|
 |
(GMT+08:00)
2006-06-22 21:23:23
|
 |
ອາຫານເຊສວນ
cri
Author: da
ຄຽງຄູ່ກັບລະດັບຊີວິດການເປັນຢູ່ຂອງຄົນຈີນສູງຂຶ້ນ,ຄວາມຮຽກຮ້ອງຕ້ອງການຂອງຄົນທັງຫຼາຍທີ່ມີຕໍ່ລົດຊາດຂອງອາຫານເຊສວນກໍນັບມື້ນັບສູງຂຶ້ນ,ວິທີປຸງແຕ່ງອາຫານເຊສວນແບບດັ້ງເດີມບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງແຂກແລ້ວ,ສະນັ້ນ ອາຫານເຊສວນແບບໃໝ່ຈິ່ງກຳເນີດຂຶ້ນຕາມໆກັນ.ຕົວຢ່າງຄື,ອາຫານ"ຊ້ວນໆຊ່ຽງ"ທີ່ຊາວໜຸ່ມປັກກິ່ງມັກກິນນັ້ນກໍເປັນຕົວແທນໃຫ້ແກ່ອາຫານເຊສວນແບບໃໝ່."ຊ້ວນໆຊ່ຽງ"ໝາຍຄວາມວ່າຮ້ອຍຜັກຈຸ່ມກິນ,ຄືເອົາຜັກຫຼາຍຢ່າງເຊັ່ນເຫັດ ຫົວບົວ ຜັກຫອມແລະມັນຝຣັ່ງເປັນຕົ້ນ,ມາຮ້ອຍກັບຊີ້ນປະເພດຕ່າງໆ,ເອົາໄປຕົ້ມຢູ່ໃນໝໍ້ທີ່ນ້ຳແກງເຜັດແລະເຄື່ອງປຸງອື່ນໆ,ບຶດໜຶ່ງກໍເອົາມາກິນໄດ້ໂລດ.ນາງຫຼີມິງຈູ່ທີ່ເຮັດວຽກຢູ່ບໍລິສັດມັກພ້ອມກັບໝູ່ເພື່ອນໄປກິນ"ຊ້ວນໆຊ່ຽງ",ນອກນີ້,ນາງຍັງມັກກິນ"ຊ່ຽງສຸຍນິວຢີ້ວ"ແປວ່າ"ຊີ້ນງົວຫອມ"ນາງເວົ້າວ່າ:
 "ຊີ້ນງົວຫອມຕ່າງກັນກັບຊີ້ນງົວຕົ້ມໃສ່ໝາກເຜັດ,ມັນແມ່ນໃຊ້ໝາກເຜັດດອງແລະຜັກຫອມເປັນເຄື່ອງປຸງຫຼັກ,ແລ້ວໃສ່ໜໍ່ໄມ້ຫຼືໝາກແຕງຕົ້ມໃສ່ກັນ,ແຊບຫຼາຍ."

ເມື່ອຟັງຄຳເວົ້າຂອງຜູ້ນິຍົມກິນອາຫານເຊສວນແລ້ວ,ທ່ານຜູ້ຟັງອາດຈະຢ້ານວ່າມັນເຜັດໂພດ.ທີ່ຈິງແລ້ວ,ອາຫານເຊສວນບໍ່ແມ່ນເຜັດໝົດທຸກເຍື່ອງ,ເຊັ່ນ:"ເຫີທາວນີ"ແປວ່າຊີ້ນໝູໃສ່ແຈ່ວໝາກມັນຫໍ້,"ຊ້ວນນີໄປຢີ້ວ"ແປວ່າຊີ້ນໝູ່ໃສ່ແຈ່ວຜັກທຽມ,"ຕົ່ງໂພ່ຢີ້ວ"ແປວ່າໜຶ້ງຊີ້ນຂາໝູເປັນຕົ້ນ,ກໍບໍ່ເຜັດ.ຖ້າທ່ານມີໂອກາດມາທ່ຽວເມືອງຈີນ,ຢູ່ບ່ອນໃດກໍໄປຊີມອາຫານເຊສວນໄດ້ແນ່ນອນແລ້ວ,ອາຫານເຊສວນຂອງຮ້ານອາຫານຢູ່ເມືອງເສີງຕູ່ແລະຈຸ່ງກິ່ງເປັນຕົ້ນແມ່ນອ້ອຍຕ້ອຍກວ່າໝູ່.ທ່ານຕ້ອງໄປຊີມອາຫານເຊສວນເດີ,ເພື່ອສຳຜັດກັບສະເໜຂອງອາຫານເຊສວນ. 1 2 3
|
|
|