ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-22 21:23:23    
ອາຫານ​ເຊ​ສວນ

cri Author: da

ສ່ວນຜູ້​ປະດິດ​ສ້າງອາຫານ"ມາ​ໂພ​​ເຕົ້າຮູ້"​ຂົ້ວເຕົ້າ​ຮູ້​ໃສ່​ໝາກພິກ​ໄທມຶນນັ້ນ,​ຕາມ​ເວົ້າກັນ​ວ່າ​ແມ່ນ​ແມ່​ເຖົ້າ​ຂາຍ​​ເຕົ້າຮູ້ຜູ້​ໜຶ່ງ,​ໃນ​ເວລາ​ຂາຍ​ບໍ່​ດີ,ຈະ​ເຫຼືອ​ເຕົ້າຮູ້​ຫຼາຍ.​ແມ່​​ເຖົ້າຜູ່​ນີ້​ມີ​ເພື່ອນ​ຂ້າງ​ເຮືອນ​ທີ່​ຂາຍ​ຊີ້ນ​ງົວຜູ້​ໜຶ່ງ,ສອງ​ຄອບຄົວ​ນີ້​ດີ​ຕໍ່​ກັນ​ຫຼາຍ,​ເພື່ອນ​ຂ້າງ​ເຮືອນ​ຜູ້​ນີ້​ມັກ​ອອກ​ຊີ້ນ​ງົວ​ໃຫ້​ແມ່​ເຖົ້າ​ເລື້ອຍໆ.​ແມ່​ເຖົ້າກໍ​ຊອຍ​ຊີ້ນ​ງົວ,ຂົ້ວກັບ​ເຕົ້າຮູ້.​ຍ້ອນວ່າ​ຢູ່​ໜ້າ​ຂອງແມ່​ເຖົ້າມີ​ຂີ້​ແມງ​ວັນ,ອາຫານ​​ເຍື່ອງນີ້​ຈຶ່ງ​ຖືກ​ຄົນ​ທັງຫຼາຍເອີ້ນ​ເປັນ"ມາ​ໂພ​ເຕົ້າຮູ້".

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຖ້າ​ທ່ານ​ໄປ​ທ່ຽວ​ເມືອງ​ເສີງ​ຕູ່ ​ເທດສະບານແຂວງ​ເຊສວນ,ຕ້ອງ​ໄປ​ຊີມ​ອາຫານ​ເຊ​ສວນ​ອ້ອຍຕ້ອຍ​ຢູ່​ຮ້ານ​ອາຫານ​ທີ່​ມີ​ຊື່​ສຽງ​ສ່ວນ​ໜຶ່ງ​ເຊັ່ນ:ຮ້ານ"​ເສີນ​ມາ​ໂພ​​ເຕົ້າຮູ້" ຮ້ານ"​ໄຊ້​ເກິ່ນ​ຊ່ຽງ" ຮ້ານ​"​ໄປ​ຕີ້​ເສີງ​ຈີວ​ເຈ່ຍ"​ເປັນຕົ້ນ.ທີ່​ຈິງ​ແລ້ວ,ຢູ່​ຈີນ ​ແຫ່ງ​ໃດ​ກໍ​ສາມາດ​ຊີມ​ອາຫານ​ເຊ​ສວນ​ທີ່​ອ້ອຍຕ້ອຍ​ໄດ້.​ເວົ້າສຳລັບ​ປັກ​ກິ່ງ​ແລ້ວ,ຢູ່​ທຸກ​ແຫ່ງ​ຫົນ​ເມືອງ​ປັກ​ກິ່ງ​ລ້ວນ​ແຕ່​ມີ​ຮ້ານ​ອາຫານ​ເຊ​ສວນ​ເຊັ່ນ:ຮ້ານ"​ເຟີ້​ຍ​ເຖີງອີ​ຊ່ຽງ" ຮ້ານ"ຮວງ​ເສີງ​ຫຼາວ​ມ່າ" ຮ້ານ"ຊົງ​ຊິ້ງ​ໂຫ​ໂກ່​ເສີງ" ຮ້ານ"ອີ​ຊິ້ງຈີວ​ເຈ່ຍ"​ເປັນຕົ້ນ.​ເພື່ອ​​​ໃຫ້​ຖືກ​ກັບລົດ​ນິຍົມແລະ​ຄວາມ​ຊິນ​ເຄີຍ​​ໃນການ​ກິນ​ຂອງ​ແຫ່ງຕ່າງ​ໆ​,ຊາວ​ເຊ​ສວນຍັງ​ໄດ້​ປົວ​ແປງ​ລົດ​ຊາດ​ອາຫານ​ເຊ​ສວນ.ທ່ານ​ລິວ​ຮວຍ​ຊຸ່ນ ພໍ່ຄົວ​ອາຫານ​ເຊ​ສວນ​ເວົ້າວ່າ:

"ປະຈຸ​ບັນ ຢູ່​ບັນດາ​ຕົວເມືອງ,ອາຫານ​ເຊ​ສວນ​ຂາຍ​ດິບ​ຂາຍ​ດີ​ທີ່​ສຸດ,ດີກ​ວ່າ​ອາຫານ​ລະບົບ​ອື່ນ.​ເອກະລັກ​ຕ່າງ​ກັນ​ໃນ​ການ​ທຸລະ​ກິດ​ຂອງ​ບັນດາ​ຮ້ານ​ອາຫານ,ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ແຂວງ​ເຊ​ສວນ,​ໄດ້​​ເອົາ​ວັດທະນະທຳ​ແຂວງ​ເຊ​ສວນເຊື່ອມ​ໂຍງ​ເຂົ້າກັບ​ອາຫານ​ການ​ກິນ.ອາຫານ​ເຊ​ສວນ​ສາມາດກວມ​ຕະຫຼາດ​ທີ່​ດີ​ຂອງແຫ່ງ​ຕ່າງໆ,ສາມາດ​ເໝາະ​ກັບ​ລົດ​ນິຍົມ​ຂອງ​ຄົນ​​ໃນ​ທ້ອງ​ຖິ່ນ​ຕ່າງ​ກັນ,ສາມາດ​ປຸ່ງ​ແຕ່ງ​ລົດ​ຊາດ​ທີ່​ເໝາະ​ແກ່​ຄົນ​ໃນແຫ່ງ​ຕ່າງໆ."

ກໍ​ເໝືອນ​ດັ່ງ​ຄຳ​ເວົ້າຂອງ​ທ່ານ​ລິວ​ຮວຍ​ຊຸ່ນ,ອາຫານ​ເຊ​ສວນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດຢູ່​ບັນດາຕົວ​ເມືອງ​ຂອງ​ຈີນ.​ເຖິງ​ວ່າ​​ອາຫານ​ເຊ​ສວນເຜັດ​ຫຼາຍກໍ​ຕາມ,​ແຕ່​ຄົນ​ສ່ວນ​ຫຼາຍ​ກໍ​ຍັງມັກ​ກິນ​.ພວກ​ເຂົາ​ເຈົ້າມັກ​ກິນ​ອາຫານ​ເຊ​ສວນຈົນ​ເຖິງຂັ້ນຫຼາຍ​ມື້​ບໍ່​ໄດ້​ກິນ​ກໍ​ຢາກກິນ.ທ່ານ​​ໂຈ່​ວອີ້​ຫູນິຍົມ​ອາຫານ​ເຊ​ສວນ​ຫຼາຍ,​ເພິ່ນ​ໄດ້ບອກ​ສະ​ເໜອາຫານ​ເຊ​ສວນ​ໃຫ້​ຟັງ​ວ່າ:


"ມີ​ເທື່ອ​ໜຶ່ງ,ຂ້າພະ​ເຈົ້າກິນ​ອາຫານ"ມາ​ລ້າ​ຈຶຈີ່"​ແປ​ວ່າ"ຂົ້ວ​ຊີ້ນ​ໄກ່​​​ເຜັດ​ມຶນ"​ໃນ​ຈານ​ແດງ​ມີໝາກ​ເຜັດກອງໃສ່​ຊີ້ນ​ໄກ່.ຂ້າພະ​ເຈົ້າຮູ້ສຶກ​ແປກ​ຫຼາຍ.​ແຕ່​ເມື່ອ​ຊີມ​ແລ້ວ​ ຈັ່ງ​ແມ່ນ​ແຊບ​ຫຼາຍ,ຂ້າພະ​ເຈົ້າກໍ​ມັກ​ອາຫານ​ເຊ​ສວນ​ໂລດ.​ເມື່ອ​ກິນ​ອາຫານ​ເຊ​ສວນ​ມາ​ຫຼາຍ​ປີ,ຮູ້ສຶກ​ວ່າ ລົດ​ຊາດ​ອາຫານ​ເຊ​ສວນ​ໜັກ​ປາກຫຼາຍ,​ເໝາະ​ກັບ​ລົດ​ຊາດນິຍົມ​ຂອງ​ຂ້າພະ​ເຈົ້າຫຼາຍ."
1  2  3