັ້ນ.ຍ້ອນວ່າ​​ດົນ​ແລ້ວບໍ່​ໄດ້​ປະຕິສັງຂອນ,​ໄດ້​​ເພພັງ​ລົງ​ເຄິ່ງໜຶ່ງ​​ເມື່ອ​ປີ 1981.​ເມື່ອ​ປີ 1987,ຈີນ​ຕົກລົງ​ມ້າງ​ທາດທີ່​ເພພັງ,​ແລະ​ສ້າງທາດ​ຫຼັງ​ນີ້ຄືນ​ໃໝ່​ຢູ່​ບ່ອນ​ເກົ່າ,​ໃນ​ເວລາ​ຊຳລະ​ພື້ນ​ທາດ​,ຄົນ​ທັງຫຼາຍ​ໄດ້ປະກົດ​ເຫັນວັງ​ໃຕ້​ດິນ​ທີ່​ຖືກ​ປິດ​ມາ​ເປັນ​ເວລາ​ພັນ​ກວ່າ​ປີ​ແລ້ວນັ້ນ​ໂດຍ​ບັງ​ເອີນ,​​ໄດ້​ຂຸດ​ພົບວັດຖຸບູຮານ​ອັນ​ລ້ຳຄ່າ 2000 ກວ່າ​ອັນ.ຜ່ານຈາກ​ການ​ວັດ​ແທກ,ວັງ​ໃຕ້​ດິນມີ​ເນື້ອທີ່ 30 ກວ່າ​ຕາລາງແມັດ​,​ແມ່ນ​ວັງ​ໃຕ້​ດິນ​ໃນ​ທາດ​ພຸດທະ​ສາສະໜາທີ່​ໃຫຍ່​ກວ່າ​​ໝູ່ທີ່​ປະກົດ​ເຫັນ​ຢູ່​ຈີນນັ້ນມາ​ຮອດ​ປະຈຸ​ບັນ.​ເມື່ອ​ຜູ້​ຊ່ຽວຊານ​ວັດຖຸບູຮານ​ກວດ​ສອບ​ແລ້ວ​ເຫັນ​ວ່າ,​ໃນ​ວັດຖຸບູຮານ​ທີ່​ຂຸດ​ອອກ​ຈາກ​ວັງ​​ໃຕ້​ດິນນັ້ນ ມີສາລີ​ລິ​ກະທາດ​ພະ​ຄຸລີຂອງ​ພະ​ພຸດທະ​ເຈົ້າທີ່​ມີ​ພຽງອັນ​ດຽວ​ໃນ​ໂລກ​ປະຈຸ​ບັນ,ອາດ​ເວົ້າ​ໄດ້​ວ່າ​ແມ່ນຂອງ​ສັກສິດ​ສູງ​ສຸດ​ໃນ​ວົງ​ການ​ພຸດທະ​ສາສະໜາ​ໃນ​ສະ​ເພາະ​ໜ້າ​ນີ້.ການພົບ​ເຫັນ​ດັ່ງກ່າວ​ເຄີຍ​ດົ່ງ​ດັງໃນ​ຊົ່ວ​ໄລຍະ​ໜຶ່ງ,ຖືກ​ຖືເປັນ​ການ​ປະກົດ​ເຫັນ​ທາງ​ດ້ານບູຮານ​ນະຄະດີທີ່​ສຳຄັນກວ່າ​ໝູ່​ຂອງຈີນໃນ​ສະຕະວັດ​ທີ 20.


ຄັນ​ຊັ້ນ,​ຢູ່​ໃນ​ວັງ​ໃຕ້​ດິນ​ວັດ​ຝາ​ເມີນ ​ເປັນ​ຫຍັງ​ຈິ່ງມີ​ວັດ​ຖຸບູ​ຮານ​ອັນ​ປ​ະ​ເສີດ​ຫຼາຍ​ຄື​ແນວ​ນີ້?​ທ່ານ​ຢາ​ວອິນ​ລຽງ ​ເຈົ້າ​ຄອງ​ນະ​ຄອນ​ປາວ​ຈີ່​ແນະ​ນຳ​ວ່າ, ເມື່ອ 1300 ປີ​ກ່ອນ ວັດ​ຝາ​ເມີນ​ແມ່ນ​ວັງ​ຫຼວງ​ຂອງ​ລາຊະ​ວົງ​ຖາງ​,​ເຄີຍ​ມີ​ເຈົ້າ​ຊີ​ວິດ​ລາ​ຊະ​ວົງ​ຖາງ​ຫຼາຍ​ອົງ​ມາ​ບູຊາ​ພະ​ສາລີ​ລິກະ​ທາດ​ພະ​ຄຸ​ລີຢູ່​ວັດ​ຝາ​ເມີນ,​ພະ​ອົງ​ເຫຼົ່າ​ນີ້​ຍັງ​​ເຄີຍ​ເອົາ​ພະ​ສາ​ລີ​ລິ​ກະ​ທາດ​ພະ​ຄຸລີ​​ໃສ່​ເຂົ້າ​ໃນ​ດອກ​ບົວ​ທີ່​ເຮັດ​ດ້ວຍ​ຄຳ​ປີວ​​ແລະ​ອັນ​ເຊີນ​ເຂົ້າ​ພະ​ລາ​ຊະ​ວັງ​​​ເພື່ອ​ບູ​ຊາ,​ພະ​ລາຊະ​ວັງ​ຍັງ​​ໄດ້​ພະ​ລາ​ຊະ​ທານ​ເພັດ​ນິນ​ຈິນ​ດາ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ວັດ​ຝາ​ເມີນ.

ຄ.ສ.ປີ874,​​ໃນ​ເວ​ລາ​ສົ່ງພະສາລີ​ລິ​ກະທາດທີ່​ອັນ​ເຊີນ​ໄປ​ບູຊາ​ນັ້ນ​ຄືນ​ໃຫ້​ວັດ​ຝາ​ເມີນ,ເຈົ້າຊີວິດ​​ລາຊະວົງ​ຖາງອົງ​ໜຶ່ງ​ໄດ້​ເອົາ​ເຄື່ອງ​ຄຳ​ເຄື່ອງເງິນ ​ເຄື່ອງ​ແ​ກ້ວ ​ເຄື່ອງ​ເຄືອບ ​ເພັດ​ນິນ​ຈິນດາ​ແລະ​ເຄື່ອງ​ປັ່ນ​ທໍ​ທີ່​ເຈົ້າຊີວິດທຸກ​ອົງ​ກອ່ນບູຊາ​ນັ້ນ ພ້ອມ​ດ້ວຍພະສາລີ​ລິ​ກະທາດ​ໄປ​ເຊື່ອງໄວ້​ໃນວັງ​ໃຕ້​ດິນ​ວັດ​ຝາ​ເມີນ,​ແລ້ວ​ປິດ​ປະຕູ​ຂອງວັງ​ໃຕ້​ດິນ​​ໄວ້.ພາຍຫຼັງ​ມາ,​ເພັດ​ນິນ​ຈິນດາ​​ເຫຼົ່າ​ນີ້ແລະ​ວັງ​ໃຕ້​ດິນຄ່ອຍໆຖືກ​ຄົນ​ລື​ມ​,ຈົນ​ຮອດ​ປີ 1987 ​ໃນ​ເວລາ​ຝາຫີນ​ຮູບ 4 ຫຼ່ຽມທີ່ອັດ​ປ່ອງຢ້ຽມ​ວັງ​ໃຕ້​ດິນ​ຖືກຍ້າຍ​,ປະຕູ​ຫີນ​ຂອງ​​ວັງ​ໃຕ້​ດິນ​ທີ່​ປິດມາ​ພັນ​ກວ່າ​ປີ​ຖືກ​​ເປີດ,​ເພັດ​ນິນ​ຈິນດາ​ເຫຼົ່າ​ນີ້ຈຶ່ງ​ເຫຼື້ອມ​ຍິບຍັບ​​ຄືນ​ໃໝ່.
1  2  3