ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 21:23:23    
ອາຫານ​ເຊ​ສວນ

cri Author: da


ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການ​ທ່ຽວ​ເມືອງ​ຈີນ.​ເມື່ອ​ເວົ້າ​ເຖິງ​ແຂວງ​​ເຊ​ສວນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ນອກຈາກພູ​ແລະ​ພະພຸດທະ​ຮູບ​​ໃຫຍ່ທີ່​ມີ​ຊື່​ລື​ນາມ​ແລ້ວ,ສິ່ງ​ທີ່​ສ້າງ​ພາບປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງກວ່າ​ໝູ່​ໄວ້​ໃຫ້​ນັກ​ທ່ອງ​ທ່ຽວ​ນັ້ນ​ແມ່ນ​ອາຫານ​ເຊ​ສວນ​ທີ່​ມີ​ລົດ​ຊາດ​ພິ​ເສດ.ອາຫານ​ເຊ​ສວນ​ແມ່ນ​ອາຫານປະ​ເພດໜຶ່ງ​ໃນລະບົບອາຫານທີ່​ມີ​ຊື່​ສຽງ 8 ລະບົບຂອງ​ຈີນ,ມີ​ປະຫວັດ2ພັນ​ກວ່າ​ປີ​ແລ້ວ.​ໃນ​ລາຍການ​ມື້​ນີ້,ດາລາ​ວັນ​ຈະ​​ແນະນຳ​ອາຫານ​ເຊ​ສວນ​ສູ່​ທ່ານ​ຟັງ.

ອາຫານ​ເຊ​ສວນ​ມີ​ຈຸດ​ພິ​ເສດສາມ​ຂໍ້​ຄື ໃຊ້​ເຄື່ອງປຸງ​ຫຼາຍ​ຢ່າງ ມີ​ລົດ​ຊາດ​ຫຼາຍ​ແນວ​ແລະ​ເໝາະ​ກັບ​ຄົນ​ສ່ວນ​ຫຼາຍ,​ໃນ​ນັ້ນຈຸດ​ພິ​ເສດ​ໃຫຍ່​ກວ່າ​ໝູ່​ແມ່ນ​ລົດ​ຊາດເຜັດ​ມຶນ.​ແຂວງ​​ເຊ​ສວນ​ຕັ້ງຢູ່​ໃນ​ຫຼົ້ງ,ດິນ​ຟ້າ​ອາກາດ​ຊຸ່ມ​ເຢັນ,ຄົນ​ທັງຫຼາຍ​ເລີຍ​ຖື​ການ​ກິນ​ຂອງ​ເຜັດ​ເປັນ​ວິທີ​ດີ​ໃນ​ການ​ແກ້ຄວາມ​ຊຸ່ມ​ເຢັນ.ດົນ​ຕາມ​ດົນ,ຄົນ​ທ້ອງ​ຖິ່ນ​ກໍ​​​ເບີຍ​ລຶ້ງກິນ​ຂອງ​ເຜັດ​ແລ້ວ.

ທ່ານ​ລິ​ວຮວຍ​ຊຸ່ນ​ແມ່ນ​ພໍ່ຄົວ​ອາຫານ​ເຊ​ສວນ​ຂອງ​​ໂຮງ​ແຮມ​ຂັ້ນດາວ​ຫຼັງ​ໜຶ່ງ.ທ່ານ​ເວົ້າວ່າ:

"ອາຫານ​ເຊ​ສວນຕົ້ນຕໍ​ແມ່ນ​​ເຜັດ​ມຶນ ​ແຊບນົວ ສົດ​​ໃສ​ແລະ​ຖືກ​ປາກ​. ​ອາດ​ເວົ້າ​ໄດ້​ວ່າ ອາຫານ​ເຊ​ສວນ​ແມ່ນ​ຄອງ​ອັນ​ດັບ​ໜຶ່ງ​ໃນອາຫານ 8 ລະບົບ​ຂອງ​ຈີນ.ອາຫານ​ເຊ​ສວນ​ມີ​ຫຼາຍໆ​ຢ່າງ​ແມ່ນ​ຄົນ​ທັງຫຼາຍ​ມັກ​ກິນ,​ເຊັ່ນ:ຂົ້ວຊີ້ນ​ໄກ່​​ໃສ່​ໝາກ​ເຜັດ​ແລະ​ໝາກ​ຖົ່ວ​ດິນ ​ເຕົ້າຮູ້​ມຶນ​ແລະ​ຂົ້ວຊີ້ນ​ໝູ​ເປັນຕົ້ນ,ລ້ວນ​ແຕ່​ມີ​ຊື່​ສຽງ​ຫຼາຍ."

ມາ​ຮອດ​ປະຈຸ​ບັນ,ອາຫານ​ເຊ​ສວນ​ໄດ້​ພັດທະນາ​ຮອດ 4 ພັນ​ກວ່າ​​ເຍື່ອງ​ແລ້ວ.ຍົກອາຫານ​ເຊ​ສວນ​ຂຶ້ນ​ມາເຕັມ​ໂຕະ,ກໍ່ບໍ່​ມີ​​ເຍື່ອງ​ໃດ​ຊ້ຳກັນ.​ເວົ້າ​ດ້ານ​ລົດ​ຊາດ​ແລ້ວ,ມີ​ລົດ​ຊາດທຳ​ມະ​ດາ​ຄື​ເຄັມ ​ນົວ​ແລະ​ເຜັດ​ໜ້ອຍ​ໜຶ່ງ;ມີ​ລົດ​ຊາດປ້ຽວ​ຫວານ​ຄື​ເຄັມ ຫວານ ສົ້ມ ​ເຜັດ​ຫອມແລະນົວ; ມີ​ລົດ​ຊາດ​ແປກ​ທີ່​ມີ​ລົດ​ຊາດ​ຕ່າງໆປົນ​ໃສ່​ກັນ;ຍັງ​ມີ​ລົດ​ຊາດ​ໃສ່​ນ້ຳມັນ​​ໝາກເຜັດ ລົດ​ຊາດ​ເຜັດມຶນ​ທີ່​ໃສ່​ໝາກພິກ​ໄທ​​ເປັນຕົ້ນ.​ແຕ່​ອາຫານ​​ສ່ວນ​ຫຼາຍ​ມີ​ຈຸດ​ພິ​ເສດ​ເຊັ່ນ​ດຽວ​ກັນນັ້ນກໍ​ແມ່ນ​ເຜັດ.ຄັນຊັ້ນ,ທ່ານອາດ​ຈະ​ຖາມ​ວ່າ,ອາຫານ​ເຊ​ສວນ​ມີ​ຫຼາຍ​​ເຍື່ອງ​ປານ​ນີ້,​ເຍື່ອງ​ໃດ​ມີ​ລັກ​ສະ​ນະ​ຕົວ​ແທນຢ່າງ​ຫຼາຍ​ກວ່າ?ຖ້າວ່າ​ທ່ານ​ມາ​ທ່ຽວ​ເມືອງ​ຈີນ,ພໍດີ​ໄປ​ກິນ​ເຂົ້າຢູ່​ຮ້ານ​ອາຫານ​ເຊ​ສວນ,ທ່ານ​ຕ້ອງ​ສັ່ງ​ອາຫານ​ຫຼາຍ​ເຍື່ອງຄື​ດັ່ງ​ນີ້,ຄື:ຕົ້ມຊີ້ນ​ງົວ​ໃສ່​ໝາກ​ເຜັດ ​ເຕົ້າຮູ້​ເຜັດ​ມຶນ ຊີ້ນ​ຂາ​ໝູ ​ແລະ​ຂົ້ວຊີ້ນ​ໄກ່​ໃສ່​ໝາກ​ເຜັດ​ແລະ​ໝາກ​ຖົ່ວດິນ,ອາຫານ​ເຫຼົ່າ​ນີ້​ແມ່ນຕົວ​ແທນຂອງ​ອາຫານ​ເຊ​ສວນ,ອາຫານ​ເຍື່ອງ​ໃດ​ກໍ​ມີ​ຄວາມ​ເປັນ​ມາ​ຂອງ​ໃຜ​ລາວ.

"ຂົ້ວຊີ້ນ​ໄກ່​ໃສ່ໝາກ​ເຜັດ​ແລະໝາກ​ຖົ່ວດິນ​ແມ່ນ​ເອົາ​ໝາກ​ເຜັດ​ຂຽວ ໝາກ​ຖົ່ວດິນ​ຂົ້ວແລະ​ຊີ້ນ​ໄກ່​ມາຂົ້ວນຳກັນ​.ຕາມ​ເລົ່າ​ລື​ກັນ​ວ່າ​ໃນ​ທ້າຍ​ລາຊະວົງຊິງເມື່ອ100ກວ່າ​ປີ​ກ່ອນ,​ເຈົ້າໜ້າ​ທີ່​ທີ່​ຊື່ວ່າ"ຕິງ​ປາວ​ເຈິ່ນ"ມັກຂົ້ວຊີ້ນ​ໄກ່​ມາ​ຕ້ອນຮັບ​ແຂກ,​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ຈາກ​​ແຂກ​.​ຍ້ອນວ່າ​​ຊື່​ຕຳ​ແໜ່​ງຂອງຕິງ​ປາວ​ເຈີ່ນ​ແມ່ນ"ກົ່ງ​ປາວ",ອາຫານ​ເຍື່ອງນີ້​ຈຶ່ງ​ຖືກ​ຄົນ​ທັງຫຼາຍ​ເອີ້ນ​ເປັນ"ກົ່ງ​ປາວ​ຈີ່​ຕິ່ງ"​ແປ​ວ່າ"ຂົ້ວຊີ້ນ​ໄກ່​ໃສ່​ໝາກ​ເຜັດ​ແລະ​ໝາກ​ຖົ່ວດິນ.ພາຍຫຼັງ​ມາ,​ຈຶ່ງ​ຄ່ອຍໆ​ກາຍ​ເປັນ​ອາຫານ​ເຍື່ອງ​ໜຶ່ງ​ທີ່​ມີ​ຊື່ສຽງຂອງ​ອາຫານ​ເຊ​ສວນ.
1  2  3