ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 21:01:01    
ທ່ຽວ​ວັດ​ຝາ​ເມີນ

cri Author: da


ທ່ານ​ນາງ​ໂມ​ນີຄາ ​ເວັສ​ເທີ​ມານ ​ແຂກ​ທ່ອງ​ທ່ຽວ​ຂອງ​ເຢຍລະ​ມັນ​ສົນ​ໃຈ​ທີ່​ສຸດ​ຕໍ່​ວັດທະນະທຳ​ສາສະໜາ​ພຸດ,ນາງ​ເວົ້າວ່າ,ການ​ເຄື່ອນ​ໄຫວ​ໃນ​ບຸນ​ທ່ອງ​ທ່ຽວ​ເຮັດ​ໃຫ້​​ນາງແລະ​ຄອບຄົວ​ເປີດ​ຫູ​ເປີດ​ຕາ​ທີ່​ສຸດ.ນາງ​ເວົ້າວ່າ:

"ການ​ເຄື່ອນ​ໄຫວ​ທັງ​ໝົດ​ລ້ວນ​ແຕ່​ດີ​ຫຼາຍ,ມ່ວນ​ຫຼາຍ."

ປະຈຸ​ບັນ ວັດ​ຝາ​ເມິ​ນ​ໄດ້​ຮັບ​ຕ້ອນ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ໝື່ນ​ກວ່າ​​ເທື່ອ​ຄົນ​​ໃນແຕ່ລະ​ປີ.​ແຂກທ່ອງ​ທ່ຽວ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ມາ​ຈາກ​ຍີ່ປຸ່ນ ສ.​ເກົາຫຼີ​ແລະ​ປະ​ເທດ​ອາຊີ​ອາຄະ​ເນ​ສ່ວນ​ໜຶ່ງ,​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຜູ້​ເຊື່ອ​ຖື​ສາ​ສະໜາ​ພຸດ,ຜູ້ນຳ​ ​ການ​ເມືອງ​ຂອງ​ຕ່າງປະ​ເທ​ດທີ່​ມາ​ຢ້ຽມຢາມ​ຈີນ​ກໍ​ມີ​ຫຼາຍທ່ານ​ເຄີຍ​ໄປ​ຢ້ຽມຢາມ​ວັດ​ຝາ​ເມີນ,​ໃນ​ເດືອນ​ເມສາ​ປີ​ນີ້ ທ່ານ​ວິກ​​ເລ​ມາ​ນາ​ຢ​າ​ເກ ນາຍົກລັດຖະມົນຕີສີລັງກາ​ກໍ​ໄດ້​ມາ​ຢ້ຽມຢາມ​ວັດ​ຝາ​ເມິ​ນ​ໂດຍຈຳ​ເພາະ.


ທ່ານ​ລຽງ​ເຫີ​ພິງ ຮອງ​ເລຂາ​ອົງການ​ປົກຄອງ​ແຂວງ​ສານ​ຊີ່​ເຫັນ​ວ່າ,ວັດ​ຝາ​ເມີນ​ຈະ​ກາຍ​ເປັນ​ວັດ​ພຸດທະ​ສາສະໜາ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ແຫ່ງ​ໜຶ່ງ​ໃນ​ໂລກ​ຍ້ອນ​​ຖານະພິ​ເສດ​ໃນ​ວົງ​ການ​ພຸດທະ​ສາສະໜາ.ທ່ານ​ເວົ້າວ່າ:

"ພວກ​ຂ້າພະ​ເຈົ້າຕ້ອງການ​ພະຍາຍາມ​ເປີດ​ກວ້າງ​ຜົນ​ສະທ້ອນ​ໃນ​ສາກົນ​ຂອງ​ບຸນ​ວັດທະນະທຳ​ການທ່ອງ​ທ່ຽວ​ວັດ​ຝາ​ເມິ​ນຕື່ມ​ອີກ.​ເຮັດ​ໃຫ້​ວັດທະນະທຳ​ພຸດທະ​ສາສະໜາ​ກັບ​ການທ່ອງທ່ຽວ​ປະສານ​ສົມທົບ​ກັນ,ນີ້ຈະ​ກາຍ​ເປັນ​ຈຸດ​​ເຕີບ​ໂຕ​ໃໝ່​ຂອງ​ແຂ​ວງສານ​ຊີ່​ໃນ​ມື້​​ໜ້າ.


1  2  3