ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 16:32:55    
ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ງານ​ແຂ່ງຂັນ​ເຕະ​​ບານ​ຊີງ​ຂັນ​ໂລກ

cri Author: lm

​ໃນ​ເວລາ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະໜາມກິລາ, ​ ແຟນບານ​ເຕະ​ແອ​ສປາຍມັກ​ແກ​ວ່ງ​​ກວາ​ຍ​ທຸງ​ໄປມາ​ແລະຮ້ອງ​ໂຮຢູ່ບໍ່ຢຸດ​ບໍ່​ເຊົາ, ກະ​ຕຸ້ນ​ໃຈ​ຄົນ​ທີ່​ສຸດ. ບົນ​ແທ່ນ​ຊົມ​ຂອງແຟນບານ​ເຕະ​ຕຸຍ​ນີຊີ, ສຽງ​ກອງ​ດັງຂຶ້ນເປັນຈັງ​ຫວະພິ​ເສດ. ​ແຟນບານ​ເຕະຕຸຍ​ນີຊີຜູ່​ໜຶ່ງທີ່​​ໄປ​ເບິ່ງ​ການ​ແຂ່ງຂັນຢູ່ສະ​ຕຸ​ດກາດ​ກ່າວ​ວ່າ: "ຢູ່​ຕຸຍ​ນີຊີ ມື້​ໃດ​ມີ​ການ​ແຂ່ງຂັນ​ຂອງ​ທີ​ມຊາດ​ແລ້ວ, ມື້ນັ້ນກໍ​​ເປັນບຸນ​ຂອງ​ແຟນບານ​ເຕະ. ພວກ​ເຮົາ​ມາ​ເຢຍລະມັນ​ບໍ່​ແມ່ນ​ເພື່ອ​ສູ້​ກັນ​ເອົາ​ປຽບ, ຫາກ​ແມ່ນ​ເພື່ອ​ສະ​ເຫວີຍຄວາມ​ມ່ວນ​ຈາກ​ບານ​ເຕະ, ສະ​ແດງບຸກຄະ​ລິກລັກສະນະ​ຂອງ​ຊາວ​ຕຸຍ​ນີຊີພວກ​ເຮົາ.

ທຸກ​ສິ່ງ​ທຸກ​ຢ່າງເພື່ອ​ງານ​ແຂ່ງຂັນ​ເຕະ​ບານ​ຊີງ​ຂັນ​ໂລກ

ຕາມ​ຂ່າວສານ​ອາ​ເປ​ລາຍ​ງານ​ວ່າ: ສາມາດ​ເວົ້າ​ໄດ້​ວ່າ ເຢຍລະ​ມັນ​​ແມ່ນຜູ່​ຈັດຕັ້ງງານ​ແຂ່ງຂັນ​​ເຕະ​ບານຊີງ​ຂັນ​ໂລກ​ທີ່ເປັນ​ແບບຢ່າງ​ໃນ​ການ​ຮັບປະກັນ​ປີ້​​ເຂົ້າປະຕູ​ສະ​ໜາມ​ຂອງ​ສ່ວນ​ບຸກຄົນ.

ຫວ່າງ​ມໍ່ໆ​ນີ້, ມີ​ແຟນບານ​ເຕະ​ບາງ​ຄົນ​ໄດ້​ຊື້​ປີ້​ປອມ​ໂດຍ​ຜ່ານອິນ​ເຕີ​ເນັດ, ​ແຕ່ວ່າຄະນະ​ກຳມະການ​ຈັດຕັ້ງບໍ່​​ໄດ້​ຫ້າມ​ແຟນບານ​ເຕະ​ເຂົ້າ​ສະໜາມກິລາ​ກໍ່​ແລ້ວ​ກັນ, ຫາກ​ແມ່ນ​ໃຫ້​ແຟນບານ​ເຕະ​ສະໜອງຫຼັກຖານ​ການ​ຊື້​ປີ້, ​ແລ້ວ​ຈັດ​ວາງ​ແຟນບານ​ເຕະ​ເຫຼົ່ານີ້​ເຂົ້າ​ສະ​ໜາມ​ກິລາ​​ເບິ່ງ​ການ​ແຂ່ງຂັນ.

ວັນ​ທີ 20 ມິຖຸນາ, ທີ​ມ​ເຢຍລະ​ມັນ ປະ​ເທດ​ເຈົ້າພາບແຂ່ງຂັນ​ກັບ​ທີ​ມ​ເອກ​ກວາ​ດໍ​ເຊິ່ງ​ເປັນ​ການ​ແຂ່ງຂັນນັດ​ສຸດ​ທ້າຍ​ໃນ​​ສາຍ. ປີ້ຂອງ​ແຟນບານ​ເຕະ​ຜູ່​ໜຶ່ງ​ຖືກ​ລັກ​​ຢູ່​ລານ​ຈອດ​ລົດ, ​ເຂົາ​ລາຍ​ງານ​ຕໍ່​ຄະນະ​ກຳມະການ​ຈັດຕັ້ງ​ໃນ​ທັນທີ.

ຄະນະ​ກຳມະການ​ຈັດຕັ້ງ​ເລີຍເອົາປີ້​ແທນ​ໃບ​ໜຶ່ງ​ໃຫ້​ແຟນບານ​ເຕະ​ທີ່​ຖືກ​ລັກຜູ່​ນີ້. ຝ່າຍ​ຕຳ​ຫຼວດ​ກໍ​ກຽມພ້ອມ​ແລ້ວ​ຢູ່​ສະໜາມກິລາ​ໂອ​ລິ​ມປິກ​ທີ່​ແບກ​ແລງ, ລໍ​ຖ້າ​ຜູ່​ລັກ​ປີ້​ຜູ່​ນີ້​ປະ​ກົດ​ຕົວ​.


​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

ຕາມ​ຂ່າວສານ​ອາ​ແອັຟ​ເປ​ລາ​ຍງານ​ວ່າ, ຜູ່​ຊາຍ​ຜູ່​ໜຶ່ງ​ໄດ້​ລັກ​ປີ້​ເຂົ້າສະໜາມ​ຂອງ​ການ​ແຂ່ງຂັນ​ລະຫວ່າງ​ທີ​ມ​ເບຼຊິນ​ກັບ​ທີ​ມອົສຕຼາລີ​ຈາກ​ຜູ່​ຍິງ​ຜູ່​ໜຶ່ງ, ​ແລ້ວ​​ເຂົ້າເບິ່ງ​ການ​ແຂ່ງ​ຂັນ​​ເຕະບານ.

​ແຕ່ທັນໃດນັ້ນ, ຕຳຫຼວດກໍ​ປະກົດ​ຕົວຢູ່​ຕໍ່ໜ້າ​ຜູ່​ຊາຍ​ຜູ່​ນີ້, ​ແລະພາ​ເຂົາ​​ໄປ.

​ໂອ, ຜູ່​ຊາຍ​ທີ່​ນັ່ງ​ຢູ່​ຂ້າງ​ຜູ່​ລັກ​ປີ້​ຜູ່​ນີ້​ພໍດີແມ່ນຜົວ​ຂອງ​ຜູ່​ຍິງ​ທີ່​ເສຍ​ປີ້. ຜູ່​ເປັນ​ຜົວ​ຜູ່​ນີ້​ກໍໂທ​ຫາ​ຕຳຫຼວດ​ໃນ​ທັນທີ.


​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

ຕາມ​ຂ່າວສານ​ອາ​ແອັຟ​ເປ​ລາຍ​ງານ​ວ່າ: ​ແຟນບານ​ເຕະ​ໂຮ​ນລັງ​ຜູ່​ໜຶ່ງ​ຈັ່ງ​ແມ່ນ​​ໂຊກ​ດີ​ແທ້, ​ເຂົາ​ໄດ້​ທຳນາຍ​ຢ່າງ​ຖືກຕ້ອງ​ວ່ານ້ຳກ້ອນ​ໜັກ 22 ​ໂຕນ​ໃນ​ສວນສາທາ​ລະ​ນະ​ແບກ​ແລງ​ລະ​ລາຍ​ເປັນ​ນ້ຳ​ຈະ​​ໃຊ້​ເວລາ​ນານ​ເທົ່າ​ໃດ, ​ແລ້ວ​ໄດ້​ລາງ​ວັນ​​ເພັດ​ທີ່​ເປັນ​ຮູບ​ບານ​ເຕະ​ທີ່​ມີ​ມູນ​ຄ່າ 9 ໝື່ນ​ໂດ​ລາ​ສະຫະລັດ.

ນ້ຳ​ກ້ອນ​ກ້ອນນີ້​ລະລາຍ​ເປັນ​ນ້ຳ​ໄດ້ໃຊ້​ເວລາ 7 ມື້ 16 ຊົ່ວ​ໂມງ 19 ນາທີ 6 ວິນາທີ.

ລວມທັງ​ໝົດ​ມີ​ແຟນບານ​ເຕະຊາວ​ເນັດ 4 ໝື່ນ​ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ການ​ທຳນາຍ. ​ໃນ​ທີ່​ສຸດ, ​ແຟນ​ບານ​ເຕະ​ໂຮ​ນລັງ​ຜູ່​ນີ້​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ.


​ໃບ​ໜ້າແຟນບານ​ເຕະ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

1  2  3