ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-21 18:31:52    
ຄະນະ​ດົນ​ຕີ​"​ເຫີ່ຍ​ຢ່າ​ຈື"ກັບ​ເພງ​ຂອງ​ພວກ​ນາງ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ. ​ໃນ​ລາຍການ​ມື້​ນີ້, ຂ້າພະ​ເຈົ້າຂໍ​ແນະນຳ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"ກັບ​ເພງ​ພວກ​ນາງສູ່​ທ່ານ​ຟັງ.


ເນື້ອຮ້ອງ​ຂອງ​ເພງ​ນີ້ມີ​ຄວາມ​ໝາຍວ່າ: ຊົມ​ດອກ​​ໄມ້​​ໃນ​ຍາມໝອກ, ​ເບິ່ງ​ດວງ​ຈັນ​ໃນ​ນ້ຳ, ​ເຈົ້າຈະ​ຈຳ​ແນ​ກ​ໂລກ​ທີ່​ປ່ຽນ​ແປງ​ບໍ່​ມີ​ອັນ​ແນ່ນອນ​ນັ້ນ​ໄດ້ບໍ່? ປອນ​ເມກ​ປິວ​ໄປ​, ດອກ​ໄມ້​ບານ​ແລ້ວ​ຫ່ຽວ​ລົງ, ​ເຈົ້າຈະ​ກຳ​ລະດູ​ການ​ທີ່ມີຫຼາຍສີສັນ​ນີ້​ໄດ້​ບໍ່? ຄວາມ​ລະ​ມ່ອມລະ​ໄມ​ບໍ່​​ແນ່​ວ່າ​ຈະ​ເປັນ​ການ​ເອົາ​ໃຈ, ​ເຈົ້າຈະ​ຮູ້​ວ່າ​ຄຳ​ໃດ​ແມ່ນ​ແທ້​ຄຳ​ໃດ​​ແມ່ນ​ຂີ້​ຕົວະ? ຄຳ​ໃດ​ຈຶ່ງ​ແມ່ນ​​ຄວາມ​ຮັກ​ຈິງ​ໃຈ? ຂໍ​ຢືມ​ສາຍຕາ​ອັນ​ແຫລມ​ຄົມ​​ແດ່? ​ເພື່ອ​ສັງ​ເກດ​ຄວາມ​ເສົ້າໝອງ​ໃຫ້​ຄັກ​ແນ່ແທ້ຈິງ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"wu li kan hua", ຊົມ​ດອກ​ໄມ້​ໃນ​ຍາມ​ໝອກ, ຂັບ​ຮ້ອງ​ໂດຍ​ຄະນະ​ດົນຕີ"​ເຫີ່ຍຢ່າ​ຈື".

ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື"​ແມ່ນ​ຄະນະ​ຮ້ອງ​ເພງ​ປະສານ​ສຽງ​ຄະນະ​ທຳ​ອິດ​ຂອງ​ຈີນ, ສ້າງ​ຕັ້ງຂຶ້ນ​ເມື່ອ​ປີ 1983, ສະມາຊິກ​ມີ​ນາງ​ສີ​ຊິ້ວ​ເສຍ, ນາງ​ລູ້​ລີ້ລີ້, ​ແລະ​ນາງ​ອີນຊູ່​ຈ້າ​ນ. ນາງ​ທັງສາມ​ຮຽນ​ຈົບ​ຈາກ​ວິຊາ​ໄວ​ໂອ​ລິນ​ຂອງ​ວິທະຍາ​ຄານດົນຕີ​ສູນ​ກາງ​ຈີນ. ​ໄດ້​ຮັບການ​ສຶກສາ​ດົນຕີ​ອັນເປັນ​ແບບ​ແຜນ, ການ​ອົບ​ຮົມ​ອັນ​ເປັນ​ລະບົບ, ​ໄດ້​ສ້າງ​ຄຸນ​ທາດ​ດົນຕີ​ອັນ​ດີງາມ​ໃຫ້​ແກ່​ພວກ​ນາງ, ​ອັນໄດ້​ສ້າງ​ພື້ນຖານ​ອັນ​ໜາ​ແໜ້ນ​ໃຫ້​ແກ່ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື".

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"hao ren hao meng" ຄົນ​ດີ​ຝັນ​ດີ ​ເພງ​ປະກອບ​​ໃນເລື່ອງ​ໂທລະພາບ"​ກະຈົກ​ເປົ່າ" ຂັບ​ຮ້ອງ​ໂດຍ​ຄະນະ​ດົນຕີ"​ເຫີ່​ຍຢ່າ​ຈື". ​ເນື້ອ​ເພງ​ມີ​ຢູ່​ວ່າ:"​ຮອຍ​ຍິ້ມ​ຂອງ​ເຈົ້າ​ໃນແສງ​ທຽນ, ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ອົບ​ອຸ່ນກະ​ຕຸ້ນ​ໃຈ, ອຳ​ລາ​ຄວາມ​ເຈັບ​ປວດ​ໃນ​ອະດີດ, ​ເຈົ້າ​ຮູ້​ໃຈ​ຂ້ອຍ​ຫຼາຍກວ່າ​ໝູ່. ​ເຖິງ​ວ່າ​​​ໃນ​ຍາມ​ລາຕີ​ທີ່​ມົວ​ໝອງ, ກໍ​ຍັງ​ຮູ້​ຕ້ອງ​ໄປ​ທາງ​​ໃດ, ຂ້ອຍ​ກັບ​ເຈົ້າ​​ເຄີຍ​ຍ່າງ​ຜ່ານ​ຟ້າ​ຝົນ​ລົມ​ແດງ, ​ໃຈ​ເຮົາ​ທັງ​ສອງ​ຄ່ອຍໆ​ໃກ້ຊິດ​ກັນ, ໃນ​ເມືອງ​ຄົນ, ​ເຖິງ​ຈະ​ມີ​ຄົນ​ມານ​ຍາຫຼາຍ, ​ແຕ່​ຂ້ອຍ​ຮັກ​ແຕ່​ເຈົ້າຜູ້​ດຽວ, ສຸດ​ທີ່​ຮັກ, ຂ້ອຍ​ຂໍ​ອວຍພອນ​ແດ່​ເຈົ້າຈົ່ງມີ​ຄວາມສຸກ​ສັນຕະຫຼອດ​ໄປ, ຄົນ​ດີ​ຈົ່ງ​ນອນຫຼັບຝັນ​ດີ​."

1  2  3