ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 16:32:55    
ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ງານ​ແຂ່ງຂັນ​ເຕະ​​ບານ​ຊີງ​ຂັນ​ໂລກ

cri Author: lm


ແຟນບານ​ເຕະ​ອາ​ລາ​ບີ​ຊາ​ອູ​ດິດພວມ​ຮ້ອງ​​ໂຮສະໜັບສະໜູນ​ທີ​ມຊາດ​ຕົນ

ງານ​ແຂ່ງຂັນ​​ເຕະ​ບານຊີງ​ຂັນ​ໂລກ​ພວມ​ດຳ​ເນີນ​ຢູ່​ຢ່າງຟົດຟື້ນ, ​ແຟນບານ​ເຕະທີ່​ຈົນ​ລືມ​ຕົນ​ລືມ​ໂຕນັ້ນກໍ​ພວມ​ສົນ​ໃຈ​ນຳການ​ແຂ່ງຂັນ​ຢູ່​ທຸກ​ເວລາ, ​ແລະ​ພວມ​ສະ​ເຫວີຍ​ຄວາມ​ເບີກ​ບານ​ໃຈ​ຂອງ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ຄັ້ງນີ້. ​ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຫັນ​ສາຍ​ຕາ​​ໄປ​ສູ່ນອກ​ສະໜາມ​ແຂ່ງຂັນ, ​ເບິ່ງສະ​ພາບ​ນອກ​ການ​ແຂ່ງ​ຂັນ​ມີ​ຫຍັງ​ແດ່.

ແຟນບານເຕະແອສປາຍແລະແຟນບານເຕະຕຸຍນີຊີ
ຮ້ອງເພງດຽວກັນ ຜູ່ໃດບໍ່ຮັກຫອມຊີວິດ
ຜູ່ນັ້ນກໍຈະບໍ່ໄດ້ຫຍັງຈັກດີ້

​"ຜູ່​ໃດ​ບໍ່​ຮັກຫອມ​ຊີວິດ ຜູ່​ນັ້ນກໍ​ຈະ​ບໍ່​ໄດ້​ຫຍັງ​ຈັກ​ດີ້. ຜູ່​ໃດ​ໝົດ​​ຫວັງ​ຕໍ່​ຊີວິດ ຜູ່​ນັ້ນ​ຄົງ​ຈະ​ມີ​ບັນຫາ​ເກີດ​ນຳ​ໂຕ." ກ່ອນການ​ແຂ່ງຂັນ​ລະຫວ່າງ​ທີ​ມ​ແອ​ສປາຍ​ກັບ​ທີ​ມຕຸຍ​ນີຊີບໍ່​ເທົ່າ​ໃດ​ນາ​ທີ, ​ໃນ​ເວລາ​ເພງ​ປະຈຳ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ໂລກ​ທີ່ເຢຍລະ​ມັນດັງ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ສະ​ຕຸ​ດກາດ, ​ແຟນບານ​ເຕະ​ແອ​ສ​ປາຍ​ແລະ​ຕຸ​ຍນີຊີທີ່​ຍັງ​ຮ້ອງ​​ໂຮ​ສະ​ໜັບ​ສະ​ໜູນ​ທີມ​ທີ່ຕົນມັກ​ນັ້ນ ​ກໍໄດ້​ຮ່ວມ​ກັນຮ້ອງ​ເພງປະຈຳ​ງານ​ຕາມ​ດົນຕີ​, ສ້າງ​ບັນ​ຍາ​ກາດ​​ການ​ແຂ່ງ​ຂັນ​ລະ​ຫວ່າງ​ທີ​ມແອ​ສປາຍ​ກັບທີ​ມ​ຕຸຍ​ນີຊີ​ໃຫ້​ມ່ວນ​ຊື່ນ​ແລະ​ກົມ​ກຽວ​ກັນ​ທີ່​ສຸດ.


​ແຟນບານ​ເຕະ​ຕຸຍ​ນີຊີ​ພວມ​ຮ້ອງ​ໂຮ​ສະໜັບສະໜູນ​ທີ​ມຊາດ​ຕົນ.

​ແຟນບານ​ເຕະ​ຕຸຍ​ນີຊີ​ບາງ​ຄົນ​​ແຕ້ມ​ໜ້າເປັນຮູບທຸງຊາດ​, ຄຸມທຸງຊາດ​ຜືນ​ໃຫຍ່​​ໃສ່ຄີງ, ບາງ​ຄົນ​ຖືກອງ​ດິນ​ເຜົາ, ຕີ​ກອງ​ເປັນຈັງ​ຫວະ​ຕ່າງ​ກັນ​ ທັງ​ຟ້ອນ​ທັງ​ຮ້ອງ​​ເພງ. ​ແຟນບານ​ເຕະ​ແອ​ສປາຍ​ບາງ​ຄົນ​ໄດ້​ຕົກ​ແຕ່ງ​ຕົນ​ເອງ​ເປັນ​ນັກ​ສູ້​ງົວ​ກະທິງ, ນີ້​ໄດ້​ດຶງ​ດູດ​ສາຍຕາ​ຂອງ​ຄົນ​ຫຼວງຫຼາຍ. ພວກ​ເຂົາ​ເຈົ້າຍັງ​ຖື​ທຸງ​​ແດງ​​​ເປັນ​ຜ້າ​​ແພທີ່​ໃຊ້​ກະຕຸກງົວ​ກະທິງ, "ສູ້" ກັບ​ຄົນສັນຈອນ​ຢູ່​ຕາມທາງ, ລີລາ​ຢອກລໍ້​​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ເມືອງ​ສະ​ຕຸ​ດກາດ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ.


ແຟນບານ​ເຕະ​ຕຸຍ​ນີຊີ​ພວມ​ຮ້ອງ​ໂຮ​ສະໜັບສະໜູນ​ທີ​ມຊາດ​ຕົນ.

1  2  3