ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 16:32:55    
ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ງານ​ແຂ່ງຂັນ​ເຕະ​​ບານ​ຊີງ​ຂັນ​ໂລກ

cri Author: lm


​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

ຕາມ​ຂ່າວສານ​ອາ​ແອັຟ​ເປ​ລາຍ​ງານ​ວ່າ, ກ່ອນ​​ການ​ແຂ່ງ​ຂັນລະຫວ່າງ​ທີ​ມອູ​ແກຼນກັບ​ທີມ​ອາ​ລາ​ບີ​ຊາ​ອູ​ດິດ, ຄູ​ຝຶກ​ໃຫຍ່​ຂອງທີ​ມອູ​ແກຼນ​ໄດ້​ອະທິຖານ​ຂໍ​ໃຫ້​​ເຈົ້າຟ້າ​ເຈົ້າ​ແຖນ​ຈົ່ງ​ມີ​ຫິມະ​ຕົກ. ​ແນ່ນອນ​ແລ້ວ, ​ເຈົ້າຟ້າ​ເຈົ້າ​ແຖນ​ບໍ່ຫ່ອນ​ຈະ​ໃຫ້​ຫິມະ​ຕົກ​ຕາມ​ຄວາມ​ຫວັງ​ຂອງ​ຄູ​ຝຶກ​ໃຫຍ່​ຜູ່​ນີ້. ​ແຕ່​ໃນ​ທີ່​ສຸດ​ພັດ​ມີ​ຝົນຕົກ. ນີ້​ເຮັດ​ໃຫ້​ທີ​ມອາ​ລາ​ບີ​ຊາ​ອູ​ດິດ "ລູກ​ແຫ່ງ​ທະ​ເລ​ຊາຍ" ​ເສຍປຽບ​ດ້ານ​ອາກາດ, ​​ແລ້ວ​ເສຍ​ໄຊ​ດ້ວຍ​ຄະ​ແນນ 0:4.

ການ​ແຂ່ງ​ຂັນ​ນັດ​ນີ້​ຈັດ​ຂຶ້ນຢູ່​ຮຳ​ບວກ. ກ່ອນ​ການ​ແຂ່ງຂັນ, ອຸນຫະພູມ​ສູງ​ເຖິງ 32 ອົງສາ​ເຊ. ອາກາດ​​ຮ້ອນ​ປານ​ນີ້​ແມ່ນ​ໄດ້​ຕາມ​ຄວາມ​ຫວັງ​ຂອງ​ທີ​ມອາ​ລາ​ບີ​ຊາ​ອູ​ດິດທີ່​ມາ​ຈາກ​ເຂດ​ທະ​ເລ​ຊາຍ. ​ແຕ່​ຕໍ່​ມາ​ບໍ່​ດົນ​ພັດ​ເລີ່​ມມີ​ຝົນຕົກ. ອຸນຫະພູມ​ກໍ​ຕ່ຳລົງ​ຕາມ​ນ້ຳ​ຝົນ, ຈົນ​ຮອດ​​ເວລາການ​ແຂ່ງຂັນສິ້ນ​ສຸດ​ລົງ, ຝົນ​ຍັງ​ຕົກ​ແຍະໆຢູ່​ບໍ່​ເຊົາ.

ຫຼັງການ​ແຂ່ງຂັນ, ຄູ​ຝຶກ​ທີ​ມອູ​ແກຼນຮັບ​ສາລະ​ພາບ​ວ່າ, ​ເພື່ອ​ເອົາ​ຊະນະ​ທີ​ມອາ​ລາ​ບີ​ຊາ​ອູ​ດິດ, "ຂ້າພະ​ເຈົ້າ​ໄດ້​ອະທິຖານ​​ເຈົ້າຟ້າ​ເຈົ້າ​ແຖນ​ໃຫ້​ຫິມະ​ຕົກ".

ອາ​ລາ​ບີ​ຊາ​ອູ​ດິດ​ແມ່ນ​ປະ​ເທດ​ແຫ່ງ​ທະ​ເລ​ຊາຍ, ອຸນຫະພູມ​ສູງ​ສຸດ​ໃນ​ລະດູ​ຮ້ອນ​​ໄດ້ສູງ​ເຖິງ 50 ອົງສາ.


​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

ຕາມ​ຂ່າວ​ອາ​ແອັຟ​ເປ​ລາຍ​ງານ​ວ່າ: ​ໃນ​​ແຟນບານ​ເຕະ​ເວີນ​ຂັບ, ​ແຟນບານ​ເຕະ​ໂຮ​ນລັງ​ທີ່​ໃສ່​ຊຸດ​​ເຕະບານສີໝາກກ້ຽງ​ມີ​ຊື່ດັງ​ທີ່​ສຸດ.

ມີ​​ແຟນບານ​ເຕະ​ໂຮ​ນລັງ​ 5 ຄົນໄດ້​ລອງ​ລິດ​ກັນ​ ​ໃຜ​ຈະ​​ເກັ່ງ​ກວ່າທີ່​ເບິ່ງ​ການ​ແຂ່ງຂັນ​ບານ​ເຕະ​ຕິດໆ​ກັນ​ໂດຍ​ບໍ່​ນອນ.

​ແຟນບານ​ເຕະ​ຜູ່​ໜຶ່ງ​ທີ່​ມາ​ຈາກ​ອຳ​ສະ​ແຕກ​ດຳ​ໄດ້​ໄຊຊະນະ​​, ​ເຂົາ​ບໍ່​ນອນ​ເປັນ​ເວລາ 82 ຊົ່ວ​ໂມງ 15 ນາທີ 57 ວິນາທີ.

ພາຍຫຼັງ​ໄດ້​ໄຊຊະນະ​ແລ້ວ, ​ແຟນບານ​ເຕະ​ຜູ່​ນີ້​ລົ້ມນອນຢູ່​ເທິງ​ໂຕະ.

ລາງວັນທີ່ເຂົາ​ໄດ້​ຮັບ​ນັ້ນ​ແມ່ນ​ປີ້​ເບິ່ງ​ເວີນ​ຂັບ​​​ຟີສອງ​ໃບ.



​​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.


1  2  3