ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 21:01:01    
ທ່ຽວ​ວັດ​ຝາ​ເມີນ

cri Author: da


ທ່ານ​ຢາ​ວອິນ​ລຽງ​ເວົ້າວ່າ:


ພະສາລີ​ລິ​ກະທາດ

"ວັດທະນະທຳ​ພຸດທະ​ສາສະໜາ​ຂອງ​ວັດ​ຝາ​ເມິ​ນ​ແມ່ນ​ໜຶ່ງ​ບໍ່​ມີ​ສອງ​ໃນ​ທົ່ວ​ປະ​ເທດ​ຈີນ,ພະສາລີ​ລິ​ກະທາດ​ຂອງ​ພະ​ສາ​ກະ​ຍະມູນີຢູ່​ແຫ່ງ​ນີ້,​​ຢູ່​ແຫ່ງ​ນີ້​ໄດ້​ຂຸດ​ພົບ​ເພັດ​ນິນ​ຈິນດາ​ຂອງ​ລາຊະວົງ​ຖາງ​ຢ່າງ​ຫຼວງ​ຫຼາຍ.ພວກ​ຂ້າພະ​ເຈົ້າຈັດການ​ເຄື່ອນ​ໄຫວທຸກ​ປີ,​ໄດ້​ດູດ​ດຶງ​ແຂກ​ທ່ອງ​ທ່ຽວ​ຈຳນວນ​ຫຼວງ​ຫຼາຍ."
ຕາມ​ແນະນຳ​ວ່າ,ປີ1988,ວັດ​ຝາ​ເມີນ​ໄດ້​ປະຕິສັງ​ຂອນ​ຢ່າງ​ໃໝ່​ອ່ຽມ,​ໄດ້​ເປີດ​ປະຕູ​ສູ່​ໂລກ​ຄືນ​ໃໝ່.ທາດ​ທີ່​​ສ້າງ​ໃໝ່​ຕາມ​ຮູບ​ເດີມ​ສູງ 47 ​ແມັດ,ສະ​ຫງ່າ​ຜ່າ​ເຜີຍ​ຫຼາຍ​,ຢູ່​ໃນ​ທາດ​ຍັງ​ໄດ້​ສ້າງຂັ້ນ​ໄດ​​ໃຫ້​ແຂກ​ທ່ອງ​ທ່ຽວ​ປີນ​ຂຶ້ນ​ຈ້ອງ​ມອງ​ທາງ​ໄກ.ວັງ​ໃຕ້​ດິນກໍ​​ໄດ້​ປະຕິ​ສັງ​ຂອນ​ໃໝ່​ຕາມ​ຮູບ​ເດີມ,​​ໃຫ້​ພຸດ​ທະ​ສາ​ສະ​ນິກະ​ຊົນ​ບູຊາ​ແລະ​ແຂກ​ທ່ອງ​ທ່ຽວ​ຊົມ​ເບິ່ງ.​ແຕ່​ສິ່ງ​ທີ່​ຕ່າງ​​ກັບ​ເມື່ອ​ກ່ອນ​ນັ້ນ​ແມ່ນ,ຢູ່​​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ວັດ,​ໄດ້​ສ້າງ​ຫໍພິ​ພິທະ​ພັນ​ຫຼັງ​ໜຶ່ງ​ເພື່ອ​ວາງສະ​ແດງ​ວັດ​ຖຸບູ​ຮານ​ອັນ​ລ້ຳຄ່າ​ຂອງ​ລາ​ຊະ​ວົງ​ຖາງທີ່​ຂຸດ​​ໄດ້​ຈາກ​ວັງ​ໃຕ້​ດິນ.ປະ​ຈຸ​ບັນ,​ເມື່ອ​ທ່ຽວ​ວັດ​ຝາ​ເມີນ​ແລ້ວ ​ແຂກ​ທ່ອງ​ທ່ຽວ​ສາມາດ​ໄປ​ຊົມ​ຫໍພິ​ພິ​ທະ​ພັນ​ໂລດ,​ຊົມ​ເບິ່ງ​ເພັດ​ນິນ​ຈິນ​ດາ​ເຫຼົ່າ​ນີ້ຢ່າງ​ຈະ​ແຈ້ງ.ພະ​ສາລີ​ລິ​ກະ​ທາດ​ພະ​ຄຸລີ​ແລະ​ເພັດ​ນິນ​ຈິນດາ​ອື່ນໆ​ທີ່​ບູຊາ​ໃນ​ວັດ​ຝາ​ເມີນ​ຍັງ​​ໄດ້​ຖືກ​ສົ່ງ​ໄປ​ບູຊາ​ຢູ່​ໄທ ສ.​ເກົາຫຼີ ​ເຂດ​ໄຕ້​ຫວັນ​ແລະ​ເຂດ​ຮົງ​ກົງ​ຂອງ​ຈີນ​ເປັນ​ຕົ້ນ,​ວັດ​ຝາ​ເມີນ​ຍັງ​​ແຮ​ກສ່ຽວ​ເປັນ"​ວັດ​ອ້າຍ​ນ້ອງ"​ກັບ​ວັດ​ໂດ​ຊິນຊາ​ຂອງ​ສ.​ເກົາຫຼີ.

ໃນ​ເດືອນ​ເມສາ​ແຕ່ລະ​ປີ,ວັດ​ຝາ​ເມີນ​ຍັງ​ຈະ​ຈັດ​ບຸນ​ທ່ອງ​ທ່ຽວ​ວັດທະນະທຳ​ສາກົນ.​ໃນ​ໄລຍະ​ບຸນ​ທ່ອງ​ທ່ຽວ,ວັດ​ຝາ​ເມີນຈະ​ຈັດ"ງານສົມ​ໂພດອະທິຖານ"​ແລະ​ເຄື່ອນ​ໄຫວ​ອື່ນໆເຊັ່ນ​ງານ​ວາງສະ​ແດງ​​ເພັດ​ນິນ​ຈິນດາ​ທີ່ຍອດ​ຢ້ຽມ​ຂອງ​ລາຊະວົງ​ຖາງ​ເປັນຕົ້ນ,​ໃນ​ນັ້ນ "ງານສົມ​ໂພດອະທິຖານ​"​ແມ່ນທຳ​ມະ​ການ​ຂອງ​ພຸດທະ​ສາສະໜາ​ທີ່​ອະທິຖານ​ສັນຕິພາບ​ຂອງ​ໂລກ,ມີ​ພາບ​ໃຫຍ່​ໂຕ​ມະຫາສານ​ທີ່​ເຫັນ​ຍາກ​ໃນ​ມື້​ທຳ​ມະ​ດາ.



1  2  3